Sunday, September 8, 2024
Homeຂ່າວພາຍໃນກົມສ່ວຍສາອາກອນເປີດຊຸດຝຶກອົບຮົມສ້າງຄູຝຶກວຽກງານອາກອນລາຍໄດ້ ແລະ ກວດກາໄລ່ລຽງອາກອນທີ່ແຂວງສະຫວັນນະເຂດ

ກົມສ່ວຍສາອາກອນເປີດຊຸດຝຶກອົບຮົມສ້າງຄູຝຶກວຽກງານອາກອນລາຍໄດ້ ແລະ ກວດກາໄລ່ລຽງອາກອນທີ່ແຂວງສະຫວັນນະເຂດ

ໃນຕອນເຊົ້າວັນທີ 29 ເມສາ 2024 ນີ້ ທີ່ຫ້ອງປະຊຸມສ່ວຍສາອາກອນແຂວງສະຫວັນນະເຂດ ທາງກົມສ່ວຍສາອາກອນໄດ້ຈັດຊຸດຝຶກອົບຮົມສ້າງຄູຝຶກວຽກງານອາກອນລາຍໄດ້ ແລະ ກວດກາໄລ່ລຽງອາກອນໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ສຸພັນ ວິລະວົງ ຮອງຫົວຫນ້າກົມສ່ວຍສາອາກອນ, ມີພະນັກງານ-ລັດຖະກອນສ່ວຍສາອາກອນ ຂັ້ນຮອງຫົວໜ້າພະແນກ ກົມສ່ວຍສາອາກອນ, ຫົວໜ້າ-ຮອງຫົວໜ້າ ຂະແໜງ ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າ ປະກອບມີ: ກົມສ່ວຍສາອາກອນ, ສ່ວຍສາອາກອນນະຄອນຫຼວງ, ສ່ວຍ ສາອາກອນປະຈໍາແຂວງ ບໍລິຄຳໄຊ, ຄຳມ່ວນ, ຈຳປາສັກ, ສະຫວັນນະເຂດ, ສາລະວັນ ແລະ ແຂວງອັດຕະປືເຂົ້າຮ່ວມ.

ສໍາລັບແຜນການຝຶກອົບຮົມສ້າງຄູຝຶກວຽກງານອາກອນລາຍໄດ້ ແລະ ກວດກາໄລ່ລຽງອາກອນຈຸດປະສົງກໍເພື່ອສ້າງໃຫ້ພະນັກງານສ່ວຍສາອາກອນ ແຕ່ສູນກາງຮອດທ້ອງຖິ່ນໃນຂອບເຂດທົ່ວປະເທດ ໄດ້ມີການ ຍົກສູງທັກສະ, ຄວາມຮູ້, ຄວາມສາມາດ ກຳແໜ້ນໄດ້ທາງດ້ານທິດສະດີ, ຫຼັກການ, ວິທີການ ແລະ ການປະຕິບັດ ຕົວຈິງຝຶກໃຫ້ຜູ້ເຂົ້າຮ່ວມມີຄວາມຊຳນານງານໃນວຽກງານໃນການສ້າງຄູຝຶກ ໃຫ້ກາຍເປັນຊ່ຽວຊານສະເພາະດ້ານ ໃນ ວິຊາ: ວຽກງານອາກອນລາຍໄດ້,ໄລຍະເວລາການຝຶກອົບຮົມ ໄລຍະເວລາການຝຶກອົບຮົມ ແມ່ນນໍາໃຊ້ເວລາຮຽນທັງໝົດ 15 ວັນລັດຖະການ ເທົ່າກັບ 120 ຊົ່ວໂມງ, ຮຽນ ວັນຈັນ ເຖິງ ວັນສຸກ ມື້ໜຶ່ງ 8 ຊົ່ວໂມງ;ຫຼັກສູດການຮຽນ ວິຊາ ອາກອນລາຍໄດ້ ປະກອບມີ: ທັກສະການເປັນວິທະຍາກອນ (ຄູຝຶກ), ພາບລວມຄວາມຮູ້ພື້ນຖານວຽກງານສ່ວຍສາອາກອນ, ລົງເລິກ ອາກອນລາຍໄດ້ບຸກຄົນ ສໍາລັບຜູ້ມີພູມລໍາ ເນົາອາກອນລາຍໄດ້ ສໍາລັບຜູ້ບໍ່ມີພູມລຳເນົາ, ອາກອນລາຍໄດ້ ຈຸນລະວິສາຫະກິດ, ດຳລັດ ວ່າດ້ວຍ ໃບເກັບເງິນ 297/ລບ ແລະ ວຽກງານລາຍຮັບບໍ່ແມ່ນພາສີ-ສ່ວຍສາອາກອນ ຂັ້ນເມືອງ; ຄໍາທໍານຽມ ແລະ ຄ່າ ບໍລິການ ຕາມລັດຖະບັນຍັດ 002/ປປທ.ຫຼັກສູດການຮຽນ ວິຊາ ກວດກາໄລ່ລຽງອາກອນ ປະກອບມີ: ທັກສະການເປັນວິທະຍາກອນ (ຄູຝຶກ), ພາບລວມຄວາມຮູ້ພື້ນຖານວຽກງານສ່ວຍສາອາກອນ, ຄວາມຮູ້ພື້ນຖານກ່ຽວກັບການກວດກາໄລ່ລຽງອາກອນ, ລະບຽບການ ແລະ ຂັ້ນຕອນການກວດກາໄລ່ລຽງອາກອນແບບຄົບຊຸດ; ການວິໄຈຄວາມສ່ຽງ 16ຕົວຊີ້ວັດ RBA, ພື້ນຖານບັນຊີ ວິສາຫະກິດ 2020 (ການກວດກາອາກອນຕາມໝວດບັນຊີ, ການກວດກາ ອາກອນຕາມຂະແໜງການເສດຖະກິດ ຄື: ການຄ້າ, ການຜະລິດ ແລະ ການບໍລິການ); ເຕັກນິກການສ້າງບົດ ບັນທຶກກວດກາໄລ່ລຽງອາກອນປະຈຳປີ ແບບຄົບຊຸດ.ການຮຽນ-ການສອນ ແມ່ນເປັນການບັນລະຍາຍແບບມີສ່ວນຮ່ວມ (ທິດສະດີ 40%, ຝຶກປະຕິບັດ 60%), ການອະທິບາຍ, ລົງເລິກເປັນແຕ່ລະກໍລະນີສຶກສາ, ການແລກປ່ຽນຄໍາຄິດຄໍາເຫັນລະຫວ່າງ ວິທະຍາກອນ ແລະ ນັກສຳມະນາກອນ ໃນຕອນທ້າຍແມ່ນມີການປະເມີນຄືນໃນແຕ່ລະຫົວຂໍ້ທີ່ໄດ້ຜ່ານການຝຶກອົບຮົມ ເພື່ອ ເປັນການທົດສອບທັກສະ ຂອງນັກສຳມະນາກອນ ທີ່ຈະເປັນຄູຝຶກໃນແຕ່ລະຫົວຂໍ້.

ຈາກນັ້ນ ທ່ານ ສຸພັນ ວິລະວົງ ຮອງຫົວຫນ້າກົມສ່ວຍສາອາກອນກໍໄດ້ມີຄໍາເຫັນວ່າ: ໃນການເປີດຊຸດຝຶກອົບຮົມວຽກງານອາກອນລາຍໄດ້ແມ່ນວຽກງານກວດກາໄລ່ລຽງອາກອນ ການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານຂອງຂະແໜງສ່ວຍສາອາກອນແມ່ນເຫັນວ່າມີຄວາມຈຳເປັນ ແລະ ຕ້ອງໄດ້ເອົາໃຈໃສ່ເພື່ອສ້າງຂີດຄວາມສາມາດໃຫ້ພະນັກງານມີຄວາມຮູ້ຄວາມສາມາດທີ່ແນ່ນອນ ເຊິ່ງກະຊວງການເງິນ ເວົ້າລວມເວົ້າສະເພາະກໍຄື ກົມສ່ວຍສາອາກອນ ກໍໄດ້ສຸມທຸກເຫື່ອແຮງ,ສະຕິປັນຍາລວມທັງດ້ານງົບປະມານ ເປັນຈຳນວນມະຫາສານ ເພື່ອພັດທະນາ ເຮັດໃຫ້ວຽກງານການຝຶກອົບຮົມມີປະສິດຕິພາບປະສິດທິຜົນ ,ໃນໄລຍະຜ່ານມາກົມສ່ວຍສາອາກອນ ກໍໄດ້ສ້າງ ປື້ມຫຼັກສູດການຮຽນການສອນ ໃນ 5 ວິຊາ ແລະໄດ້ຮັບຮອງຈາກລັດຖະມົນຕີ ກະຊວງການເງິນເປັນທີ່ຮຽບຮ້ອຍແລ້ວ ,ເຫັນວ່າປື້ມດັ່ງກ່າວ ອາດຈະເປັນຄູ່ມືໃຫ້ແກ່ບັນດາທ່ານທີ່ມາຝຶກອົບຮົມໃນຄັ້ງນີ້ ນຳໄປຄົ້ນຄວ້າໄດ້ດີພໍສົມຄວນ , ຫວັງວ່າບັນດາປື້ມດັງກ່າວນັ້ນຈະເປັນແນວທາງ ການຈັດຕັ້ງປະຕິບັດ ບັນດາທິດສະດີຕ່າງໆ,ໃຫ້ໄດ້ຮັບຮູ້ ເຖິງແນວໃດກໍຕາມໃນຍຸດທະສາດ ຂອງການພັດທະນາຂະແໜງສ່ວຍສາອາກອນ ເວົ້າລວມເວົ້າສະເພາະການພັດທະນາບຸກຄະລາກອນແມ່ນຕ້ອງໄດ້ດຳເນີນການ ແລະ ສືບຕໍ່ໄປໃນລະດັບດີ ໂດຍສະເພາະແມ່ນວຽກງານອາກອນລາຍໄດ້ ວຽກງານກວດການໄລ່ລຽງອາກອນນີ້ ລວມແລ້ວແຕ່ແມ່ນວຽກງານທີ່ມີຄວາມສຳຄັນ ແລະ ເປັນໝາກຫົວໃຈ ຂອງຂະແໜງສ່ວຍສາອາກອນຂອງພວກເຮົາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments