Sunday, September 8, 2024
Homeຂ່າວພາຍໃນການສົ່ງເສີມດ້ານກາເຟ ແລະ ໂພຊະນາການຂອງປະເທດຍີ່ປຸ່ນໃນ ສປປ ລາວ

ການສົ່ງເສີມດ້ານກາເຟ ແລະ ໂພຊະນາການຂອງປະເທດຍີ່ປຸ່ນໃນ ສປປ ລາວ

………

ໃນວັນທີ 15 ກຸມພານີ້, ເປັນມື້ແນະນຳການຮ່ວມມື ທີ່ແນໃສ່ການສົ່ງເສີມຊາວກະສິກອນສວນກາເຟໃນສອງເມືອງຂອງແຂວງຫຼວງພະບາງ. ໂຄງການລິເລີ່ມນີ້ຈະຊຸກຍູ້ ຄວາມພະຍາຍາມໃນການຜະລິດ ແລະ ການຕະຫຼາດ ໃນຂະນະດຽວກັນກໍສົ່ງເສີມການເຂົ້າເຖິງ ແລະ ຄວາມເຂົ້າໃຈກ່ຽວກັບດ້ານໂພຊະນາການທີ່ຈໍາເປັນ.

ໂຄງການສ້າງການຄ້ຳປະກັນສະບຽງອາຫານໃຫ້ຊາວກະສິກອນ ແລະ ເຊື່ອມໂຍງທາງດ້ານເສດຖະກິດ ກັບ ຍີ່ປຸ່ນ (COFFEE-JAPAN) ແມ່ນໂຄງການທີ່ໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນ ຈຳນວນປະມານ ໜຶ່ງລ້ານໂດລາ ຊຶ່ງຈະດຳເນີນພາຍໃຕ້ການຮ່ວມມືລະຫວ່າງກະຊວງກະສິກຳ ແລະ ປ່າໄມ້, ອົງການອາຫານໂລກແຫ່ງສະຫະປະຊາຊາດ, ບໍລິສັດ ຊາກາໂນ ໂທຊຸ, ບໍລິສັດເອກະຊົນຂອງຍີ່ປຸ່ນທີ່ເຄື່ອນໄຫວຢູ່ ສປປ ລາວ, ແລະ ບໍລິສັດ ຊາຟຣອນ ກາເຟ, ບໍລິສັດກາເຟການຄ້າຂອງລາວ.

ໂຄງການດັ່ງກ່າວແມ່ນ ແນໃສ່ 8 ບ້ານ ໃນເມືອງໂພນໄຊ ແລະ ເມືອງວຽງຄຳ ແຂວງຫຼວງພະບາງ. ໃນໄລຍະເວລາ 30 ເດືອນ, ຜູ້ຜະລິດຂະໜາດນ້ອຍປະມານ 300 ຄົນ ແລະ ຄອບຄົວຂອງເຂົາເຈົ້າຈະໄດ້ຮັບຜົນປະໂຫຍດໂດຍກົງຈາກຄວາມຮູ້ ແລະ ຊັບພະຍາກອນເພື່ອປັບປຸງ ແລະ ເພີ່ມການຜະລິດຂອງເຂົາເຈົ້າໃນຂະນະ ດຽວກັນກໍເພີ່ມຄວາມຮູ້ດ້ານໂພຊະນາການໃຫ້ແກ່ເຂົາເຈົ້າ. ກາເຟທີ່ຜະລິດໄດ້ແມ່ນຈະສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ. ບັນດາຄູ່ຮ່ວມພັດທະນາ ມີເປົ້າໝາຍໃນການສ້າງຮູບແບບທົດລອງໃນການປະສົມປະສານຄຸນຄ່າທາງໂພຊະນາການ ເຂົ້າກັບຕ່ອງໂສ້ຄຸນຄ່າຂອງກາເຟ.

ທ່ານ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງໄດ້ກ່າວວ່າ: “ກາເຟ, ເປັນພືດເສດຖະກິດ, ມີສັກກະຍະພາບສູງໃນການສ້າງໂອກາດທາງເສດຖະກິດໃຫ້ແກ່ປະຊາຊົນ. ເຖິງຢ່າງໃດກໍຕາມ, ກາເຟທີ່ມີຄຸນນະພາບສູງທີ່ອອກສູ່ຕະຫຼາດສາກົນແມ່ນຍັງຂາດແຄນ, ເນື່ອງຈາກຊາວກະສິກອນຢູ່ເຂດພາກເໜືອຂອງປະເທດລາວຍັງມີທັກສະທີ່ຈຳກັດໃນການປູກກາເຟຕາມຄວາມຕ້ອງການຂອງຕະຫຼາດສາກົນ. ພວກເຮົາຂໍຂອບໃຈທີ່ໄດຮັບການສະໜັບສະໜູນຈາກປະເທດຍີ່ປຸ່ນ ແລະ ການຮ່ວມມືຂອງຫຼາຍພາກສ່ວນເພື່ອສ້າງລາຍຮັບໃຫ້ແກ່ຊາວກະສິກອນສວນກາເຟ, ພ້ອມທັງຮັບປະກັນໃຫ້ເຂົາເຈົ້າໄດ້ຮຽນຮູ້ກ່ຽວກັບໂພຊະນາການ ແລະ ເຂົ້າເຖິງອາຫານເພື່ອສຸຂະພາບ”

ທ່ານ ເຄນິຈິ ໂກບາຢາຊິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ກ່າວວ່າ: “ໃນຫຼາຍທົດສະວັດທີ່ຜ່ານມາ, ປະເທດຍີ່ປຸ່ນ ໄດ້ສືບຕໍ່ສະໜັບສະໜູນການພັດທະນາຂະແໜງກະສິກຳ ແລະ ປ່າໄມ້ຢູ່ ສປປ ລາວ, ລວມທັງການຮ່ວມມືກັບ ອົງການອາຫານໂລກ. ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 50 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມື ຍີ່ປຸ່ນ-ອາຊຽນ ໃນປີກາຍນີ້ ແລະ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ໃນປີນີ້, ແລະ ການສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃນປີໜ້າ, ພວກເຮົາມີຄວາມຍິນດີທີ່ໄດ້ສະໜັບສະໜູນໂຄງການລິເລີ່ມນີ້, ຫວັງຢ່າງຍິ່ງວ່າຈະເປັນການປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ປັບປຸງລາຍຮັບໃນຊົນນະບົດ, ພ້ອມທັງຮັບປະກັນຄວາມ ໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງໂພຊະນາການ”

ທ່ານ ກຸນິຮິໂກະ ໂອໂນະ ຜູ້ກໍ່ຕັ້ງ ແລະ ປະທານບໍລິສັດ ຂອງ ຊາກາໂນ່ໂຕຊຸ (Saka no Tochu) ກ່າວວ່າ “ຢູ່ທີ່ ຊາກາໂນ່ໂຕຊຸ, ພວກເຮົາເຊື່ອວ່າໃນການຜະລິດກາເຟນັ້ນ, ລ້ວນແລ້ວແຕ່ມີບັນຫາຫຼາຍຢ່າງ ແລະ ການລົງມືແກ້ໄຂ ແລະ ຈັດການບັນຫາເຫຼົ່ານັ້ນຢ່າງບໍ່ຫຍໍ້ທໍ້ແມ່ນຫົວໃຈສໍາຄັນສຳລັບອະນາຄົດຂອງທຸລະກິດໃນສະຕະວັດທີ 21. ພວກເຮົາມຸ່ງເນັ້ນໄປສູ່ການສະໜອງການຝຶກອົບຮົມ ແລະ ພື້ນຖານໂຄງລ່າງໃຫ້ແກ່ຊາວກະສິກອນສວນກາເຟ ຊຶ່ງຈະສ້າງຜົນປະໂຫຍດໃຫ້ແກ່ບັນດາຊຸມຊົນທັງໝົດຂອງເຂົາເຈົ້າ, ໂດຍມີເປົ້າໝາຍສູງສຸດນັ້ນຄືການຊ່ວຍໃຫ້ພວກເຂົາມີຊີວິດການເປັນຢູ່ທີ່ດີຂຶ້ນ. ພວກເຮົາວາງແຜນທີ່ຈະເພີ່ມປະລິມານກາເຟທີ່ຈະມີການສົ່ງອອກ, ເພື່ອແນໃສ່ສະເພາະຕະຫຼາດ ຮ້ານຂົ້ວກາເຟ ຂະໜາດນ້ອຍ ແລະ ກາງຢູ່ປະເທດຍີ່ປຸ່ນ,”

ທ່ານມາກ ອານເດຣ ໂປຣສ ຜູ້ຕາງໜ້າຂອງອົງການອາຫານໂລກປະຈຳ ສປປ ລາວ ກ່າວວ່າ: “ເປົ້າໝາຍຕົ້ນຕໍຂອງພວກເຮົາຢູ່ ອົງການອາຫານໂລກ ແມ່ນເພື່ອໃຫ້ບັນດາຄອບຄົວເຂົ້າເຖິງອາຫານທີ່ມີຄວາມຫຼາກຫຼາຍ ແລະ ເໝາະສົມກັບຄວາມຕ້ອງການຂອງເຂົາເຈົ້າ. ການໃຫ້ຄວາມຮູ້ດ້ານໂພຊະນາການຈະສ້າງຄວາມຮັບຮູ້ໃນຊຸມຊົນກ່ຽວກັບຄວາມຕ້ອງການໃນແຕ່ລະໄລຍະຕ່າງໆໃນຊີວິດ, ໃນຂະນະທີ່ມີລາຍຮັບເພີ່ມຂຶ້ນຈາກການຜະລິດກາເຟຈະຊ່ວຍໃຫ້ຊາວກະສິກອນສວນກາເຟສາມາດຊື້ອາຫານທີ່ພວກເຂົາບໍ່ຜະລິດໄດ້. COFFEE-JAPAN ແມ່ນການຮ່ວມມືທາງດ້ານນະວັດຕະກໍາລະຫວ່າງພາກລັດ-ເອກະຊົນ ດ້ວຍແນວທາງທີ່ມີຄວາມຍືນຍົງ ໂດຍຄຳນຶງເຖິງຊຸມຊົນເປັນ ໃຈກາງ, ໂດຍປະສົມປະສານການຜະລິດກາເຟ ເພີ່ມລະດັບການສົ່ງອອກ, ການສ້າງຄວາມອາດສາມາດ ແລະ ການປູກຈິດສໍານຶກດ້ານໂພຊະນາການເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຂັບເຄື່ອນການປ່ຽນແປງໃນເຊີງບວກ

(ຂ່າວ: ອົງການອາຫານໂລກ) #ປະຊາຊົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments