Sunday, September 8, 2024
Homeຂ່າວການເມືອງຄະນະບໍລິຫານງານພັກ ກະຊວງການເງິນ ດຳເນີນກອງປະຊຸມຄົບຄະນະ ກາງສະໄໝ

ຄະນະບໍລິຫານງານພັກ ກະຊວງການເງິນ ດຳເນີນກອງປະຊຸມຄົບຄະນະ ກາງສະໄໝ

ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງການເງິນ ກາງສະໄໝ ທີ III ຈັດຂຶ້ນໃນວັນທີ 13-15 ກໍລະກົດ 2023 ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ, ມີຄະນະພັກກະຊວງ, ບັນດາສະຫາຍຄະນະປະຈໍາພັກ, ກໍາມະການ ຄະນະບໍລິຫານງານພັກ ກະຊວງການເງິນ, ມີບັນດາສະຫາຍເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ

ສະຫາຍ ສັນຕິພາບ ພົມວິຫານ ໄດ້ກ່າວວ່າ: ການດຳເນີນຊີວິດການເມືອງກາງສະໄໝ ແມ່ນເພື່ອສຳຫລວດກວດກາຕີລາ ຄວາມຮັບຜິດຊອບລວມ ຂອງຮາກຖານພັກແຕ່ລະຂັ້ນ ກໍຄື ຄວາມຮັບ ຜິດຊອບຂອງສະຫາຍຄະນະພັກ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກະຊວງການເງິນ ໂດຍມີການວິເຄາະ, ໄຈ້ແຍກ ຢ່າງເລິກເຊິ່ງການເຄື່ອນໄຫວນຳພາຕົວຈິງ ເພື່ອໃຫ້ເຫັນອັນດີ-ຜົນງານ, ອັນອ່ອນ-ຄົງຄ້າງ ຂອງຄະນະພັກ ແລະ ບຸກຄົນໃນຄະນະ ໃນໄລຍະ 2 ປີ ທີ່ຜ່ານມາ, ເປັນບ່ອນອີງພື້ນຖານ ໃຫ້ແກ່ການປັບປຸງແກ້ໄຂ ໃນຊຸມປີທ້າຍສະໄໝ ເພື່ອສືບຕໍ່ກໍ່ສ້າງພັກໃຫ້ໜັກແໜ້ນ ທາງດ້ານການເມືອງ, ເອກະພາບທາງດ້ານແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີແບບແຜນນຳພາ-ວິທີເຮັດວຽກ ທີ່ຖືກ ຕ້ອງ ແລະ ເຂັ້ມງວດ. ການດຳເນີນຊີວິດການເມືອງຄັ້ງນີ້, ແນໃສ່ກະຕຸ້ນໃຫ້ການຈັດຕັ້ງພັກ, ບຸກຄົນຄະນະພັກ ຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ, ປຸກລະດົມຂະບວນການສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນກັບການຍົກສູງຄວາມສາມາດໃນການນຳພາ, ຄວາມເປັນແບບຢ່າງນຳໜ້າ, ຄວາມສາມັກຄີເປັນເອກະພາບ, ຄວາມເປັນເຈົ້າການຕັ້ງໜ້າບຸກບືນເຮັດແທ້ທຳຈິງ ແລະ ຍົກສູງຄວາມຮັບຜິດຊອບຂອງຄະນະພັກ ໃນການຄົ້ນຄວ້າ ແລະ ແກ້ໄຂບັນຫາຕ່າງໆ ຕິດພັນກັບຂະແໜງການເງິນ.

ໃນວາລະກອງປະຊຸມ ກໍໄດ້ດຳເນີນການທາບທາມຄວາມໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກ. ຈາກນັ້ນ, ຜູ້ເຂົ້າສ່ວນກໍໄດ້ປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດສະຫລຸບ ການນຳພາ-ຊີ້ນຳຮອບດ້ານໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງ III ຂອງອົງຄະນະພັກກະຊວງການເງິນ ກາງສະໄໝ (2021-2023) ແລະ ທິດທາງທ້າຍສະໄໝ(2023- 2025), ຮ່າງບົດສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງການເງິນ ກາງສະໄໝ (2021-2023) ແລະ ທິດທາງທ້າຍສະໄໝ( 2023- 2025).

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນວ່າ: ການທາບທາມ ແລະ ປະກອບຄຳເຫັນຕໍ່ຄະນະພັກຄັ້ງນີ້, ເປັນການເປີດກວ້າງປະຊາທິປະໄຕພາຍໃນພັກ ໂດຍສະເພາະພາຍໃນພະນັກ ງານຫລັກແຫລ່ງ ຂອງອົງຄະນະພັກກະຊວງການເງິນ ເພື່ອໃຫ້ປະກອບຄວາມເຫັນ ຕໍ່ຄວາມຮັບຜິດ ຊອບລວມ ກໍຄື ຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງແຕ່ລະສະຫາຍໃນຄະນະພັກ ແນໃສ່ປັບປຸງ ຄະນະພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີຄວາມເປັນເອກະພາບສູງ ເພື່ອສືບຕໍ່ເປັນຫລັກແຫລ່ງນຳພາ ປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກໍຄື ກອງປະຊຸມໃຫຍ່ ຂອງອົງຄະນະພັກ ພວກສະຫາຍ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ເຊິ່ງການປະກອບຄຳເຫັນ ຂອງບັນດາສະຫາຍ ທີ່ເຂົ້າຮ່ວມການທາບທາມຄວາມ ໄວ້ວາງໃຈຕໍ່ຄະນະບໍລິຫານງານພັກ ໃນຄັ້ງນີ້ ເປັນເນື້ອໃນສຳຄັນໃຫ້ແກ່ການດຳເນີນຊີວິດການເມືອງ ສຳຫລວດກວດກາກາງສະໄໝ ພາຍໃນຄະນະພັກ ໃຫ້ມີເນື້ອໃນກວ້າງຂວາງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອປັບປຸງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການດຳລົງຊີວິດ, ແບບແຜນນຳພາ ແລະ ວິທີເຮັດວຽກ ຂອງແຕ່ລະສະຫາຍ ໃນຄະນະພັກ ໃຫ້ຖືກຕ້ອງ, ໜັກແໜ້ນ, ຮັບປະກັນຄວາມເປັນແບບຢ່າງຂອງຄະນະພັກ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments