Sunday, September 8, 2024
Homeຂ່າວຕ່າງປະເທດບຣາຊິນ ຈັດກອງປະຊຸມລັດຖະມົນຕີການເງິນຈີ20

ບຣາຊິນ ຈັດກອງປະຊຸມລັດຖະມົນຕີການເງິນຈີ20

ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ, ທ່ານ ເຟີນານໂດ ຮັດດາດ (Fernando Haddad), ລັດຖະມົນຕີການເງິນບຣາຊິນ, ປະເທດເຈົ້າພາບຈັດກອງປະຊຸມບັນດາລັດຖະມົນຕີການເງິນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ ແຖວໜ້າໂລກ (G20) ໃຫ້ຮູ້ວ່າ: ກອງປະຊຸມ ໄດ້ສິ້ນສຸດລົງ ໃນວັນທີ 29 ກຸມພາ ແຕ່ບໍ່ມີຖະແຫລງການຮ່ວມ ຍ້ອນວ່າບັນດາສະມາຊິກມີຄວາມຄິດບໍ່ກົງກັນ ເຊິ່ງກ່ຽວຂ້ອງເຖິງ “ບັນດາ ການປະທະກັນດ້ານພູມີສາດການເມືອງ” ໃນປັດຈຸບັນ. ໃນໂອກາດນີ້ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນທັດສະນະ ກ່ຽວກັບສົງຄາມ, ການປະທະກັນ ແລະ ວິກິດການ ດ້ານມະນຸດສະທຳ ໃນປັດຈຸບັນ, ໃນນັ້ນ ພົ້ນເດັ່ນແມ່ນ ສະພາບການຢູ່ ອູແກຣນ ແລະ ເຂດກາຊາ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານ G20 ບຣາຊິນ ກ່າວເຕືອນວ່າ ກອງປະຊຸມນີ້ ບໍ່ແມ່ນເວທີປາໄສ ທີ່ເໝາະສົມເພື່ອແກ້ໄຂບັນດາບັນຫາ ດ້ານພູມີສາດການເມືອງ, ພ້ອມທັງສະເໜີບັນດາບັນຫານີ້ ຈະສືບຕໍ່ໄດ້ຮັບການປຶກສາຫາລືໃນບັນດາເວທີປາໄສ ແລະ ກອງປະຊຸມ ທີ່ກ່ຽວຂ້ອງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments