Sunday, September 8, 2024
Homeຂ່າວພາຍໃນຍົກລະດັບການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ

ຍົກລະດັບການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ

ກອງປະຊຸມເຝິກອົບຮົມການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ໃຫ້ແກ່ພະນັກງານ-ລັດຖະກອນຂອງສະພາແຫ່ງຊາດ (ສພຊ) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-5 ພຶດສະພາ 2024 ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ ເຊິິ່ງມີຄະນະຮັບຜິດຊອບ, ກອງເລຂາ, ວິທະຍາກອນ ແລະ ສຳມະນາກອນ ຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນ ສພຊ ຜູ້ເຂົ້າຮ່ວມ 30 ກວ່າທ່ານ; ທັງນີ້ ກໍເພື່ອເປັນການການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ສົ່ງເສີມທັກສະທາງດ້ານວິຊາການ ເພື່ອສາມາດປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ໃນການເປັນເສນາທິການທາງດ້ານວຽກງານຕິດຕາມກວດກາການປະເມີນຜົນການຈັດຕັ້ງປະ ຕິບັດກົດໝາຍຢ່າງເປັນລະບົບຄົບຊຸດ, ມີປະສິດທິພາບ, ຮັດກຸມ ແລະ ເປັນເອກະພາບ ຕອບສະໜອງໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການປະຕິບັດໜ້າທີ່ວຽກງານຕົວຈິງ.

ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ, ປຶ້ມຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ແລະ ບົດຮຽນການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 3 ຂົງເຂດ (ເສດຖະ ກິດ-ການເງິນ, ປກຊ-ປກສ ແລະ ຍຸຕິທຳ); ເຜີຍແຜ່ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາການຜັນຂະຫຍາຍມາດຕາຂອງກົດໝາຍ ທີ່ກຳນົດໃຫ້ອອກເປັນນິຕິກຳໃຕ້ກົດໝາຍ, ມະຕິວ່າດ້ວຍການຕີຄວາມໝາຍ ແລະ ອະທິບາຍກົດໝາຍ, ມະຕິວ່າດ້ວຍການໂຄສະນາເຜີຍແຜ່ລັດຖະທຳມະນູນ, ກົດໝາຍ ແລະ ນິ ຕິກຳໃຕ້ກົດໝາຍຂອງສະພາແຫ່ງຊາດ ແລະ ຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ. ຈາກນັ້ນ, ກໍໄດ້ຈັດແບ່ງກຸ່ມເພື່ອທົດລອງການຄົ້ນຄວ້າຂຽນແຜນການ ແລະ ເອກະສານຕົວຈິງ ແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມສາມາດເຝິກຝົນການຂີດຂຽນເນື້ອໃນຕົ້ນຕໍກ່ຽວກັບການຕິດຕາມກວດ ກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ເພື່ອເປັນເສນາທິການໃຫ້ແກ່ຄະນະນຳກຳມາທິການໃນການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວ.

ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ມີຄຳເຫັນໂອ້ລົມກ່ອນປິດກອງ​ປະຊຸມ ເຊິ່ງມີບາງຕອນວ່າ: ວຽກງານຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ເຖິງແມ່ນວ່າຍັງເປັນວຽກງານໃໝ່ສຳລັບພວກເຮົາກໍຕາມ, ແຕ່ຕ້ອງໄດ້ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ບັນດາຂະແໜງການຕ່າງໆ ຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃຫ້ມີຄວາມເຂັ້ມງວດ ແລະ ສັກສິດ; ຜ່ານການຮັບຟັງການສະເໜີບົດ, ເຜີຍແຜ່ ແລະ ປະກອບຄໍາເຫັນຂອງບັນດາທ່ານທີ່ເຂົ້າຮ່ວມໃນຄັ້ງນີ້ ເຫັນວ່າມີຫຼາຍດ້ານທີ່ມີຜົນສຳເລັດອັນພົ້ນເດັ່ນ ແລະ ມີບາງດ້ານທີ່ຍັງພົບຄວາມຫຍຸ້ງຍາກ ເປັນຕົ້ນຄວາມເຂົ້າໃຈຕໍ່ກັບບັນດາອົງການທີ່ເປັນໃຈກາງ, ເປັນເຈົ້າການ ໃນການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຕົວຈິງ, ໄລຍະເວລາໃນການປະເມີນ, ກົນໄກການຕິດຕາມກວດກາພາຍຫຼັງກອງປະຊຸມສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງແລ້ວ, ງົບປະມານສະໜອງໃຫ້ແກ່ວຽກງານດັ່ງກ່າວ ແລະ ອື່ນໆ ເຊິ່ງຂ້າພະເຈົ້າຂໍມີຄຳເຫັນຕື່ມບາງບັນຫາດັ່ງນີ້: 1). ສືບຕໍ່ເຜີຍແຜ່, ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມມະຕິຂອງຄະນະປະ ຈຳສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ, ມະຕິວ່າດ້ວຍການຕິດຕາມກວດກາການຜັນຂະຫຍາຍມາດຕາຂອງກົດໝາຍທີ່ກຳນົດໃຫ້ອອກເປັນນິຕິກຳໃຕ້ກົດໝາຍ ໃຫ້ເລິກ ເຊິ່ງກວ້າງຂວາງຕື່ມ; 2). ເອົາໃຈໃສ່ຄົ້ນຄວ້າປຶ້ມຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຕົວຈິງ ແລະ ພະຍາຍາມຖອດຖອນບົດຮຽນຈາກການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍໃນ 3 ຂົງເຂດທີ່ຜ່ານມາ ໃຫ້ລະອຽດຊັດເຈນ ເພື່ອປັບປຸງແກ້ໄຂວິທີ, ຂັ້ນຕອນ, ຮູບການ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ດີຂຶ້ນເທື່ອລະກ້າວ; 3). ເພີ່ມທະວີການປະສານສົມທົບກັບບັນດາກຳມາທິການພາຍໃນສະພາແຫ່ງຊາດ ເພື່ອກຳນົດແຜນຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍໃນແຕ່ລະປີ ໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ທັນຕາມກຳນົດເວລາ; 4). ເພີ່ມທະວີປະສານສົມທົບກັບບັນດາກະຊວງ, ອົງການ ທີ່ຢູ່ໃນຄວາມຮັບຜິດຊອບຂອງກໍາມາທິການຕົນ ເພື່ອຕິດ ຕາມກວດກາບັນດາກົດໝາຍ ແລະ ນິຕິກໍາ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍ,  ມາດຕາໃດຂອງກົດໝາຍທີ່ຍັງບໍ່ທັນໄດ້ຈັດຕັ້ງຜັນຂະຫຍາຍອອກເປັນນິຕິກຳໃຕ້ກົດໝາຍ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ໌ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ.

ຂ່າວ-ພາບ: ອານຸສອນ ພູມມີທອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments