Home ຂ່າວໜ້າໜຶ່ງ ກົມໃຫຍ່ການເມືອງກອງທັບ ປິດບັ້ນອົບຮົມການເມືອງ, ຫັດແອບການທະຫານ ແລະ ຍິງລູກປືນແທ້ ປະຈຳປີ 2023

ກົມໃຫຍ່ການເມືອງກອງທັບ ປິດບັ້ນອົບຮົມການເມືອງ, ຫັດແອບການທະຫານ ແລະ ຍິງລູກປືນແທ້ ປະຈຳປີ 2023

0

ໃນວັນທີນີ້ 13 ມີນາ 2024, ກົມໃຫຍ່ການເມືອງກອງທັບ ໄດ້ປິດບັ້ນອົບຮົມການເມືອງ, ຫັດແອບການທະຫານ ແລະ ຍິງລູກປືນແທ້ ປະຈຳປີ 2023, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ຫ້ອງການ,ກົມກອງ, ແລະ ພະນັກງານ, ນັກຮົບທົ່ວກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.

ສະຫາຍ ພັນໂທ ສຸກສົມບັດ ລັດຖະຈັກ ຮອງຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງຝຶກອົບຮົມການເມືອງ, ຫັດແອບການທະຫານ ແລະ ຍິງລູກປືນແທ້ ປະຈຳປີ 2023 ເຊິ່ງໄດ້ເປີດການອົບຮົມແຕ່ວັນທີ 25 ມັງກອນ – 16 ກຸມພາ 2024, ຜ່ານການອົບຮົມຫັດແອບສາມາດຕີລາຄາຜົນໄດ້ຮັບພາກທິດສະດີສາມາດປະຕິບັດໄດ້: 81%, ພາກລະບຽບແບບແຜນ ໄດ້ : 91% ແລະ ການຈັດຕັ້ງປະຕິບັດຍິງລູກປືນແທ້ AK ( ອາກາ ) ສາມາດຄັດເລືອກປະເພດເກັ່ງ ໄດ້: 189 ສະຫາຍ ເທົ່າກັບ 19%, ປະເພດດີ ໄດ້: 300 ສະຫາຍ ເທົ່າກັບ 29%, ໄດ້ຄາດໝາຍ : 537 ສະຫາຍ ເທົ່າກັບ 52%, ການຍິງປືນສັ້ນ K59 ຂັ້ນນາຍພັນ ຂຶ້ນໄປສາມາດຄັດເລືອກປະເພດເກັ່ງ ໄດ້: 35 ສະຫາຍເທົ່າກັບ 8%, ປະເພດດີ ໄດ້: 191 ສະຫາຍເທົ່າກັບ 38%, ໄດ້ຄາດໝາຍ : 280 ສະຫາຍເທົ່າກັບ 54%.

ໂອກາດນີ້, ພົນຈັດຕະວາ ໄພວັນ ຈັນທະພົມມາ ໄດ້ມີຄຳເຫັນໂອ້ລົມ, ພ້ອມທັງເນັ້ນໃຫ້ສືບຕໍ່ສ້າງແຜນການຈັດຕັ້ງອົບຮົມການເມືອງ, ຫັດແອບການທະຫານ ແລະ ວິຊາສະເພາະ ເຕັກນິກຕ່າງໆ ເຮັດເປັນປະຈຳ, ຕໍ່ເນື່ອງ, ເຮັດແບບມີວິທະຍາສາດ ແລະ ມີຈຸດສຸມ ເພື່ອໃຫ້ການອົບຮົມມີຄຸນນະພາບ, ສືບຕໍ່ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງກົມກອງມີຄວາມເຂັ້ມແຂງ ແລະ ຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ ຂອງກອງທັບວາງອອກໃຫ້ຕໍ່ເນື່ອງເຂັ້ມງວດ ເພື່ອສ້າງກົມກອງໃຫ້ກາຍເປັນກົມກອງທີ່ມີແບບແຜນທັນສະໄໝເທື່ອລະກ້າວ.

ໂດຍ: ບິກໄຊ ສົມພູ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version