Sunday, September 8, 2024
Homeຂ່າວພາຍໃນບໍລິສັດ ລົດໄຟລາວ-ຈີນ ຍົກເລີກສັນຍາກັບບໍລິສັດທ່ອງທ່ຽວທີ່ຝ່າຝືນລະບຽບການ ແລະ ສວຍໂອກາດເອົາປຽບຜູ້ໂດຍສານ

ບໍລິສັດ ລົດໄຟລາວ-ຈີນ ຍົກເລີກສັນຍາກັບບໍລິສັດທ່ອງທ່ຽວທີ່ຝ່າຝືນລະບຽບການ ແລະ ສວຍໂອກາດເອົາປຽບຜູ້ໂດຍສານ

ນັບແຕ່ໄດ້ເປີດດຳເນີນການທາງລົດໄຟເປັນຕົ້ນມາ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິດບັດຕາມການຊີ້ນຳຂອງສອງພັກສອງລັດ ເພື່ອຊຸກຍູ້ປີທ່ອງທ່ຽວລາວ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງຜູ້ໂດຍສານ ເຊິ່ງໄດ້ມີການເພີ່ມຖ້ຽວລົດໄຟ, ນຳໃຊ້ລົດໄຟສອງຂະບວນຕໍ່ໃສ່ກັນ, ເປີດນຳໃຊ້ APP ຊື້ປີ້ອອນລາຍ ໂດຍມີຊ່ອງທາງການຊໍາລະທີ່ຫຼາກຫຼາຍ ແລະ ສະດວກສະບາຍ, ນອກນີ້ ເພື່ອຫຼຸດຜ່ອນບັນຫາການກັກຕຸນປີ້ ຫຼືສວຍໂອກາດເກັງກຳໄລຈາກການເອົາປີ້ໄປຂາຍຕໍ່ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຍັງໄດ້ປະສານງານຮ່ວມມືກັບເຈົ້າໜ້າທີ່ຕຳຫຼວດທາງລົດໄຟ ເພື່ອສະ ກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນໄລຍະຜ່ານມາ.

ຄຽງຄູ່ກັນນັ້ນ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຍັງໄດ້ຮ່ວມ ກັບກົມຄຸ້ມຄອງທຸລະກິດທ່ອງທ່ຽວ ເພື່ອອຳນວຍຄວາມ ສະດວກ ອອກປີ້ກລຸບທົວໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງເປັນຈຳນວນຫຼາຍ ເຊິ່ງເຫັນໄດ້ວ່າ ຈໍານວນນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ ອັນເປັນການປະກອບສ່ວນຊຸກຍູ້ຂະແໜງການທ່ອງ ທ່ຽວຂອງປະເທດຊາດ. ໃນຜ່ານມາ ທາງລົດໄຟລາວ-ຈີນຈິ່ງໄດ້ມີການຮ່ວມມືກັບບໍລິສັດທ່ອງທ່ຽວອອກປີ້ໃຫ້ແກ່ນັກທ່ອງ ທ່ຽວທີ່ເປັນກລຸບທົວ ເຊິ່ງກ່ອນຈະມີການຮ່ວມມືກັບບໍລິສັດທ່ອງທ່ຽວໃດໜຶ່ງ ທັງສອງຝ່າຍຕ້ອງໄດ້ມີການເຊັນສັນຍາຮ່ວມ ມືກັນ ໂດຍໃນສັນຍາມີຂໍ້ກຳນົດເຄັ່ງຄັດຂໍ້ໜຶ່ງທີ່ລະບຸຊັດເຈນວ່າ ຫ້າມບໍລິສັດທ່ອງທ່ຽວສວຍໃຊ້ປະໂຫຍດຈາກນະໂຍບາຍປີ້ກລຸບທົວນີ້ ບວກເພີ່ມລາຄາປີ້ລົດໄຟ ຫຼືກັກຕຸນປີ້ ທີ່ຖືເປັນການເອົາປຽບຜູ້ໂດຍສານຄົນອື່ນໆ.

ແຕ່ໃນເດືອນມີນາ 2024 ທີ່ຜ່ານມາ ກໍໄດ້ມີບໍລິສັດທ່ອງ ທ່ຽວແຫ່ງໜຶ່ງທີ່ລະເມີດສັັນຍາ ແລະ ນໍາປີ້ທີ່ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ອອກໃຫ້ນັ້ນ ໄປບວກເພີ່ມລາຄາປີ້ລົດໄຟ ແລະ ຂາຍຕໍ່ໃຫ້ແກ່ບໍລິສັດອື່ນ. ເມື່ອບໍລິສັດທາງລົດໄຟລາວ-ຈີນ ຈຳ ກັດ ໄດ້ຮັບຊາບເລື່ອງນີ້ ກໍໄດ້ຈັດຕັ້ງປະຕິບັດແກ້ໄຂບັນຫານີ້ຢ່າງເຂັ້ມງວດ, ໂດຍພະນັກງານທີ່ກ່ຽວຂ້ອງຂອງບໍລິສັດໄດ້ກວດກາສະພາບຕົວຈິງ ຈິ່ງໄດ້ຊາບວ່າ ມີບໍລິສັດທ່ອງທ່ຽວໜຶ່ງ ໄປຈອງປີ້ລົດໄຟ ແລະ ມີການບວກເພີ່ມຄ່າຊ່ວຍຊື້ປີ້ ປີ້ລະ 80,000 ກີບ ເຊິ່ງເປັນການຝ່າຝືນລະບຽບການຂົນສົ່ງໂດຍສານຂອງລົດໄຟ ແລະ ຝ່າຝືນສັນຍາການຈອງປີ້ລົດໄຟທີ່ໄດ້ເຊັນໄວ້ກັບບໍລິສັດທາງລົດໄຟລາວ-ຈີນ ຈຳກັດ.

ໃນວັນທີ 22 ເມສາ 2024 ບໍລິສັດ ລົດໄຟລາວ-ຈີນ ຈໍາກັດ ໄດ້ເຊີນຜູ້ຮັບຜິດຊອບບໍລິສັດທ່ອງທ່ຽວທີ່ກະທຳຜິດດັ່ງກ່າວ ເຂົ້າມາປະຊຸມສະເພາະເພື່ອແຈ້ງ ແລະ ລຸລ່ວງສະພາບ, ບໍລິສັດ ດັ່ງກ່າວແມ່ນໄດ້ຍອມຮັບວ່າ ໃນລະຫວ່າງການຊ່ວຍຊື້ປີ້ໃຫ້ບໍລິ ສັດທ່ອງທ່ຽວອື່ນ ໄດ້ເພີ່ມຄ່າບໍລິການປີ້ລະ 80.000 ກີບ ເຊິ່ງການກະທໍາດັ່ງກ່າວແມ່ນເປັນການຝ່າຝືນລະບຽບການທີ່ວາງອອກ.

ດັ່ງນັ້ນ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈິ່ງໄດ້ຍົກເລິກສິດໃນການຈອງປີ້ລົດໄຟ ແລະ ຢຸດຕິສັນຍາຈອງປີ້ຕໍ່ບໍລິສັດດັ່ງກ່າວ, ສ່ວນບໍລິສັດດັ່ງກ່າວກໍຍິນຍອມປະຕິບັດຕາມ.

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຍາມໃດກໍຍຶດໝັ້ນໃນການປະກອບສ່ວນໃນສັງຄົມ, ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ຜູ້ໂດຍສານ ແລະ ທຸກໆພາກສ່ວນຢ່າງເຕັມທີ່.

ດັ່ງນັ້ນ ຈິ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບທົ່ວເຖິງກັນວ່າ ບໍ ລິສັດດັ່ງກ່າວແມ່ນໄດ້ລະເມີດສັນຍາການຈອງປີ້ກັບບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ແລະ ທາງບໍລິສັດກໍໄດ້ນຳໃຊ້ມາດຕະການຈັດການຕາມຄວາມຖືກຕ້ອງ. ອີກຄັ້ງໜຶ່ງ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຂໍຄວາມຮ່ວມມືມາຍັງທຸກທ່ານ ຫາກພົບເຫັນກໍລະນີບໍລິສັດທ່ອງທ່ອງ ຫຼືບຸກຄົນໃດໜຶ່ງ ກະທຳການ ກັກຕຸນປີ້ ແລະນຳປີ້ໄປຂາຍຕໍ່ບວກລາຄາປີ້ຄືດັ່ງກໍລະນີຂ້າງເທິງ ແມ່ນໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດ ເພື່ອຮັກສາຜົນ ປະໂຫຍດຂອງຕົວທ່ານເອງ ແລະ ເປັນກະບອກສຽງໜຶ່ງປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບຂອງສັງຄົມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments