ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນຕົ້ນປີ 2024, ຢູ່ນະຄອນຮໍຮອດ ເຂດປົກຄອງຕົນເອງ ມົງໂກໃນຂອງຈີນ, ນາງ ຫວາງຢານີ ຜູ້ພິການຫູໜວກປາກກືກ ໄດ້ແຕ່ງບົດສອນໃນສົກຮຽນໃໝ່.
ການເປັນຄູສອນແມ່ນຄວາມໃຝ່ຝັນມາຕັ້ງແຕ່ຍາມນ້ອຍຂອງນາງ, ສິ່ງທີ່ເຮັດໃຫ້ຄວາມໃຝ່ຝັນນີ້ແຈ້ງຂຶ້ນແມ່ນການພົບກັບທ່ານ ສີຈິ້ນຜິງ ຄັ້ງໜຶ່ງເມື່ອຫລາຍປີກ່ອນ. ໃນໄລຍະໃກ້ຈະຮອດບຸນກຸດຈີນ ປີ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມເດັກນ້ອຍ ຢູ່ໂຮງລ້ຽງເດັກອະນາຖາ ທີ່ນະຄອນຮໍຮອດ. ນາງ ຫວາງຢານີ ແມ່ນໜຶ່ງໃນເດັກນ້ອຍເຫລົ່ານີ້.
ເມື່ອຫວນຄືນເຖິງບັນຍາກາດເມື່ອ 10 ປີກ່ອນ, ນາງ ຫວາງຢານີ ຍັງຈື່ຈຳໄດ້ດີຫລາຍ. ນາງ ເວົ້າວ່າ: ເມື່ອໄດ້ເຫັນພໍ່ເຖົ້າສີ, ຂ້ອຍຈື່ເພິ່ນທັນທີ ເລີຍ. ຂ້ອຍຕື່ນເຕັ້ນດີໃຈຫລາຍ. ເພາະວ່າບໍ່ເຄີຍຄິດເລີຍວ່າ ໃກ້ຈະຮອດ ບຸນກຸດຈີນແລ້ວ ພໍ່ເຖົ້າສີ ຍັງມາຢາມພວກເຮົາເປັນການສະເພາະ.
ຢູ່ໂຮງລ້ຽງເດັກອະນາຖາ, ທ່ານ ສີຈິ້ນຜິງ ໄດ້ໂອ້ລົມກັບພວກເດັກນ້ອຍ ຢ່າງສະໜິດສະໜົມ. ເພິ່ນໄດ້ເປີດເບິ່ງປື້ມພາສາມື ແລະ ອາລະບ້ຳຮູບຂອງ ນາງ ຫວາງຢານີ, ແລ້ວໄດ້ໃຫ້ກຳລັງໃຈແກ່ນາງ ຈົ່ງພະຍາຍາມຮຽນໜັງສື ເພື່ອມີຜົນສຳເລັດໃນການຮ່ຳຮຽນ. ນາງ ວາງຢານີ ຟັງແລ້ວໄດ້ແດ່ມືຂວາ ອອກແລ້ວງໍໂປ້ມືເຂົ້າ ເພື່ອສະແດງຄວາມຂອບໃຈ. ທ່ານ ສີຈິ້ນຜິງ ກໍໄດ້ໃຊ້ໂປ້ມືເຮັດນຳ ທັງເວົ້າດ້ວຍຄວາມຍີ້ມແຍ້ມແຈ່ມໃສວ່າ: “ນີ້ແມ່ນ “ດີ”, ງໍໂປ້ມືເຂົ້າແມ່ນ “ຂອບໃຈ” ເນາະ.”
ຢູ່ໃນຫ້ອງຝຶກຊ້ອມຂອງໂຮງລ້ຽງເດັກອະນາຖາ, ທ່ານ ສີຈິ້ນຜິງ ໄດ້ນັ່ງ ຢ່ອງຢໍ້ອູ້ມເດັກນ້ອຍຄົນໜຶ່ງແລ້ວຢືນຂຶ້ນ. “ຈິດໃຈທີ່ຮູ້ບຸນຄຸນ, ຂອບໃຈ ທີ່ມີທ່ານ….” ພວກເດັກນ້ອຍທັງເຮັດທ່າທາງທັງຮ້ອງເພງທີ່ມີຊື່ວ່າ: ຈິດໃຈທີ່ຮູ້ບຸນຄຸນ. ສຽງເພງທີ່ອອນຊອນມ່ວນຫູ ເຮັດໃຫ້ຫລາຍຄົນ ມີນ້ຳຕາເຕັມເບົ້າ.
ທ່ານ ສີຈິ້ນຜິງ ເວົ້າດ້ວຍຄວາມປະທັບໃຈວ່າ: ການມີຈິດໃຈທີ່ຮູ້ບຸນຄຸນ ແມ່ນສຳຄັນຫລາຍ, ທົ່ວສັງຄົມຄວນມີຄວາມຮັກຄວາມແພງຕໍ່ເດັກນ້ອຍ ໂດຍສະເພາະແມ່ນເດັກກຳພ້າ ແລະເດັກພິການ, ຮ່ວມກັນພະຍາຍາມເຮັດ ໃຫ້ເຂົາເຈົ້າເຕີບໃຫຍ່ຂຶ້ນຢ່າງມີສຸຂະພາບແຂງແຮງ, ໃຫ້ເຂົາເຈົ້າສຳຜັດໄດ້ ກັບຄວາມອົບອຸ່ນຂອງວົງຄະນາຍາດສັງຄົມນິຍົມ.
ພໍ່ເຖົ້າສີ ເຮັດໃຫ້ຂ້ອຍຮັບຮູ້ວ່າ: ພວກເຮົາທຸກຄົນແມ່ນເດັກນ້ອຍ ທີ່ເພິ່ນຮັກແພງ, ທຸກຄົນຄວນພະຍາຍາມສູ້ຊົນເພື່ອຄວາມໃຝ່ຝັນ ຂອງຕົນ. ຫລັງຈາກຮຽນຈົບຈາກໂຮງຮຽນການສຶກສາສຳລັບຄົນພິການ ນະຄອນຮໍຮອດແລ້ວ, ນາງ ຫວາງຢານີ ໄດ້ສຶກສາວິຊາຊີບຢູ່ໂຮງຮຽນ ເສີມສວຍ. ຕອນນີ້ນາງ ກາຍເປັນຄູສອນເສີມສວຍຢູ່ໂຮງຮຽນ ການສຶກສາສຳລັບຄົນພິການ ນະຄອນຮໍຮອດແລ້ວ. ຢູ່ໃນໃຈຂອງນາງ, ກຳລັງໃຈທີ່ໄດ້ຮັບຈາກທ່ານ ສີຈິ້ນຜິງ ເມື່ອຫລາຍປີກ່ອນໄດ້ກາຍເປັນ ແຮງຂັບເຄື່ອນຂອງນາງ ເພື່ອຊ່ວຍເຫລືອເດັກພິການຫລາຍກວ່າເກົ່າ ປ່ຽນແປງຊາຕາກຳຂອງຕົນ.