Sunday, September 8, 2024
Homeຂ່າວພາຍໃນກອງປະຊຸມວຽກງານ ຍທຂ ທົ່ວປະເທດປະຈໍາປີ 2023

ກອງປະຊຸມວຽກງານ ຍທຂ ທົ່ວປະເທດປະຈໍາປີ 2023

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມວຽກງານ ຍທຂ ທົ່ວປະເທດປະຈໍາປີ 2023 ຂຶ້ນໃນວັນທີ 8 ເມສາ ນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ, ມີບັນດາຮອງລັດຖະມົນຕີ, ບັນດາຮອງເຈົ້າ ແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ອາດີດການນໍາກະຊວງ, ຫົວໜ້າກອງວິຊາການ, ຫົວໜ້າພະແນກ ຍທຂ ແຂວງ-ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ງາມປະສົງ ເມືອງມະນີ ກ່າວວ່າ: ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານການຈັດ ຕັ້ງປະຕິບັດວຽກງານພົ້ນເດັ່ນປະຈໍາປີ 2023, ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2021-2025), ທິດທາງແຜນການປີ 2024 ແລະ ທ້າຍສະໄໝຮອດປີ 2025 ຂອງກະຊວງ ຍທຂ ຕິດພັນກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານສາມສ້າງຂອງຂະແໜງການ ຍທຂ ແຕ່ປີ 2019-2023; ຄົ້ນ ຄວ້າ, ປຶກສາຫາລື ແລະ ເປັນເອກະພາບໃນການແກ້ໄຂບັນຫາທີ່ພົ້ນເດັ່ນຂອງຂະແໜງການ ຍທຂ. ພ້ອມນັ້ນ, ຍັງໄດ້ກໍານົດເປັນແຕ່ລະຫົວຂໍ້ເພືີ່ອໃຫ້ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົົ້ນຄວ້າ ແລະ ປຶກສາຫາລື ປະກອບຄໍາຄິດຄໍາເຫັນຊຶ່ງລວມມີ 7 ຫົວຂໍ້ໃຫຍ່ຄື: 1) ລາຍງານການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນປະຈໍາປີ 2023, ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2021-2025), ທິດທາງແຜນການປີ 2024 ແລະ ທ້າຍສະໄໝຮອດປີ 2025 ຂອງກະຊວງ ຍທຂ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂສະ ພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; 2) ລາຍງານການຈັດຕັ້ງປະຕິບັດວຽກງານສາມສ້າງ ຂອງຂະແໜງການ ຍທຂ ແຕ່ປີ 2019-2023; 3) ການຄຸ້ມຄອງນໍ້າໜັກລົດບັນທຸກ ຕິດພັນກັບການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫຼວງ; 4) ການຄຸ້ມຄອງການຂົນສົ່ງທາງບົກລະຫວ່າງປະເທດ; 5) ການຄຸ້ມຄອງຄວາມປອດໄພ ແລະ ປ້ອງກັນຄວາມປອດໄພການບິນ; 6) ການຈັດຕັ້ງປະຕິບັດແຜນຜັງຕົວເມືອງ ແລະ ການຄຸ້ມຄອງການປຸກສ້າງ; 7) ນໍາສະເໜີການສ້າງແຜນດໍາເນີນທຸລະກິດໃຫ້ແກ່ລັດວິສາຫະກິດນໍ້າປະປາເພື່ອໃຫ້ມີຄວາມຍືນຍົງ.

ໃນປີ 2023 ຜ່ານມາ, ຂະແໜງການ ຍທຂ ໃນຖານະທີ່ເປັນຂະແໜງການປາຍແຫຼມຂອງເສດຖະ ກິດແຫ່ງຊາດ ສາມາດຍາດໄດ້ຜົນງານໃນຫຼາຍໆດ້ານ ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງຕັ້ງໜ້າ ແນໃສ່ເພືີ່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ສ້າງຄວາມສີວິໄລ, ຍຸຕິທໍາ, ຄວາມໝັ້ນຄົງ ແລະ ຮຸ່ງເຮືອງຂອງຊາດລາວເຮົາ ສາມາດຮັບປະກັນການໄປມາຫາສູ່ ກໍຄືການອຳ ນວຍຄວາມສະດວກໃນການຂົນສົ່ງຂັ້ນພື້ນຖານລະຫວ່າງສູນກາງ ແລະ ທ້ອງຖິ່ນ, ຮັບປະກັນການເຊື່ອມຈອດ ແລະ ເຊື່ອມໂຍງກັບອະນຸພາກພື້ນ ແລະ ສາກົນໄດ້ເປັນຢ່າງດີ.

(ຂ່າວ-ພາບ: ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments