Sunday, September 8, 2024
Homeຂ່າວພາຍໃນກອງ​ປະ​ຊູ​ມ​ໃຫ່ຍຄັ້ງ​ທີ່ I ຂອງ​ສະຫະພັນ​ແມ່ຍິງ ​ການເງິນ ຄັ້ງ​ວັນ​ທີ່ 26ກຸມພາ 2024

ກອງ​ປະ​ຊູ​ມ​ໃຫ່ຍຄັ້ງ​ທີ່ I ຂອງ​ສະຫະພັນ​ແມ່ຍິງ ​ການເງິນ ຄັ້ງ​ວັນ​ທີ່ 26ກຸມພາ 2024

ກອງປະຊຸມໃຫຍ່ຄັ້ງທີ I ຂອງສະຫະພັນແມ່ຍິງໜ່ວຍ ການເງິນ ໄດ້ໄຂຂຶ້ນຢ່າງເປັນທາງການໃນເວລາ 8ໂມງ 00 ນາທີ ຂອງວັນທີ 26 ກຸມພາ 2024 ນະທີ່ ຫ້ອງການ-ການເງິນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນຊູ ໝັ້ນລະຍາ ເລຂາໜ່ວຍພັກ ຫ້ອງການ-ການເງິນ ກອງປະຊຸມໃຫຍ່ ຄັ້ງນີ້ມີຜູ້ແທນເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 10 ທ່ານ. ໃນນັ້ນຜູ້ແທນສົມບູນເຊິ່ງເປັນຕົວແທນໃຫ້ແກ່ພາຍໃນໜ່ວຍ. ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຜົນສໍາເລັດຢ່າງສະຫງ່າງາມຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

1. ກອງປະຊຸມໃຫຍ່ໄດ້ຄົ້ນຄ້ວາຢ່າງເລິກເຊິ່ງ ແລະມີຄວາມເປັນເອກະພາບສູງຮັບຮອງເອົາບົດລາຍງານການເມືອງ 2 ພາກ ທິດທາງໜ້າທີ່, ວຽກງານຈຸດສຸມ ແລະ ບົດສໍາຫຼວດການນໍາພາລວມຂອງສະຫະພັນແມ່ຍິງໜ່ວຍຄັ້ງທີ I

2. ກອງປະຊຸມຄັ້ງປະຖົມມະລຶກຂອງສະຫະພັນແມ່ຍິງໜ່ວຍ ການເງິນ ໄດ້ຄົ້ນຄ້ວາຮັບຮອງເອົາປະທານ, ຮອງປະທານສະຫະພັນແມ່ຍິງໜ່ວຍ, ປະທານ, ຮອງປະທານກວດກາຂອງສະຫະພັນແມ່ຍິງໜ່ວຍ.

❖ຮັບຮອງເອົາປະທານ, ຮອງປະທານ ແລະ ຄະນະສະຫະພັນແມ່ຍິງໜ່ວຍປະກອບມີບັນດາທ່ານດັ່ງນີ້:

1. ທ່ານ ນ. ບຸນມາ ວິຍາເກດ ເປັນປະທານຊີ້ນໍາລວມລົງເລິກວຽກງານການເມືອງ,ວຽກງານກວດກາ,ວຽກງານຈັດຕັ້ງ

2. ທ່ານນ. ສົມໄຫມ ຈອມວິເສົາ ເປັນຮອງປະທານຮັບຜິຊອບວຽກງານຂະບວນການ,ສະຖິຕິ

3. ທ່ານ.ນ. ເກັງໄຂ ທະນະພົມ ເປັນຄະນະຮັບຜິຊອບວຽກງານເສດຖະກິດ

3. ກອງປະຊຸມໃຫຍ່ໄດ້ຮັບກຽດຟັງການໂອ້ລົມຂອງທ່ານ ນ. ສຸກນາວອນ ມະນີວົງ ຮອງປະທານ ສະຫະພັນແມ່ຍິງເມືອງທີ່ເຕັມໄປດ້ວຍເນື້ອໃນສໍາຄັນ, ເລິກເຊິ່ງ ແລະ ເປັນປະໂຫຍດໃຫ້ແກ່ສະຫະພັນແມ່ຍິງໜ່ວຍຂອງພວກເຮົາ .

4. ກອງປະຊຸມໃຫຍ່ສະແດງຄວາມຊົມເຊີຍສັນລະເສີນຜູ້ປະກອບການທຸລະກິດທັງພາຍໃນໜ່ວຍ ແລະ ຕ່າງປະເທດ

ທີ່ໄດ້ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ພັດທະນາໜ່ວຍກໍ່ຄື ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຕະຫຼອດໄລຍະ 05 ປີທີ່ຜ່ານມາໄດ້ບັນລຸຜົນສໍາເລັດອັນສໍາ ຄັນໃນຫຼາຍດ້ານ.

(ຂຽນຂ່າວໂດຍ ນາງ ສົມໄຫມ ຈອມວິເສົາ )

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments