Sunday, September 8, 2024
Homeຂ່າວໜ້າໜຶ່ງກອງປະຊຸມລິເລີ່ມຂະບວນການທົບທົວນກາງສະໄໝຂອງ ແຜນງານການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ປີ 2022-2026

ກອງປະຊຸມລິເລີ່ມຂະບວນການທົບທົວນກາງສະໄໝຂອງ ແຜນງານການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ປີ 2022-2026

ວັນທີ 12 ມີນາ 2024 ກະຊວງແຜນການ ແລະ ການລົງທຶນ ໃນນາມຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນີເຊັບ ໄດ້ເຕົ້າໂຮມກັນເພື່ອລິເລີ່ມຂະບວນການປະເມີນຄວາມຄືບໜ້າໃນວຽກງານສົ່ງເສີມສິດທິເດັກ ແລະ ວາງເເຜນຍຸດທະສາດວຽກງານດັ່ງກ່າວສຳລັບອະນາຄົດ ເພື່ອຮັບມືກັບສິ່ງທ້າທາຍທີ່ເດັກນ້ອຍພ່ວມປະເຊີນຢູ່ໃນ ສປປ ລາວ. ກອງປະຊຸມລິເລີ່ມຂະບວນການທົບທວນກາງສະໄໝຂອງ ແຜນງານການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ໃນປີ 2022-2026 ເປັນຂີດໝາຍຈຸດເລີ່ມຕົ້ນຂອງຂະບວນການທົບທວນວຽກງານສົ່ງເສີມສິດທິເດັກລະຫວ່າງທັງສອງພາກສ່ວນ ເຊີ່ງໄດ້ຖືກຈັດຂຶ້ນພາຍໄຕ້ສະພາບການປ່ຽນເເປງ ເເລະ ວິກິດການລະດັບໂລກໃນຫຼາຍໆດ້ານ.

ກອງປະຊຸມດັ່ງກ່າວເປັນການທົບທວນຄືນເຖີງຜົນສໍາເລັດໃນວຽກງານສິດທິເດັກໃນປີທີ່ຜ່ານມາ ໂດຍການນໍາໃຊ້ຂໍ້ມູນຈາກ ການສຳຫຼຼວດດັດສະນີໝາຍສັງຄົົມລາວ ຄັ້້ງທີ  III (LSIS-III) ເເລະ ຜົນຈາກການສຳລວດອື່ນໆ ເພື່ອຊ່ວຍຊີ້ນໍາທິດທາງນະໂຍບາຍໃໝ່ໆ ແລະ ແກ້ໄຂສິ່ງທ້າທາຍຕ່າງໆໃນອະນາຄົດ. ກອງປະຊຸມ ນີ້ຍັງໄດ້ຍົກໃຫ້ເຫັນເຖີງຄວາມຄືບໜ້າໃນວຽກງານຕ່າງໆທີ່ສຳຄັນຕໍ່ການສົ່ງເສີມສະຫວັດດີພາບຂອງເດັກ, ລວມເຖີງ ສຸຂະພາບ, ໂພຊະນາການ, ການສຶກສາ, ແລະ ການປົກປ້ອງ, ເເລະ ຜົນສຳເລັດຂອງການຮ່ວມມືລະຫວ່າງລັດຖະບານເເຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ນັບແຕ່ການລິເລີ່ມດຳເນີນແຜນງານການຮ່ວມມືນີ້ ໃນຊ່ວງໄລຍຍະການເເຜ່ລະບາດຂອງພະຍາດ ໂຄວິດ-19.

ໃນກອງປະຊຸ່ມທົບທວນ ທ່ານນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ກໍໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງ ລັດຖະບານເເຫ່ງ ສປປ ລາວ ໃນການປັບການປະຕິບັດວຽກງານສິດທິເດັກໃຫ້ເຂົ້າກັບສະພາບການປ່ຽນເເປງຕ່າງໆຢ່າງເໝາະສົມ. “ໃນຂະນະທີ່ພວກເຮົາຮັບມືກັບຜົນຈາກວິກິດການລະດັບໂລກໃນຫຼາຍໆດ້ານ, ພວກເຮົາຍັງຄົງມີຄວາມມຸ່ງໝັ້ນໃນການສ້າງກອບວຽກງານທີ່ມີຄວາມທົນທານ ເເລະ ສາມາດປົກປ້ອງສະຫວັດດິການຂອງເດັກ ຄຽງຂ້າງກັບການສະໜັບສະໜຸນການພັດທະນາຊັບພະຍາກອນມະນຸດຂອງປະເທດຊາດ. ຂໍ້ມູນຈາກ LSIS-III ນັ້ນເເມ່ນມີຄວາມສຳຄັນຫຼາຍ ເເລະ ຈະຊ່ວຍໃນການປັບປຸງນະໂຍບາຍ ແລະ ການສະໜອງບໍລິການຕ່າງໆ ໃຫ້ໄດ້ປະສິດຕິຜົນຫຼາຍຂຶ້ນ.”

ກອງປະຊຸມທົບທວນນີ້ ໄດ້ເປີດເວທີສົນທະນາກ່ຽວກັບ ການຫັນປ່ຽນຍຸດທະສາດເພື່ອຮັບມືກັບສິ່ງທ້າທາຍຫຼາຍໆດ້ານທີ່ເດັກນ້ອຍໃນ ສປປ ລາວ ປະເຊີນຢູ່, ໂດຍສະເພາະໃນດ້ານໂພຊະນາການ, ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ການຮຽນ, ທາງເພດ ແລະ ອື່ນໆ. ນອກນັ້ນ, ມັນຍັງໄດ້ເປີດເວທີໃຫ້ຜູ້ມີສ່ວນກ່ຽວຂ້ອງໄດ້ປະກອບຄຳເຫັນ ເເລະ ຂໍ້ສະເໜີແນະເພື່ອປັບປຸງ ແຜນງານການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ເພື່ອຮັບປະກັນວ່າມັນຍັງຄົງສອດຄ່ອງກັບບຸລິມະສິດຂອງປະເທດ ແລະ ເປົ້າໝາຍການພັດທະນາແບບຍືນຍົງໂດຍລວມ.

ທ່ານນາງ ດຣ. ເພຍ ເຣເບລໂບ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນີເຊັບ ປະຈຳ ສປປ ລາວ, ໄດ້ຢ້ຳຄືນເຖິງຄວາມໝຸ້ງໝັ້ນຂອງ ອົງການຢູນິເຊັບ ໃນການສະໜັບການພັດທະນາເເບບມີສ່ວນຮ່ວມ ຂອງ ສປປ ລາວ. “ສິ່ງທ້າທາຍທີ່ພວກເຮົາປະເຊີນໃນທຸກມື້ນີ້, ຈາກສິ່ງທ້າທາຍດ້ານເສດຖະກິດ ຈົນໄປເຖີງ ສິ່ງແວດລ້ອມ, ເເມ່ນຕ້ອງການວິທີເເກ້ໄຂທີ່ມີນະວັດຕະກຳ ແລະ ການຈັດຕັ້ງປະຕິບັດຮ່ວມມືລະຫວ່າງທຸກພາກສ່ວນ.  ກອງປະຊຸມລິເລີ່ມຂະບວນການທົບທວນກາງສະໄໝຂອງແຜນງານພວກເຮົາໃນມື້ນີ້  ເປັນບາດກ້າວທີ່ສຳຄັນສຳລັບຄວາມພະຍາຍາມນີ້ ເເລະ ຈະຊ່ວຍໃຫ້ພວກເຮົາສາມາດປະເມີນຍຸດທະສາດຄືນໃໝ່, ເພື່ອຮັບປະກັນວ່າ ສປປ ລາວ ສາມາດປົດລັອກທ່າແຮງຂອງຊັບພະຍາກອນມະນຸດອັນລ້ຳຄ່າຂອງປະເທດ ແລະ ເພື່ອໃຫ້ເດັກນ້ອຍລາວທຸກຄົນມີຊີິວິດທີ່ດີ ແລະ ສາມາດປະກອບສ່ວນເຂົ້າໃນການພັດທະນາຂອງ ສປປ ລາວ ຢ່າງເຕັມທີ່.

ໃນຂະນະທີ່ ສປປ ລາວ ຕັ້ງເປົ້າໝາຍໃນການຫຼຸດຜົ້ນອອກຈາກ ສະຖານະປະເທດດ້ອຍພັດທະນາ, ກອງປະຊຸມດັ່ງກ່າວກໍຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການນຳໃຊ້ວິທີເເກ້ໄຂບັນຫາສິ່ງທ້າທາຍກ່ຽວກັບສິດທິເດັກທີ່ມີນະວັດຕະກຳ ເພື່ອນຳໃຊ້ໂອກາດຈາກການຫັນປ່ຽນນີ້ໃຫ້ເກີດຜົນປະໂຫຍດສູງ.

ກອງປະຊຸມລິເລີ່ມຂະບວນການທົບທວນກາງສະໄໝຂອງ ແຜນງານການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ໃນປີ 2022-2026 ແມ່ນຂີດໝາຍອັນສໍາຄັນສຳລັບ ອົງການຢູນິເຊັບ ປະຈຳ ສປປ ລາວ ແລະ ລັດຖະບານເເຫ່ງ ສປປ ລາວ, ເພື່ອຢືນຢັນຄືນເຖີງຄວາມມຸ່ງໝັ້ນຂອງທັງສອງຟາຍຕໍ່ການສ້າງອະນາຄົດທີ່ສົດໃສເພື່ອເດັກທຸກໆຄົນໃນ ສປປ ລາວ, ເເກ້ໄຂສິ່ງທ້າທາຍ ແລະ ນຳໃຊ້ໂອກາດໃນຕໍ່ໜ້າໃຫ້ເກີດໝາກຜົນສູງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments