Sunday, September 8, 2024
Homeຂ່າວໜ້າໜຶ່ງນະຄອນຫຼວງວຽງຈັນ ອອກແຈ້ງການໂຈະການຮຽນຊົ່ວຄາວ ຖ້າຫາກອຸນຫະພູມສືບຕໍ່ເພີ່ມຂຶ້ນ

ນະຄອນຫຼວງວຽງຈັນ ອອກແຈ້ງການໂຈະການຮຽນຊົ່ວຄາວ ຖ້າຫາກອຸນຫະພູມສືບຕໍ່ເພີ່ມຂຶ້ນ

ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ອອກແຈ້ງການເຖິງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງ 9 ເມືອງ ຜູ້ອໍານວຍການໂຮງຮຽນທັງພາກລັດ ແລະ ເອກະຊົນໃນນະຄອນຫຼວງວຽງຈັນໂຈະການຮຽນຊົ່ວຄາວ ໂຈະການຮຽນຊົ່ວຄາວ ເພື່ອເພີ່ມທະວີເຝົ້າລະວັງສະພາບອາກາດຮ້ອນອົບ ເອົ້າ ລົມພາຍຸ ແລະ ມົນລະພິດທາງອາກາດ ທີ່ອາດຈະມີຜົນກະທົບຕໍ່ຂະແໜງການສຶກສາ ວິທະຍາສາດ ແລະ ກີລາ.

ຕາມແຈ້ງດານສະບັບເລກທີ 1010/ສກ ນວ ລົງວັນທີ 29 ເມສາ 2024 ລະບຸວ່າ: ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ເມືອງ 9 ເມືອງ ຜູ້ອຳນວຍການໂຮງຮຽນທັງພາກລັດ ແລະ ເອກະຊົນໃນນະຄອນຫຼວງວຽງຈັນ ໃຫ້ເພີ່ມທະວີເຝົ້າລະວັງສະພາບອາກາດຮ້ອນອົບເອົ້າ ລົມພາຍຸ ແລະ ມົນລະພິດທາງອາກາດ ທີ່ອາດຈະມີຜົນກະທົບຕໍ່ ຂະແໜງການສຶກສາ ວິທະຍາສາດ ແລະ ກີລາ ໂດຍໃຫ້ປະຕິບັດຕາມໜັງສືແຈ້ງການຂອງຫ້ອງການກະຊວງສຶກສາທິການ ແລະ ກີລາ ສະບັບເລກທີ 1642/ຫກ ລົງວັນທີ 25 ເມສາ 2024 ໃຫ້ໄດ້ຮັບຜົນດີ.

ພ້ອມດຽວກັນນັ້ນໃຫ້ຫ້ອງການ ສຶກສາທິການ ແລະ ກີລາເມືອງ ໂຮງຮຽນຕ່າງໆທັງພາກລັດ ແລະ ເອກະຊົນ ທົ່ວນະຄອນຫຼວງວຽງຈັນ ຈົ່ງເອົາໃຈໃສ່ ຕິດຕາມສະພາບອາກາດຕົວຈິງໃນແຕ່ລະໄລຍະ ຖ້າຫາກອາກາດຍັງສືບຕໍ່ຮ້ອນອົບເອົ້າ ແລະ ມີອຸນນະພູມ 40 ອົງສາເຊ ຂຶ້ນໄປ ເຊິ່ງອາດຈະເກີດມີຜົນກະທົບຕໍ່ສຸຂະພາບຂອງນ້ອງນັກຮຽນ ໂດຍສະເພາະແມ່ນໂຮງຮຽນລ້ຽງເດັກ-ອະນຸບານ ໂຮງຮຽນປະຖົມ ໂຮງຮຽນມັດທະຍົມຕອນຕົ້ນ ຕອນປາຍ ບ່ອນທີ່ບໍ່ມີເຄື່ອງປັບອາກາດ ໃຫ້ຫ້ອງການສຶກສາທິການ ແລະ ກີລາ ເມືອງ ໂຮງຮຽນພິຈະລະນາໂຈະການຮຽນຊົ່ວຄາວນັບແຕ່ ວັນທີ 30 ເມສາ ຫາ ວັນທີ 3 ພຶດສະພາ 2024 ສາກ່ອນ ແຕ່ໃຫ້ມີການສອນທົດແທນຄືນຕາມຮູບການຕ່າງໆທີ່ເໝາະສົມ ໃນໄລຍະໂຈະການຮຽນນີ້ໃຫ້ຄູປະຈຳຫ້ອງ ຄູປະຈຳວິຊາ ມອບວຽກບ້ານໃຫ້ນັກຮຽນຄົ້ນຄ້ວາຢູ່ບ້ານ ເພື່ອກະກຽມໃສ່ໃນການສອບ ເສັງເລື່ອນຂັ້ນ ແລະ ຈົບຊັ້ນ ປະຈຳ ສົກຮຽນ 2023-2024.

ສໍາລັບໂຮງຮຽນທີ່ມີສິ່ງອໍານວຍຄວາມສະດວກ ມີເຄື່ອງປັບອາກາດ ສາມາດຈັດການຮຽນ-ການສອນໄດ້ ແຕ່ໃຫ້ຫຼີກລ່ຽງການຈັດກິດຈະກຳກາງແຈ້ງເປັນເວລາດົນນານ ໃຫ້ປັບເວລາການຈັດກິດຈະກຳຕາມຄວາມເໝາະສົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments