Sunday, September 8, 2024
Homeທຸລະກິດການລ້ຽງປາຂາຍ ພາໃຫ້ຄອບຄົວມີຢູ່ມີກິນດີຂຶ້ນ ເປັນກ້າວໆ

ການລ້ຽງປາຂາຍ ພາໃຫ້ຄອບຄົວມີຢູ່ມີກິນດີຂຶ້ນ ເປັນກ້າວໆ

ການປູກຝັງ-ລ້ຽງສັດ ເປັນອີກໜຶ່ງອາຊີບທີ່ປະຊາຊົນລາວບັນດາເຜົ່າຍຶດ ຖືຫລາຍ ມາແຕ່ດົນນານ ເພື່ອລ້ຽງປາກລ້ຽງທ້ອງ ແລະ ສ້າງເສດຖະກິດ ຄອບຄົວໃຫ້ມີຢູ່ມີກິນເໝືອນກັບຄອບຄົວ ທ່ານ ເກດສະພາ ຈັນທະສອນ ສະມາຊິກຊາວໜຸ່ມຂອງໜ່ວຍຮາກຖານຊາວໜຸ່ມພະແນກກະສິກຳ ແລະ ປ່າໄມ້ແຂວງຜົ້ງສາລີ, ພະນັກງານວິຊາການອາສາສະໝັກສັງກັດຂະແໜງ ລ້ຽງສັດ ແລະ ການປະມົງພະແນກກະສິກຳ ແລະ ປ່າໄມ້ແຂວງ ປັດຈຸບັນຢູ່ ບ້ານໃໝ່ ເມືອງບູນເໜືອ, ແຂວງຜົ້ງສາລີ ກໍແມ່ນບຸກຄົນໜຶ່ງທີບຸກບືນປະ ຕິບັດໜ້າທ່ີວິຊາສະເພາະຂອງຕົນ ແລະ ການຈັດຕັ້ງປະຕິບັດຄຳຂວັນ 4 ບຸກ ແລ້ວ ຍັງເອົາໃຈໃນການພັດທະນາເສດຖະກິດຄອບຄົວຂອງຕົນເອງ ໂດຍການລ້ຽງປາ ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນເພື່ອຄວາມ ເຂັ້ມແຂງໃຫ້ແກ່ຄອບຄົວຕາມແນວທາງຂອງພັກ ແລະ ນະໂຍບາຍຂອງ ລັດ. ທ່ານ ເກດສະພາ ຈັນທະສອນ ເຜີຍ ວ່າ: ແຕ່ກອນຄອບຄົວຂອງລາວ ເປັນຄອບຄົວໜື່ງໃນຄອບຄົວທີ່ທຸກ ຍາກ, ມີຈຳນວນພົນ 2 ຄົນ, ຍິງ 1 ຄົນ ອາຊີບຕົ້ນຕົ້ນຕໍແມ່ນພະນັກງານອາ ສາສະໝັກ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ເຮັດນາປູກເຂົ້າ ໂດຍອາໄສ ແຕ່ທຳມະຊາດ ບວກກັບ ເນື້ອທີ່ນາຍັງມີໜ້ອຍຜົນຜະລິດເຂົ້າ ປີໜຶ່ງ ໄດ້ພຽງ 270 ກິໂລກຣາມ ເຮັດນາມາຫລາຍປີແຕ່ເຂົ້າພັດບໍ່ພໍກຸ້ມກິນ ຈຶ່ງເຮັດໃຫ້ຄອບຄົວປະສົບກັບ ຄວາມຫຍຸ້ງຍາກຂາດເຂີນມາຕະຫລອດ.

(ລາຍລະອຽດອ່ານເພີ່ມເຕີມທີ່:

https://kpl.gov.la/detail.aspx?id=82409 )

ໂດຍ:​​ມາລີດາ/ສັນ​ຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments