Sunday, September 8, 2024
Homeຂ່າວຕ່າງປະເທດສປຊ ຮຽກຮ້ອງຄວາມສະເໝີພາບຍິງ-ຊາຍ ໃນຂົງເຂດວິທະຍາສາດ

ສປຊ ຮຽກຮ້ອງຄວາມສະເໝີພາບຍິງ-ຊາຍ ໃນຂົງເຂດວິທະຍາສາດ

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ວັນທີ 11 ກຸມພາ ເນື່ອງໃນໂອກາດວັນແມ່ຍິງ ແລະ ເດັກຍິງສາກົນ ໃນຂົງເຂດ ວິທະຍາສາດ, ທ່ານ ອັນໂຕນີໂອ ກູເຕີເຣສ (Antonio Guterres), ເລຂາທິການໃຫຍ່ສະຫະປະຊາຊາດ (ສປຊ) ໄດ້ສົ່ງສານ ເນັ້ນໜັກເຖິງຄວາມສຳຄັນຂອງຄວາມສະເໝີພາບລະຫວ່າງ ຍິງ – ຊາຍ ໃນຂົງເຂດວິທະຍາສາດ. ຂະນະທີ່ການນຳອົງການຫລາຍຝ່າຍໃຫຍ່ສຸດໃນໂລກ ຖືວ່າ: ຄວາມສະເໝີພາບ ລະຫວ່າງ ຍິງ – ຊາຍ ໃນຂົງເຂດວິທະຍາສາດແມ່ນບັນຫາ ຫລັກແຫລ່ງເພື່ອສ້າງອະນາຄົດທີ່ດີງາມກ່ວາໃຫ້ແກ່ທຸກໆ ຄົນ. ເຖິງວ່າມີບົດບາດສຳຄັນໃນຂົງເຂດວິທະຍາສາດ, ແຕ່ແມ່ຍິງ ແລະ ເດັກຍິງ ຕ້ອງປະເຊີນໜ້າກັບຫລາຍຮົ້ວກີດຂວາງ ແລະ ຄວາມຄິດຕາຍຕົວມີລັກສະນະເປັນລະບົບໃນການເຮັດວຽກ. ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຍົກໃຫ້ເຫັນຄວາມຜິດດ່ຽງຢ່າງຈະແຈ້ງໃນປະຊາຄົມນັກວິທະຍາສາດ. ປະຈຸບັນ, ແມ່ຍິງກວມເອົາ ພຽງ 30% ຈຳນວນ ນັກວິທະຍາສາດໃນທົ່ວໂລກເທົ່ານັ້ນ.

ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments