ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສຳມະນາລະດົມຄວາມເຫັນໃສ່ຮ່າງໂຄງການ ການ ເມືອງຂອງພັກ ຢູ່ຂັ້ນສູນກາງ ໃນວັນທີ 21 ພຶດສະພານີ້ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີ; ໃນກອງປະຊຸມມີອະດີດພະນັກງານການນຳຂັ້ນສູງຂອງພັກ, ຄະນະປະຈຳສະພາທິດສະດີສູນກາງພັກ, ຄະນະເລຂາວິທະຍາສາດສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ ແລະ ບັນດາຜູ້ຕາງໜ້າຈາກກະຊວງ-ອົງການຕ່າງໆ ອ້ອມຂ້າງນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ກອງປະຊຸມສໍາມະນາເທື່ອນີ້ຖືວ່າເປັນຈຸດທີ 4, ໃນເດືອນຜ່ານມາໄດ້ຈັດຕັ້ງກອງປະຊຸມຢູ່ 3 ພາກ ຄື: ພາກເໜືອ ຈັດຢູ່ແຂວງບໍ່ແກ້ວ ຊຶ່ງມີບັນດາແຂວງພາກເໜືອເຂົ້າຮ່ວມ; ພາກກາງ ຈັດຢູ່ແຂວງວຽງຈັນ, ມີບັນດາແຂວງພາກກາງເຂົ້າຮ່ວມ ແລະ ພາກໃຕ້ຈັດຢູ່ແຂວງເຊກອງ, ມີບັນດາແຂວງພາກໃຕ້ເຂົ້າຮ່ວມ. ບັນດາເນື້ອໃນການປະກອບຄໍາເຫັນຕ່າງໆ ຂອງບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມເປັນເອກະພາບ ແລະ ຊົມເຊີຍຕໍໍ່ກັບຮ່າງເນື້ອໃນໂຄງການການເມືອງ ພ້ອມນັ້ນ ກໍມີຄໍາເຫັນການປັບປຸງໃນບາງຈຸດ, ບາງເນື້ອໃນ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການນໍາພາ ຂອງພັກເຮົາ ແລະ ການກໍານົດທິດທາງຈຸດໝາຍໃນຕໍໍ່ໜ້າ.
ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ໂຄງການການເມືອງ ຂອງພັກແມ່ນຖະແຫຼງການສັງລວມຫຍໍ້, ມີຄວາມຈະແຈ້ງ ແລະ ມີຄວາມຊັດເຈນຊີ້ໃຫ້ເຫັນທຸກໆບັນຫາທີ່ພັກຢາກບັນລຸໄດ້ ແລະ ເພື່ອຈຸດປະສົງທີ່ຕັ້ງໄວ້; ໃນເວລາສ້າງໂຄງການການເມືອງ ປີ 1972 ປະທານ ໄກສອນ ພົມວິຫານ ໄດ້ຍົກໃຫ້ເຫັນວ່າ: ໂຄງການການເມືອງ ແມ່ນທິດສະດີປະຕິວັດ ຂອງພັກ ມັນປຽບເໝືອນທວນໄຟ ເຍືອງທາງໃຫ້ປະຊາຊົນເຮົາເຮັດການປະຕິວັດຢ່າງມີໄຊ; ປະທານ ໄກສອນ ພົມວິຫານ ຍັງໄດ້ຈໍາແນກແຈ້ງລະຫວ່າງໂຄງການ, ນະໂຍບາຍ ແລະ ແຜນການ. ຕາມທັດສະນະຂອງເພິ່ນ ໂຄງການ ແມ່ນຫຼັກການຍຸດທະສາດ, ຍຸດໂທບາຍໃຫຍ່ ຊົ່ວໄລຍະການປະຕິວັດຊາດປະຊາທິປະໄຕ; ນະໂຍບາຍ ແມ່ນແນວທາງການເມືອງໃນຂົງເຂດໃດໜຶ່ງ (ເຊັ່ນ: ນະໂຍບາຍເສດຖະກິດ) ຊຶ່ງເປັນການໝູນໃຊ້ໂຄງການເຂົ້າໃນຂົງເຂດນີ້ຢ່າງຕົວຈິງ; ແຜນການ ແມ່ນການວາງແຜນວຽກງານຕົວຈິງ ແລະ ລໍາດັບດຳເນີນງານອັນຖືກຕ້ອງເໝາະສົມ. ຕາມທັດສະນະຂອງ ປະທານ ໄກສອນ ພົມວິຫານ ການສ້າງໂຄງການການເມືອງຂອງພັກ ຕ້ອງກໍາແໜ້ນທັດສະນະ ແລະ ວິທີການ ເພື່ອວາງໂຄງການການເມືອງ ໃຫ້ຖືກຕ້ອງ ຄື: ຖືລັດທິມາກ-ເລນິນ ແມ່ນອາວຸດອັນຄົມແຫຼມ ເພື່ອຕໍ່ສູ້ປະຕິວັດ ຢ່າງສຸດກົກສຸດປາຍ ເພື່ອປົດປ່ອຍຊົນຊັ້ນຜູ້ອອກແຮງງານ ແລະ ປະຊາຊົນທີ່ຖືກກົດຂີ່; ຕ້ອງກໍາແໜ້ນທັດສະນະຊົນຊັ້ນ ແລະ ຜະເດັດການຂອງຊົນຊັ້ນກໍາມະກອນ; ຕ້ອງກໍາແໜ້ນທັດສະນະມະຫາຊົນ, ທັດສະນະຊາດທີ່ແທ້ຈິງ ແລະ ລັດທິສາກົນກໍາມະຊີບ ຂອງລັດທິມາກ-ເລນິນ; ມີວິທີສັດຈະວິພາກຂອງລັດທິມາກ-ເລນິນ ເພື່ອຈໍາແນກສະພາບການຂອງປະເທດເຮົາໃຫ້ເລິກເຊິ່ງ ແລະ ວາງໂຄງການການເມືອງ ຂອງພັກຈຶ່ງຖືກຕ້ອງ.
ຫວນຄືນປະຫວັດສາດການນໍາພາຂອງພັກເຮົາ, ພັກໄດ້ວາງໂຄງການການເມືອງ 2 ຄັັ້ງຄື: ໂຄງ ການດໍາເນີນງານສະເພາະໜ້າ (ໂຄງການການເມືອງ 12 ຂໍ້ປີ 1955). ໂຄງການດໍາເນີນງານສະເພາະໜ້າ ຂອງພັກປະຊາຊົນ ປະຕິວັດລາວ ທີ່ຮັບຮອງໃນກອງປະຊຸມໃຫຍ່ຄັັ້ງທີ I ຂອງພັກ ໃນວັນທີ 22 ມີນາ 1955 ເປັນໂຄງການການເມືອງສະບັບທໍາອິດ ເພື່ອແນໃສ່ເຮັດຫຼ້ອນໜ້າທີີ່ ຂອງພັກໃນໄລຍະໃໝ່, ກາຍເປັນແນວທາງກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ ພັກໄດ້ຊັກຈູງປະຊາຊົນເຮົາດໍາເນີນການຕໍ່ສູ້ຍາດເອົາໄຊຊະນະນັບມື້ນັບໃຫຍ່ຫຼວງ, ສາມາດເຕົ້າໂຮມຄວາມ “ສາມັກຄີທົ່ວປວງຊົນ ສູ້ຊົນເຮັດສໍາເລັດພາລະກິດປົດປ່ອຍຊາດ. ເຮັດໃຫ້ປະເທດລາວເປັນປະເທດສັນຕິພາບ, ເອ ກະລາດ, ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ” ໂຄງການການເມືອງສະບັບທີສອງ ເປັນໂຄງການການເມືອງທີີ່ຖືກຮັບຮອງຢູ່ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກ ໃນວັນທີ 3 ເດືອນ 2 ປີ 1972 ເປັນໂຄງການການເມືອງສະບັບຫຼ້າສຸດ, ເປັນໂຄງການການເມືອງທີີ່ມີເນື້ອໃນກະກຽມໃຫ້ແກ່ ການຢຶດອໍານາດ, ຢູ່ໃນໄລຍະການຕໍ່ສູ້ຕ້ານຈັກກະພັດອາເມຣິກາ ຂອງປະຊາຊົນ ອິນດູຈີນ ກໍາລັງດຸເດືອດ ແລະ ສູນກາງໄດ້ຕີລາຄາວ່າ: ກຳລັງຂອງອາເມຣິກາ ໃກ້ຈະປະລາໄຊ ຢູ່ຫວຽດນາມ ແລະ ຢູ່ລາວ, ໂຄງການການເມືອງ ສະບັບທີສອງໄດ້ຂີດເສັ້ນທາງກ້າວເດີນໃຫ້ແກ່ການປະຕິວັດລາວ, ເຮັດສໍາເລັດພາລະກິດປົດປ່ອຍຊາດ, ດໍາເນີນການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ.
ນັບແຕ່ປີ 1972 ເປັນຕົ້ນມາຮອດປັດຈຸບັນ ເຖິງວ່າຈະບໍ່ມີໂຄງການການເມືອງ ແຕ່ການນໍາພາ ຂອງພັກປະຊາຊົນລາວ ແມ່ນໄດ້ນໍາພາໂດຍຜ່ານມະຕິ, ແນວທາງ ຂອງພັກໃນແຕ່ລະໄລຍະ, ອັນພົ້ນເດັ່ນແມ່ນແນວທາງການປ່ຽນແປງໃໝ່ຮອບດ້ານ ຂອງພັກ ຊຶ່ງສາມາດຍາດໄດ້ຜົນສໍາເລັດ ທີີ່ໃຫຍ່ຫຼວງໃນຫຼາຍດ້ານ; ເປັນການສ້າງປະຖົມປັດໄຈອັນໜັກແໜ້ນໃຫ້ແກ່ການກ້າວຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ.
ກອງປະຊຸມສໍາມະນາວິທະຍາສາດລະດົມຄວາມຄິດເຫັນໃສ່ຮ່າງໂຄງການການເມືອງໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຫຼາຍ ຊຶ່ງໄດ້ຮັບຟັງການນໍາສະເໜີເນື້ອໃນຮ່າງໂຄງການການເມືອງຂອງພັກປະ ຊາຊົນປະຕິວັດລາວ ໂດຍສັງເຂບຈາກຄະນະຮັບຜິດຊອບຮ່າງໂຄງການການເມືອງ (ສະພາທິດສະດີສູນກາງພັກ) ແລະ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາເຫັນທີ່ປິ່ນອ້ອມເນື້ອໃນໂຄງການການເມືອງ ຕາມຄໍາຖາມເຈາະຈີ້ມ. ໂດຍສະເພາະບັນຫາທີ່ມີລັກສະນະກວມລວມທາງດ້ານທິດສະດີ-ພຶດຕິກໍາ ແລະ ບັນດາທິດທາງ, ໜ້າທີີ່ຈຸດສຸມຂອງເນື້ອໃນໂຄງການການເມືອງຂອງພັກ, ບັນດາທ່າອ່ຽງຂອງສະພາບການພາກພື້ນ ແລະ ສາກົນ ທີ່ສົ່ງຜົນສະທ້ອນຕໍ່ກັບການຈັດຕັ້ງປະຕິບັດທິດທາງ, ຈຸດໝາຍດັ່ງກ່າວ; ບັນດາຈຸດພິເສດສະພາບການໃນການພັດທະນາປະເທດຊາດ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ.
(ຂ່າວ: ສະພາທິດສະດີ; ພາບ: ແສງຈັນ)