Sunday, September 8, 2024
Homeທຸລະກິດປີນີ້ ເມືອງສີໂຄດຕະບອງ ສະເໜີແຜນໂຄງການລົງທຶນຂອງລັດ 17 ໂຄງການ

ປີນີ້ ເມືອງສີໂຄດຕະບອງ ສະເໜີແຜນໂຄງການລົງທຶນຂອງລັດ 17 ໂຄງການ

ເມືອງສີໂຄດຕະບອງ ນະຄອນຫຼວງຽງຈັນ ໄດ້ຮັບອະນຸມັດງົບປະມານຊຳລະໂຄງການລົງທຶນຂອງລັດສົກ ປີ 2023 ບ້ວງປົກກະຕິ 19 ໂຄງການມູນຄ່າທັງໝົດ 2 ຕື້ກວ່າກີບ, ໃນຂະນະດຽວກັນໄດ້ຮັບມອບໝາຍໂຕເລກແຜນການເກັບລາຍຮັບ ຈາກ ພະແນກການເງິນ ນະຄອນຫຼວງວຽງຈັນ ທັງໝົດ 57 ຕື້ກວ່າກີບ, ທຽບໃສ່ປີ 2022 ເພີ່ມຂຶ້ນ 3 ຕື້ກວ່າກີບ ເທົ່າກັບ 1,05%. ໃນຂະນະດຽວກັນ ໃນປີ 2024 ນີ້ ເມືອງສີໂຄດຕະບອງ ໄດ້ສົ່ງແຜນສະເໜີໂຄງການລົງທຶນຂອງລັດໃຫ້ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ 17 ໂຄງການ.

ທ່ານ ທົງ ຫົດທິລາດ ຮອງເຈົ້າເມືອງສີໂຄດຕະບອງ ໄດ້ລາຍງານໃຫ້ຮູ້ວ່າ: 1 ປີ ຜ່ານມາ ອົງການປົກຄອງເມືອງສີໂຄດຕະບອງ ໄດ້ຕັ້ງໜ້າເອົາໃຈໃສ່ນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ, ມະຕິ ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງສີໂຄດຕະບອງ ດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ທີ່ໄດ້ກຳນົດໄວ້ດ້ວຍຄວາມຮັບຜິດຊອບສູງ, ປະຕິບັດຕາມແຜນ ແລະ ບັນດາໜ້າວຽກຈຸດສຸມທີ່ໄດ້ກຳນົດໄວ້ ໂດຍສະເພາະວຽກແຜນການ ແລະ ການລົງທຶນໄດ້ຮັບອະນຸມັດງົບປະມານຊຳລະໂຄງການລົງທຶນຂອງລັດ ສົກ ປີ 2023 ບ້ວງປົກກະຕິມີ 19 ໂຄງການມູນຄ່າທັງໝົດ 2 ຕື້ກວ່າກີບ, ໃນນັ້ນຊຳລະ ໄດ້ 100% ມີ 2 ໂຄງການ, ໄດ້ຮັບອະນຸມັດງົບປະມານບ້ວງເກີນແຜນ ສົກປີ 2022 ແຕ່ໄດ້ຮັບອະນຸມັດ ປີ 2023 ລວມມູນຄ່າທັງໝົດ 3 ຕື້ກວ່າກີບ, ໂຄງການທີ່ຍັງສືບຕໍ່ຈັດຕັ້ງປະຕິບັດມີ 5 ໂຄງການ, ໄດ້ຮັບທຶນຊ່ວຍເຫຼືອ 1 ໂຄງການຄື: ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານໂນນແກ້ວ, ປັດຈຸບັນແມ່ນກໍ່ສ້າງສຳເລັດ 100% ໂດຍໄດ້ມອບ-ຮັບ ແລະ ເປີດນຳໃຊ້ແລ້ວ; ສຳລັບປີ 2024 ໄດ້ສົ່ງແຜນສະເໜີໂຄງການລົງທຶນຂອງລັດໃຫ້ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ 17 ໂຄງການ.

ສ່ວນວຽກງານການເງິນ, ໃນປີ 2023 ຜ່ານມາໄດ້ຮັບມອບໝາຍໂຕເລກແຜນການເກັບລາຍຮັບ ຈາກພະແນກ ການເງິນ ນະຄອນຫຼວງວຽງຈັນ ທັງໝົດ 57 ຕື້ກວ່າກີບ, ທຽບໃສ່ປີ 2022 ເພີ່ມຂຶ້ນ 3 ຕື້ກວ່າກີບ ເທົ່າກັບ 1,05% ໃນນີ້ ຜ່ານການຈັດຕັ້ງປະຕິບັດຈັດເກັບລາຍຮັບ ແຕ່ຕົ້ນປີຫາທ້າຍປີ 2023 ສາມາດເກັບລາຍຮັບໄດ້ ທັງໝົດ 76,9 ຕື້ກວ່າກີບ, ທຽບໃສ່ແຜນການປີເທົ່າກັບ 134,54%. ສາມາດເກັບລາຍຮັບເກີນແຜນ 19 ຕື້ກວ່າກີບ.

ໃນຂະນະດຽວກັນວຽກງານໂຍທາທິການ ແລະ ຂົນສົ່ງ ໄດ້ເຂົ້າຮ່ວມໂຄງການການຟື້ນຟູກໍ່ສ້າງຂະຫຍາຍທາງ 13 ເໜືອ, ໄລຍະສີໄຄ-ສີເກີດ, ລົງໂຄສະນາເກັບກຳສິ່ງກີດຂວາງ ໄກ່ເກ່ຍ, ຊົດເຊີຍໃຫ້ປະຊາຊົນ ລວມມູນຄ່າ 19 ຕື້ກ່ວາກີບ; ໄດ້ກໍ່ສ້າງສ້ອມແປງທາງ ມີ 6 ໂຄງການ ລວມມູນຄ່າ 408 ຕື້ກີບ ໃນນີ້, ປະຕິບັດສຳເລັດ 1 ໂຄງການ ມູນຄ່າ 360 ຕື້ກີບ, ການສ້ອມແປງທາງດ້ວຍກອງທຶນທາງ ໄດ້ຮັບອະນຸມັດ ແລະ ຈັດຕັ້ງປະຕິບັດສຳເລັດ 2 ໂຄງການ ລວມມູນຄ່າ 411 ລ້ານກີບ, ການກໍ່ສ້າງ ແລະ ສ້ອມແປງທາງດ້ວຍທຶນຂອງປະຊາຊົນ ແຕ່ລະບ້ານພາຍໃນເມືອງ ລວມມູນຄ່າ 11 ຕື້ກີບ, ໃນນັ້ນ ທາງເບຕົງຍາວ 3.386 ກິໂລແມັດ, ມູນຄ່າ 3 ຕື້ກີບ, ທາງປູຢາງສອງຊັ້ນ ຍາວ 5.047 ກິໂລແມັດ ມູນຄ່າ 4 ຕື້ກີບ ແລະ ທາງດິນແດງ 24.357 ກິໂລແມັດ, ມູນຄ່າ 1 ຕື້ກີບ, ຮ່ອງລະບາຍນໍ້າ ຍາວ 1.080 ແມັດ ມູນຄ່າ 363 ລ້ານກີບ, ກໍ່ສ້າງຂົວເບຕົງ ຍາວ 12 ແມັດ ມູນຄ່າ 166 ລ້ານກີບ ແລະ ສ້ອມແປງຖົມຂຸມເປັນເງິນ 133 ລ້ານກີບ, ໄດ້ອະນາໄມລວງຮ່ອງລະບາຍນໍ້າ ແກ້ໄຂນໍ້າຖ້ວມຂັງນຳໃຊ້ບ້ວງເງິນຟື້ນຟູໄພພິບັດ ສຳເລັດ 9 ຮ່ອງ ມູນຄ່າ 1 ຕື້ກີບ.

ໂດຍ: ສຳນານ ພົມພັກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments