Sunday, September 8, 2024
Homeຂ່າວໜ້າໜຶ່ງສສກ ຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາ

ສສກ ຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົສຕຣາລີ ໄດ້ຈັດກອງປະຊຸມຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາ ຂຶ້ນໃນວັນທີ 22 ກຸມພາ ນີ້ ທີ່ໂຮງແຮມວຽງຈັນພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງ ສສກ ແລະ ທ່ານ ນາງ ວາແນັດຊ້າ ເຮກາຕີ້ ເລຂາເອກສະຖານທູດ ອົສຕຣາລີ ປະຈຳ ລາວ, ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການ-ຮອງອຳນວຍການຈາກວິທະຍາໄລຄູທັງ 8 ແຫ່ງ ພ້ອມດ້ວຍຜູ້ຕາງໜ້າຈາກແຜນງານບີຄວາເຂົ້າຮ່ວມ.

ທ່ານ ນາງ ສີສຸກ ວົງວິຈິດ ກ່າວວ່າ: ມາດຕະຖານການສອນຊັ້ນປະຖົມສຶກສາເປັນເຄື່ອງມືຫຼັກໃນການຮັບປະກັນຄຸນນະພາບຂອງລະບົບການສຶກສາຄູ ເພື່ອຮັບປະກັນປະສິດທິພາບ ແລະ ຄວາມສອດຄ່ອງກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ສຳລັບຄູສອນຊັ້ນປະຖົມສຶກສາ ກົມສ້າງຄູ ຈະເປັນເຈົ້າການນຳພາການຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາ ເພື່ອພັດທະນາວິຊາຊີບຄູ, ເພື່ອການຈັດຕັ້ງປະຕິບັດມາດຕະຖານດັ່ງກ່າວຢ່າງຄົບຖ້ວນສົມບູນໃຫ້ສອດຄ່ອງກັບບັນດາຜົນໄດ້ຮັບລະດັບສູງໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຂອງກະຊວງ ສສກ ປີ 2021-2025 ແລະ ເປັນກຸນແຈສຳຄັນໃນການເສີມສ້າງການຮຽນຮູ້ ແລະ ການມີສ່ວນຮ່ວມຂອງນັກຮຽນຂັ້ນປະຖົມ.

ທ່ານ ນາງ ວາແນັດຊ້າ ເຮກາທີ້ ກ່າວວ່າ: ລັດຖະບານອົສຕຣາລີ ຮັບຮູ້ເຖິງບົດບາດອັນສຳຄັນຂອງຄູໃນການສ້າງອະນາຄົດຂອງຄົນຮຸ່ນໃໝ່. ຄູເປັນຜູ້ເຮັດໃຫ້ບົດຮຽນໃນຫຼັກສູດມີຄວາມໜ້າສົນໃຈສຳລັບນັກຮຽນຂອງເຂົາເຈົ້າ ໂດຍການສ້າງທັກສະໃນການຮຽນຮູ້ຜ່ານການປະຕິບັດຕົວຈິງ, ການຮ່ວມມືກັນ, ການສື່ສານກັນ ແລະ ການແກ້ໄຂບັນຫາ. ລັດຖະບານອົສຕຣາລີ ມຸ່ງໝັ້ນທີ່ຈະປັບປຸງທັກສະການສອນຂອງຄູສອນຊັ້ນປະຖົມສຶກສາ ເພື່ອໃຫ້ນັກຮຽນບັນລຸຜົນການຮຽນທີ່ດີຂຶ້ນ. ເຊື່ອໝັ້ນວ່າການຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາທີ່ມີປະສິດທິຜົນນີ້ແມ່ນມີຄວາມສໍາຄັນຢ່າງຍິ່ງຕໍ່ກັບການປັບປຸງຜົນການຮຽນຂອງນັກຮຽນ. ໃນນັ້ນ, ການຮັບປະກັນວ່ານັກຮຽນຊັ້ນປະຖົມສຶກສາທຸກຄົນຈະສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງເທົ່າທຽມກັນ ໂດຍສະເພາະແມ່ນຜູ້ທີ່ດ້ອຍໂອກາດ ເປັນສິ່ງທີ່ສໍາຄັນຢ່າງຍິ່ງຂອງການຮ່ວມມືອັນຍາວນານລະຫວ່າງລັດຖະບານອົສຕຣາລີ ແລະ ລັດຖະບານແຫ່ງ ສປປ ລາວ ເພື່ອສ້າງພື້ນຖານສໍາລັບອະນາຄົດທີ່ຈະເລີນຮຸ່ງເຮືອງ.

ໃນເດືອນທັນວາ 2023 ແລະ ເດືອນມັງກອນ 2024 ພະນັກງານວິຊາການຈາກວິທະຍາໄລຄູ ຈຳນວນ 146 ທ່ານ ແລະ ຜູ້ເຮັດວຽກສຶກສານິເທດພາຍໃນຈຳນວນ 1.044 ທ່ານ ໄດ້ຮັບການຝຶກອົບຮົມກ່ຽວກັບວິທີການນໍາໃຊ້ມາດຕະຖານການສອນຊັ້ນປະຖົມສຶກສາ ເພື່ອສະໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູ. ເປົ້າໝາຍໄລຍະຍາວ ເພື່ອໃຫ້ຄູຊັ້ນປະຖົມສຶກສາທັງໝົດໃນ ສປປ ລາວ ນຳໃຊ້ມາດຕະຖານການສອນຊັ້ນປະຖົມສຶກສາຢ່າງເປັນປົກກະຕິ ເພື່ອສະທ້ອນຄືນເຖິງການປະຕິບັດໜ້າທີ່, ກຳນົດຄວາມຕ້ອງການການຮຽນຮູ້ ແລະ ມີສ່ວນຮ່ວມໃນບັນດາກິດຈະກຳຕ່າງໆຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຄຸນນະພາບຂອງຄູໄດ້ຮັບການປັບປຸງ ແລະ ໃນທີ່ສຸດກໍຈະສົ່ງຜົນໃນການປັບປຸງການມີສ່ວນຮ່ວມຂອງນັກຮຽນ ແລະ ຜົນໄດ້ຮັບທາງດ້ານການຮຽນດີຂຶ້ນ.

ການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້, ຜູ້ເຂົ້າຮ່ວມໄດ້ກໍານົດ 4 ຂົງເຂດທີ່ສໍາຄັນໃນລະບົບການສຶກສາຊັ້ນປະຖົມ ທີ່ປະສົມປະສານມາດຕະຖານການສອນຊັ້ນປະຖົມສຶກສາເຂົ້າໃນລະບົບປະ ກອບມີ: ການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູ, ການຝຶກອົບຮົມ, ການປະເມີນ ແລະ ການຮັບຮອງມາດຖານຂອງຄູໃນອະນາຄົດ, ການປະເມີນການປະຕິບັດໜ້າທີ່ຂອງຄູປະຈຳການ ແລະ ການວາງແຜນພັດທະນາໂຮງຮຽນ. ໃນນັ້ນ, ກະຊວງ ສສກ ຈະນຳໃຊ້ວິທີການແບບລວມສູນເພື່ອປັບປຸງຄຸນນະພາບຂອງການສິດສອນ ໄດ້ມີການຕົກລົງເຫັນດີເປັນເອກະພາບກັນຂັ້ນຕອນຕ່າງໆທີ່ຕ້ອງໄດ້ດຳເນີນການໃນລະດັບນະໂຍບາຍ ແລະ ທາງດ້ານການປະຕິບັດ.

(ຂ່າວ-ພາບ: ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments