Sunday, September 8, 2024
Homeຂ່າວໜ້າໜຶ່ງລາວ ຮັບໃບຢັ້ງຢືນຫັດຖະກໍາພູມປັນຍາການຕໍ່າລາຍນາກເປັນມໍລະດົກໂລກ ຢ່າງເປັນທາງການ

ລາວ ຮັບໃບຢັ້ງຢືນຫັດຖະກໍາພູມປັນຍາການຕໍ່າລາຍນາກເປັນມໍລະດົກໂລກ ຢ່າງເປັນທາງການ

ຕອນບ່າຍວັນທີ 28 ກຸມພາ 2024 ຜ່ານມາ, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮັບໃບຢັ້ງຢືນຮັບຮອງເອົາຫັດຖະກໍາພູມປັນຍາ ການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ ຢ່າງເປັນທາງການ ຢູ່ສູນມໍລະດົກໂລກ ຂອງອົງການອຸຍແນັສໂກ ທີ່ປາຣີ, ປະເທດຝຣັ່ງ.

ພາຍຫລັງທີ່ອົງການອຸຍແນັສໂກໄດ້ຮັບຮອງເອົາຫັດຖະກໍາພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ ເຂົ້າເປັນມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸຂອງມວນມະນຸດ ໃນກອງປະຊຸມໃຫຍ່ຂອງຄະນະກຳມະທິການລະຫວ່າງລັດຖະບານ ຄັ້ງທີ 18 ທີ່ເມືອງ ຄາຊານ, ສາທາລະນະລັດ ບັອດສະວານາ ໃນວັນທີ 6 ທັນວາ 2023 ທີ່ຜ່ານມາ ໂດຍແມ່ນ ທ່ານ ເອີນເນັສໂຕ ອັອດຕັນ ( Ernesto Ottone ) ຮອງຜູ້ອໍານວຍການຝ່າຍວັດທະນະທໍາ ຂອງອົງການອຸຍແນັສໂກ ເປັນກຽດມອບໃບຢັ້ງຢືນໃນຄັ້ງນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments