Sunday, September 8, 2024
Homeຂ່າວພາຍໃນກອງບັນຊາການທະຫານນະຄອນຫລວງວຽງຈັນ ເຊື່ອມຊຶມເອກະສານສຳຄັນຂອງພັກ

ກອງບັນຊາການທະຫານນະຄອນຫລວງວຽງຈັນ ເຊື່ອມຊຶມເອກະສານສຳຄັນຂອງພັກ

ກອງບັນຊາການທະຫານນະຄອນຫລວງວຽງຈັນ ໄດ້ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະ ນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ມະຕິວ່າດ້ວຍການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກອງບັນຊາການທະຫານນະຄອນຫລວງວຽງຈັນ ໃນວັນທີ 13 ກຸມພາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ໂສພາວັນ ທຳມະເທວາ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫລວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ພະແນກການ ຈາກອົງການ 5 ຫ້ອງ ແລະ ກົມກອງທີ່ຂຶ້ນກັບເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ໂສພາວັນ ທຳມະເທວາ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ເຊິ່ງກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ກອງປະຊຸມໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ, ຕີລາຄາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດປະຈຳປີ 2023 ແລະ ທິດທາງ ປີ 2024, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັກຮາກຖານກຸ່ມບ້ານ ຫລື ບ້ານໃຫຍ່, ຈຸດສຸມນໍາພາ-ຊີ້ນຳຂອງຄະນະບໍລິຫານງານສູນກາງພັກ ແຕ່ນີ້ຮອດກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ 8 ສະໄໝທີ XI.

ພ້ອມນີ້, ກອງປະຊຸມຍັງໄດ້ ຜ່ານມະຕິວ່າດ້ວຍການດຳເນີນກອງປະຊຸມໃຫຍ່ ຂອງພັກແຕ່ລະຂັ້ນ, ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມດຳເນີນກອງປະຊຸມໃຫຍ່, ແຜນການເຄື່ອນໄຫວທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະພັກ ກອງບັນຊາການທະຫານນະຄອນຫລວງວຽງຈັນ ສະໄໝທີ VI ແລະ ບັນດາຮາກຖານພັກ, ແຜນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ໃນທົ່ວອົງຄະນະພັກກອງບັນຊາການທະຫານນະຄອນຫລວງວຽງຈັນ ຕື່ມອີກ.

ຂ່າວ: ຮ້ອຍເອກ ແສງດາລາ ໄຊຍະລາດ

ພາບ: ຮ້ອຍໂທ ນາງ ສຸພາວະດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments