Sunday, September 8, 2024
Homeຂ່າວໜ້າໜຶ່ງກະກຽມກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ ແລະ ກອງປະຊຸມຄະນະເຮັດວຽກປິ່ນອ້ອມ

ກະກຽມກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ ແລະ ກອງປະຊຸມຄະນະເຮັດວຽກປິ່ນອ້ອມ

ພາຍໃຕ້ການເປັນປະທານຮອບວຽນກອງປະຊຸມອາຊຽນປະຈໍາປີ 2024, ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ດຳເນີນການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກະກຽມໃຫ້ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ (AFCDM-WG) ແລະ ກອງປະຊຸມຄະນະເຮັດວຽກປິ່ນອ້ອມ (Working Committees: WC) ລວມທັງໝົດຈຳນວນ 11 ກອງປະຊຸມ ແລະ ມີຜູ້ເຂົ້າຮ່ວມຈາກກະຊວງການເງິນ, ທະນາຄານກາງປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ແຂກທີ່ໄດ້ຮັບເຊີນເຂົ້າຮ່ວມປະມານ 200 ທ່ານ. ກອງປະຊຸມ ຈະດຳເນີນໄປຕາມວາລະ ເປັນເວລາ 05 ວັນ, ເລີ່ມແຕ່ວັນທີ 19-23 ກຸມພາ 2024, ທີ່ນະຄອນຫລວງວຽງຈັນ, ສປປ ລາວ, ເຊິ່ງຈະເປັນການສືບຕໍ່ປຶກສາຫາລືວຽກງານການເຊື່ອມໂຍງ ແລະ ຮ່ວມມືດ້ານການເງິນ-ເງິນຕາອາຊຽນ ພາຍໃຕ້ແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 (ASEAN Economic Community Blueprint 2025 – AEC), ແຜນການເຊື່ອມໂຍການເງິນ-ເງິນຕາອາຊຽນ (Roadmap for ASEAN Financial and Monetary Integration-Ria Fin), ການຮ່ວມມືດ້ານການເງິນ (ASEAN Finance Cooperation) ແລະ ການສ້າງຄວາມເຂັ້ມແຂງໃນວຽກງານການຮ່ວມມືດ້ານການເງິນ ຮ່ວມກັບສະຖາບັນການເງິນສາກົນຕ່າງໆ ກໍຄື ບັນດາຂໍ້ສະເໜີໃໝ່ໆ, ລວມທັງ ການຈັດຕັ້ງປະຕິບັດວຽກງານເສດຖະກິດບູລິມະສິດປະຈໍາປີຂອງປະທານກອງຊຸມຂອງຂະແໜງການເງິນໃນປີ 2024. 

ໃນວັນທີ 19 ກຸມພາ 2024 ໄດ້ເລີ່ມຈັດກອງປະຊຸມກະກຽມ ຂອງຄະເຮັດວຽກ (WC), ພ້ອມທັງສຳມະນາປິ່ນອ້ອມ ຄື:

– ກອງປະຊຸມ ຄະນະເຮັດວຽກເຈລະຈາການເປີດເສລີການບໍລິການດ້ານການເງິນອາຊຽນ (Working Committee on Financial Service Liberalization: WC -FSL), ເຊິ່ງໄດ້ປຶກສາຫາລືວາລະສຳຄັນຄື: ແຜນການຈັດຕັ້ງປະຕິບັດວຽກງານບູລິມະສິດປະຈໍາປີ 2024, ການທົບທວນຄວາມເປັນໄປໄດ້ໃນການໂຮມວຽກ ການເປີດເສລີການບໍລິການດ້ານການເງິນອາຊຽນ ເຂົ້າກັບ ວຽກງານການເຊື່ອມໂຍງທະນາຄານກາງອາຊຽນ, ການເຈລະຈາການເປີດເສລີການບໍລິການດ້ານການເງິນອາຊຽນ ຮ່ວມກັບ ປະເທດຄູ່ຮ່ວມພາຄີ (ທີ່ປະກອບດ້ວຍ ອາຊຽນ-ແຄນນາດາ, ອາຊຽນ ອົດສະຕາລີ – ນິວຊີແລນ ແລະ ອາຊຽນ-ຈີນ). ໃນນັ້ນ, ບັນຫາໜຶ່ງທີ່ສຳຄັນຂອງການປຶກສາຫາລື ແມ່ນໄດ້ປຶກສາຫາລືກ່ຽວກັບ ທິດທາງ ແລະ ແຜນການຍືນບັນຊີສະຫງວນຂອງປະເທດສະມາຊິກອາຊຽນ (NCM) ຕາມສັນຍາ ATISA.

– ກອງປະຊຸມສຳມະນາວຽກງານ “ການສະໜອງທຶນເພື່ອການຫັນປ່ຽນ ດ້ານການປ່ຽນແປງດິນຟ້າອາກາດໃນອາຊີຕາເວັນອອກສ່ຽງໃຕ້”, ເຊິ່ງໃຫ້ກຽດກ່າວເປີດ ໂດຍ ທ່ານ ບຸນປອນ ວັນນະຈິດ, ຮອງລັດຖະມົນຕີກະຊວງການເງິນ, ພ້ອມທັງມີຜູ້ເຂົ້າຮ່ວມຈາກປະເທດສະມາຊິກອາຊຽນ, ທະນາຄານພັດທະນາອາຊີ (ADB), ລວມທັງ ບັນດາກະຊວງອ້ອມຂ້າງ, ອົງການຈັດຕັ້ງລັດ, ສະຖາບັນການສຶກສາຈຳນວນໜຶ່ງເຂົ້າຮ່ວມ. ກອງປະຊຸມສຳມະນາດັ່ງກ່າວ ແມ່ນຈັດຂຶ້ນພາຍໃຕ້ການຮ່ວມມື ລະຫວ່າງ ກະຊວງການເງິນ ສປປ ລາວ ແລະ ADB, ເຊິ່ງເປັນຂີດໝາຍອັນ ສໍາຄັນ ໃຫ້ແກ່ການແກ້ໄຂບັນຫາ ການສະໜອງທຶນສໍາລັບ ບັນຫາການປ່ຽນແປງດິນຟ້າອາກາດ, ເຫັນໄດ້ຈາກສະພາບ ແລະ ບັນຫາໄລຍະຜ່ານມາຕໍ່ກັບ ການປ່ຽນແປງຂອງດິນຟ້າອາກາດ ເປັນໄພຂົ່ມຂູ່ຕໍ່ພາກພື້ນ, ມີຜົນກະທົບຢ່າງຫຼວງຫຼາຍຕໍ່ ເສດຖະກິດ, ສັງຄົມ ແລະ ລະບົບນິເວດ. ໃນກອງປະຊຸມສຳມະນາຄັ້ງດັ່ງກ່າວ, ໄດ້ມີການແລກປ່ຽນ ແລະ ສົນທະນາທີ່ມີ ລັກສະນະ ຮອບດ້ານ ແລະ ເພື່ອວາງແຜນໃນຕໍ່ໜ້າ ພ້ອມທັງພິຈາລະນາບັນຫາທີ່ສໍາຄັນເປັນຕົ້ນແມ່ນ: ການຂະຫຍາຍຈໍານວນທຶນເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຈາກການສະໜອງທຶນພາຍໃນ, ການລະດົມທຶນຈາກພາຍນອກ, ແລະ ກໍານົດຂໍ້ປະຕິບັດທີ່ດີທີ່ສຸດ ແລະ ວິທີແກ້ໄຂໃໝ່ສໍາລັບການສະໜອງທຶນເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໂດຍມີເປົ້າໝາຍເພື່ອສົ່ງເສີມການແລກປ່ຽນຄວາມຮູ້ ແລະ ການຮ່ວມມືລະຫວ່າງບັນດາພາກສ່ວນກ່ຽວຂ້ອງຈາກທົ່ວພາກພື້ນ ໂດຍຜ່ານການສົນທະນາຮ່ວມກັນ.

ສຳລັບວັນທີ 20-22 ກຸມພາ 2024 ແມ່ນຈະສືບຕໍ່ດຳເນີນກອງປະຊຸມຕາມວາລະ ແລະ ຈະສະຫຼຸບສັງລວມທຸກວຽກງານ ໃນວັນທີ 23 ກຸມພາ 2024 ເພື່ອນຳເຂົ້າລາຍງານຕໍ່ກອງປະຊຸມຂັ້ນຮອງລັດຖະມົນຕີ, ລັດຖະມົນຕີ ແລະ ຜູ້ວ່າທະນາຄານກາງ ໃນເດືອນເມສາ 2024 ທີ່ ນະຄອນຫຼວງພະບາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments