Sunday, September 8, 2024
Homeຂ່າວພາຍໃນເຈົ້າແຂວງເຊກອງ ພົບປະໂອ້ລົມປະຊາຊົນບ້ານລະກາຍ ເມືອງກະລຶມ

ເຈົ້າແຂວງເຊກອງ ພົບປະໂອ້ລົມປະຊາຊົນບ້ານລະກາຍ ເມືອງກະລຶມ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນວັນທີ 16 ກຸມພາ ຜ່ານມາ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະ ລົງຢ້ຽມຢາມ ແລະ ພົບປະໂອ້ລົມປະຊາຊົນບ້ານລະກາຍ ເມືອງກະລຶມ ໂດຍມີການນໍາເມືອງກະລຶມ, ຄະນະພັກຮາກຖານກຸ່ມບ້ານ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານດັ່ງກ່າວ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄໍາໄພ ໄຊສົງຄາມ ນາຍບ້ານລະກາຍ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບທີ່ຕັ້ງ, ຈຸດພິເສດ ແລະ ການພັດທະນາບ້ານ ຊຶ່ງບ້ານລະກາຍ ປະກອບມີ 69 ຫລັງຄາ, 93 ຄອບຄົວ, ມີພົນລະເມືອງທັງໝົດ 393 ຄົນ, ຍິງ 199 ຄົນ, ປະຊາຊົນມີອາຊີບເຮັດໄຮ່, ເຮັດນາ ແລະ ລ້ຽງສັດເປັນຕົ້ນຕໍ. ໃນໄລຍະຜ່ານມາ, ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກ, ອົງການປົກຄອງແຂວງ, ເມືອງກະລຶມ ແລະ ອົງການປົກຄອງບ້ານ ບວກກັບຄວາມສາມັກຄີບຸກບືນເປັນເຈົ້າຕົນເອງຂອງປະຊາຊົນ ໄດ້ສຸມໃສ່ພັດທະນາເສດຖະກິດຄອບຄົວ ຕາມທ່າແຮງບົ່ມຊ້ອນ ແລະ ຄວາມອາດສາມາດຕົວຈິງຂອງທ້ອງຖິ່ນ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເປັນກ້າວໆ.

ໃນໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ເປັນຫ່ວງເປັນໄຍ ໃນນາມສ່ວນຕົວ ກໍຄື ຄະນະພັກ-ອົງການປົກຄອງແຂວງ ມາຍັງປະຊາຊົນບັນດາເຜົ່າ. ພ້ອມທັງ ມີຄໍາເຫັນຊີ້ນໍາໃຫ້ອົງການປົກຄອງບ້ານ ສືບຕໍ່ນໍາພາສຶກສາອົບຮົມການເມືອງແນວຄິດ ສ້າງໃຫ້ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບ ຕໍ່ແນວທາງຂອງພັກ, ແຜນນະໂຍບາຍຂອງລັດ; ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ຍົກສູງຄວາມເປັນແບບຢ່າງນໍາໜ້າ ແລະ ນໍາພາປະຊາຊົນເຮັດການຜະລິດ, ພັດທະນາອາຊີບ, ສ້າງເສດຖະກິດຄອບຄົວ ຕາມທ່າແຮງຂອງທ້ອງຖິ່ນ; ເອົາໃຈໃສ່ປົກປັກຮັກສາປ່າໄມ້, ກໍານົດປ່າສະຫງວນ, ປ່າປ້ອງກັນ, ຮັກສາສັດປ່າ, ຮັກສາແຫລ່ງນໍ້າ ແລະ ເຄື່ອງປ່າຂອງດົງໃຫ້ຍືນຍົງ; ຄົ້ນຄວ້າຂຶ້ນແຜນຂະຫາຍເນື້ອທີ່ທໍາການຜະລິດ ໂດຍສະເພາະແມ່ນເນື້ອທີ່ນາ ແລະ ສົ່ງເສີມປະຊາຊົນລ້ຽງສັດປະເພດຕ່າງໆ ໃຫ້ຫລາຍຂຶ້ນ; ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ລູກ-ຫລານ ຂອງຕົນໃຫ້ໄດ້ເຂົ້າເຖິງການສຶກສາໃນລະດັບຕ່າງໆ; ປະຕິບັດຫລັກການອະນາໄມ 3 ສະອາດ ຄື: ກິນສະອາດ, ດື່ມສະອາດ, ຢູ່ສະອາດ ແລະ ປະຕິບັດວຽກງານປ້ອງກັນຊາດ-ປ້ອງຄວາມສະຫງົບ ເພື່ອຕ້ານ ແລະ ສະກັດກັ້ນ ບັນຫາປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນພາຍໃນບ້ານຂອງຕົນ.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments