Sunday, September 8, 2024
Homeຂ່າວພາຍໃນສະຖານທູດຝຣັ່ງ ສະຫລອງວັນແມ່ຍິງສາກົນ ຄົບຮອບ 114 ປີ

ສະຖານທູດຝຣັ່ງ ສະຫລອງວັນແມ່ຍິງສາກົນ ຄົບຮອບ 114 ປີ

ສະຖານທູດຝຣັ່ງ ປະຈຳລາວ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ ຈັດກິດຈະກຳສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ໃນວັນທີ 12 ມີນາ 2024, ທີ່ສະຖານທູດຝຣັ່ງ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ຊິວ ແລ້ງ ຊອກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຝຣັ່ງ ປະຈໍາ ສປປ ລາວ, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ມາຕິນ ເທີເຣີ ຜູ້ຕ່າງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ຊິວ ແລ້ງ ຊອກ ໄດ້ກ່າວວ່າ: ວັນທີ 8 ມີນາ ບໍ່ພຽງແຕ່ເປັນວັນສະເຫລີມສະຫລອງວັນແມ່ຍິງສາກົນເທົ່ານັ້ນ ແຕ່ຍັງເປັນວັນໃນການປະຕິບັດສິດທັງໝົດ ລວມທັງປະເມີນຜົນກະທົບ ແລະ ອອກແບບວິທີການໃໝ່ໆໃນການເສີມສ້າງ ແລະ ເສີມຂະຫຍາຍຂອບເຂດສິດທິແມ່ຍິງ ຢ່າງເໝາະ ສົມ, ການສົ່ງເສີມສິດທິແມ່ຍິງ ບໍ່ພຽງແຕ່ຊ່ວຍເສີມສ້າງຄວາມເຂັ້ມແຂງຂອງແມ່ຍິ່ງ ເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນສະໜັບສະໜູນຄວາມເປັນຢູ່ທີ່ດີ ແລະ ຄວາມຈະເລີນຮຸ່ງເຮືອງຂອງຊຸມຊົນ ແລະ ສັງຄົມຂອງພວກເຮົາອີກດ້ວຍ ເຊິ່ງຫົນທາງການຮັບປະກັນຄວາມສະເໝີພາບທາງເພດ ຍັງຍາວໄກ, ລວມທັງໃນປະເທດຝຣັ່ງເອງ ທັງພາກລັດ ແລະ ເອກະຊົນຍັງມີໜ້ອຍ, ດ້ວຍເຫດຜົນດັ່ງກ່າວ, ລັດຖະບານຝຣັ່ງ ຈຶ່ງໄດ້ສ້າງຍຸດທະສາດສົ່ງເສີມສິດທິແມ່ຍິງ ແລະ ຄວາມສະເໝີພາບທາງເພດ ນັບແຕ່ປີ 2017 ເປັນຕົ້ນມາ.

ໂອກາດນີ້, ທ່ານ ນາງ ສິລິກິດ ບຸບຜາ ກໍໄດ້ມີຄໍາເເຫັນວ່າ: ການຈັດກິດຈະກຳໃນຄັ້ງນີ້, ເປັນອີກເວທີໜຶ່ງ ທີ່ມີຄວາມສຳຄັນ ເຊິ່ງສະແດງເຖິງຈຸດຢືນ ແລະ ຄວາມໝາຍໝັ້ນຂອງແມ່ຍິງບັນດາປະເທດຕ່າງໆໃນໂລກ ພ້ອມກັນສົມທົບຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການປະສານສົມທົບໃນການປະຕິບັດວຽກງານ ພັດທະນາແມ່ຍິງ ແລະ ປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງລາວ ແລະ ເດັກນ້ອຍ, ປະຕິບັດຄວາມສະເໝີພາບຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ.

ຂ່າວ-ພາບ: ສົມຫວັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments