Sunday, September 8, 2024
Homeຂ່າວໜ້າໜຶ່ງສະຫລອງວັນສາກົນ ສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫລືອວຽກແກ້ໄຂບັນຫາລະເບີດບໍ່ທັນແຕກ

ສະຫລອງວັນສາກົນ ສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫລືອວຽກແກ້ໄຂບັນຫາລະເບີດບໍ່ທັນແຕກ

ພິທີສະເຫລີມສະຫລອງ ວັນສາກົນ ວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫລືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ພາຍໃຕ້ຄໍາຂວັນ “ປົກປ້ອງຊີວິດ ສ້າງສັນຕິພາບ” ຈັດຂຶ້ນໃນວັນທີ 8 ເມສາ 2024 ຢູ່ແຂວງຫລວງພະບາງ ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະ ການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ມີບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ແລະ ຮັບຊົມວິດີໂອ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນລາວ ໂດຍສະເພາະເຂດຫ່າງໄກສອກຫລີກທີ່ມີຄວາມສ່ຽງສູງ.

ທ່ານ ສະເຫລີມໄຊ ກົມມະສິດ ກ່າວວ່າ: ການຈັດພິທີສະເຫລີມສະຫລອງຄັ້ງນີ້, ນອກຈາກຈະເພື່ອລະນຶກເຖິງຜົນກະທົບອັນໂຫດຮ້າຍ ແລະ ຍາວນານຂອງລະເບີດບໍ່ທັນແຕກແລ້ວ, ຍັງເປັນການ ສະແດງໃຫ້ເຫັນເຖິງຄວາມເຫັນອົກເຫັນໃຈ ຕໍ່ຜູ້ຖືກເຄາະຮ້າຍ ແລະ ປະຊາຊົນທີ່ຍັງດໍາລົງຊີວິດແບບສ່ຽງໄພກັບລະເບີດບໍ່ທັນແຕກໃນແຕ່ລະວັນ ເພື່ອຮຽກຮ້ອງໃຫ້ມີການເພີ່ມຄວາມພະຍາຍາມໃນການແກ້ໄຂບັນຫາດັ່ງກ່າວ, ເພື່ອປົກປ້ອງຊີວິດ ແລະ ປົກປ້ອງການດໍາລົງຊີວິດທີ່ຜາສຸກຂອງທຸກຄົນ, ພ້ອມທັງເປັນການປູກຈິດສໍານຶກໃຫ້ທົ່ວສັງຄົມ ຮັບຮູ້ເຖິງຄວາມສ່ຽງ ແລະ ໄພອັນຕະລາຍ ຂອງລະເບີດທີ່ບໍ່ທັນແຕກທີ່ຍັງຕົກຄ້າງຢູ່ ສປປ ລາວ ຂອງພວກເຮົາ. ດັ່ງທີ່ພວກເຮົາຮັບຊົມວິດີໂອສັ້ນໄປນັ້ນ ໄດ້ສະ ທ້ອນໃຫ້ເຫັນເຖິງຜົນກະທົບຂອງລະເບີດບໍ່ທັນແຕກ ທີ່ສົ່ງຜົນຕໍ່ຜູ້ຖືກເຄາະຮ້າຍເອງ, ຕໍ່ຄອບຄົວເຂົາ ເຈົ້າ, ຕໍ່ໝູ່ເພື່ອນຄົນໃກ້ຊິດ ແລະ ຕໍ່ສັງຄົມໂດຍລວມ ໂດຍສະເພາະແມ່ນເດັກນ້ອຍ ແລະ ປະຊາຊົນທີ່ອາໄສຢູ່ໃນເຂດຫ່າງໄກສອກຫລີກ ເຊິ່ງເຫດການແບບນີ້ໄດ້ເກີດຂຶ້ນກັບປະຊາຊົນຢູ່ຫລາຍປະເທດໃນທົ່ວໂລກທີ່ມີສະພາບຄືກັນກັບ ສປປ ລາວ ທີ່ປະຊາຊົນໃນປະເທດເຫລົ່ານັ້ນ ຍັງສືບຕໍ່ດຳລົງຊີວິດຢູ່ພາຍໃຕ້ຄວາມສ່ຽງກັບລະເບີດບໍ່ທັນແຕກທີ່ຕົກຄ້າງ.

ສຳລັບ ຢູ່ ສປປ ລາວ ສະເພາະໃນຊຸມປີຜ່ານມາ 50% ຂອງຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນ ແຕກແມ່ນເດັກນ້ອຍ, ໄລຍະ 3 ເດືອນຕົ້ນປີ 2024 ນີ້, ມີອຸບັດເຫດ ຈາກລະເບີດບໍ່ທັນແຕກຈໍານວນ 10 ຄັ້ງ, ມີຜູ້ຖືກເຄາະຮ້າຍຈໍານວນ 21 ຄົນ. ໃນນັ້ນ, ເປັນເດັກນ້ອຍ 12 ຄົນ ຊິ່ງມີອາຍຸລະຫວ່າງ 5-16 ປີ, ສິ່ງທີ່ເກີດຂຶ້ນນັ້ນເປັນເລື່ອງທີ່ໜ້າໂສກເສົ້າເສຍໃຈທີ່ສຸດ ສໍາລັບປະ ເທດລາວຂອງພວກເຮົາ. ສິ່ງດັ່ງກ່າວນີ້, ສະແດງໃຫ້ພວກເຮົາເຫັນວ່າ ໃນສະພາບທີ່ປະເທດມີຈຳນວນປະຊາກອນເພີ່ມຂຶ້ນ, ການຕັ້ງຖິ່ນຖານທີ່ຢູ່ອາໄສ ຄວາມຮຽກຮ້ອງຕ້ອງການ ການນໍາໃຊ້ພື້ນທີ່ດິນທີ່ປອດໄພຈາກລະເບີດ ກໍເພີ່ມຂຶ້ນ ເຮັດໃຫ້ຄວາມສ່ຽງຈາກລະເບີດບໍ່ທັນແຕກກໍມີທ່າອ່ຽງເພີ່ມຂຶ້ນເຊັ່ນກັນ.

ເຖິງຢ່າງໃດກໍຕາມ, ບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຍັງຕົກຄ້າງ ແມ່ນສິ່ງທີ່ສາມາດແກ້ໄຂໄດ້ໂດຍການຮ່ວມມືຂອງພວກເຮົາທຸກພາກສ່ວນ ລວມທັງຄູ່ຮ່ວມພັດທະນາທີ່ມີທ່າແຮງທາງດ້ານທຶນ ຮອນ ກໍປະກອບສ່ວນເປັນທຶນ, ວັດຖຸອຸປະກອນ ແລະ ບາງຄູ່ຮ່ວມພັດທະນາກໍແມ່ນການແລກປ່ຽນທາງດ້ານເຕັກນິກວິຊາການ ແລະ ບົດຮຽນ ເພື່ອພ້ອມກັນສຸມຄວາມພະຍາຍາມ ປະຕິບັດບຸລິມະສິດຢ່າງແທດເໝາະຕາມເປົ້າໝາຍທີ່ພວກເຮົາວາງໄວ້ໃຫ້ປະກົດຜົນເປັນຈິງ ເຊິ່ງແມ່ນການຫລຸດຜ່ອນຈໍານວນຜູ້ຖືກເຄາະຮ້າຍລົງໃຫ້ໄດ້ຕໍ່ທີ່ສຸດ ຈົນໃຫ້ເປັນສູນ ໂດຍຜ່ານການເພີ່ມການໂຄສະນາຄວາມສ່ຽງໄພຈາກ ລບຕ ໃຫ້ທົ່ວເຖິງຮອດປະຊາຊົນທຸກບ້ານ ໃນທຸກແຂວງທົ່ວປະເທດ ຄຽງຄູ່ໄປກັບການສະໜອງການສໍາຫລວດ ແລະ ກວດກູ້ ລບຕ ໃຫ້ໄດ້ທົ່ວທຸກພື້ນທີ່ມີການນໍາໃຊ້ພື້ນທີ່ດິນເຊັ່ນ: ທີ່ຢູ່ອາໄສ, ແຫລ່ງທຳມາຫາກິນຂອງປະຊາຊົນ, ພື້ນທີ່ໂຄງການປຸກສ້າງໂຮງໝໍ, ໂຮງຮຽນ ແລະ ການພັດທະນາຂອງຊຸມຊົນ ແລະ ອື່ນໆ.

ທ່ານ ສະເຫລີມໄຊ ກົມມະສິດ ຍັງກ່າວອີກວ່າ: ຍ້ອນການຮ່ວມມື ແລະ ການຊ່ວຍເຫລືອຈາກທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະຄູ່ຮ່ວມພັດທະນາ ທີ່ໄດ້ສືບຕໍ່ໃຫ້ທຶນສະໜັບສະໜູນເຊັ່ນ: ການາດາ, ໄອແລນ (Ireland), ຍີ່ປຸ່ນ, ລຸກຊຳບວກ, ນິວຊີແລນ, ນອກແວ, ສ ເກົາຫລີ, ອັງກິດ, ອົງການ ສະຫະປະຊາດເພື່ອການພັດທະນາ(UNDP) ແລະ ບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ໄດ້ປະກອບສ່ວນທັງທາງດ້ານເຕັກນິກວິຊາການ, ທຶນຮອນ ແລະ ວັດຖຸອຸປະກອນ ເຮັດໃຫ້ພວກເຮົາສາມາດກວດກູ້ລະເບີດບໍ່ທັນແຕກໄດ້ 5.000-6.000 ເຮັກຕາຕໍ່ປີ. ມາຮອດປັດຈຸບັນ, ການສໍາຫລວດພື້ນທີ່ອັນຕະລາຍ (CHA) ແມ່ນໄດ້ປະມານ 2 ແສນເຮັກຕາ. ໃນນັ້ນ ປະມານ 20% ແມ່ນໄດ້ສໍາເລັດການກວດກູ້ ລບຕ, ປັດຈຸບັນ ຫລາຍໂຄງການສໍາຫລວດ ກໍາລັງດໍາເນີນການຢູ່ ຄາດວ່າຈະມີພື້ນທີ່ ຢັ້ງຢືນອັນຕະລາຍເພີ່ມຂຶ້ນເລື້ອຍໆ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການນໍາໃຊ້ເນື້ອທີ່ດິນຂອງປະຊາຊົນ ທີ່ເພີ່ມຂຶ້ນ ກໍຄື ການຂະຫຍາຍຕົວທາງດ້ານການພັດທະນາເສດຖະກິດ-ສັງຄົມ, ພວກເຮົາຈະເພີ່ມຄວາມພະຍາຍາມກວດກູ້ ລບຕ ເພີ່ມຂຶ້ນໃຫ້ໄດ້ 10.000 ເຮັກຕາຕໍ່ປີ ໂດຍຈະໄດ້ສົ່ງເສີມການປະຕິບັດວຽກງານຢ່າງມີຫົວຄິດປະດິດສ້າງ ກໍຄື ການຄົ້ນຄວ້າ ທົດລອງຮູບແບບ ແລະ ນະວັດຕະ ກຳໃໝ່ໆທີ່ແທດເໝາະ.

ຂ່າວ-ພາບ: ຄ. ຄຳປະສິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments