Sunday, September 8, 2024
Homeຂ່າວພາຍໃນສຳເລັດໂຄງການກໍ່ສ້າງ ສວນສາທາລະນະມິດຕະພາບ ໄຊສົມບູນ-ເຊີນລາ

ສຳເລັດໂຄງການກໍ່ສ້າງ ສວນສາທາລະນະມິດຕະພາບ ໄຊສົມບູນ-ເຊີນລາ

ພິທີມອບ-ຮັບພິທີມອບ-ຮັບ ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ໄຊສົມບູນ-ເຊີນລາ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 7 ມັງກອນ ນີ້ ທີ່ສວນສາທາລະ ນະມິດຕະພາບ ໄຊສົມບູນ-ເຊີນລາ ຢູ່ທີ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ( ຫໍຫຼັກເມືອງ ) ໂດຍການເຂົ້າຮ່ວມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ຟ່າຍແຂວງເຊິນລາ ເຂົ້າຮ່ວມໂດຍ ທ່ານ ຈ່າ ອາ ກົ່ວ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນ ແຂວງເຊິນລາ ສສ ຫວຽດນາມ, ມີການນຳແຂວງໄຊສົມບູນ ແລະ ການນຳແຂວງເຊິນລາ ພ້ອມດ້ວຍ ຕາງໜ້າ ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ເຈົ້າຂອງໂຄງການ ໄດ້ລາຍງານຜົນສຳເລັດ ໃນການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງສວນສາທາລະນະມິດຕະພາບໄຊສົມບູນ -ເຊີນລາ ຊຶ່ງເປັນໂຄງການຊ່ວຍເຫຼືອລ້າ ຈາກການນຳແຂວງເຊີນລາ ສສ ຫວຽດ ນາມ ລວມມູນຄ່າໃນການກໍ່ສາທັງໝົດ 5 ຕື້ກວ່າກີບ ເລີ່ມລົງມືກໍ່ສ້າງແຕ່ເດືອນຕຸລາ 2022 ເປັນຕົ້ນມາ ໂດຍແມ່ນບໍລິສັດ ພັດທະນາພູເບ້ຍ ຈໍາກັດ ແລະ ບໍລິສັດ ຫຼັກໄຊ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ຊຶ່ງໄດ້ແບ່ງອອກເປັນ 3 ໂຊນ ຄື: ໂຊນ A, C ແລະ ໂຊນ B ສຳລັບໂຊນ A ແລະ ໂຊນ C ແມ່ນບໍລິສັດພັດທະນາພູເບ້ຍ ຈຳກັດ ເປັນຜູຮັບເໝົາກໍ່ສ້າງ ມີເນື້ອທີ່ທັງໝົດ 2,400 ກວ່າຕາແມັດ, ມີບັນດາກິດຈະກຳ ຄື: ວຽກດີນ, ວຽກປູກຫຍ້າ ແລະ ປູກຕົ້ນໄມ້ຕ່າງໆ, ວຽກງານຕົບແຕ່ງພື້ນ ແລະ ວຽກລະບາຍນ້ຳ, ວຽກລະບົບ, ກໍ່ສ້າງປ້າຍ, ຮ້ານກະເຟ, ຫ້ອງນ້ຳ, ວຽກສຸຂະພັນ ແລະ ວຽກຂຸມຊືມ. ສ່ວນໂຊນ B ແມ່ນບໍລິສັດ ຫຼັກໄຊ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມີເນື້ອທີທັງໝົດ 3,300 ກວ່າຕາແມັດ ມີກິດຈະກຳ ຄື : ວຽກດິນ, ວຽກປູກຫຍ້າ ແລະ ຕົ້ນໄມ້ຕ່າງໆ, ວຽກຕົບແຕ່ງພື້ນ ແລະ ຮ່ອງລະບາຍນ້ຳ .

ການສ້າງສ່ວນສາທາລະນະ ມິດຕະພາບໄຊສົມບູນ-ເຊີນລາ ແຫ່ງນີ້ ກໍເພື່ອເປັນການສ່ອງແສງເຖິງມູນເຊື້ອຄວາມສາ ມັກຄີ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແຂວງໄຊສົມບູນ ກັບແຂວງເຊີນລາ ຈະນັບມື້ພັດທະນາສາຍສຳພັນອັນດີງາມ ແລະ ຈະສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ ທັງເປັນການຢັ້ງຢືນ ການປະກອບສ່ວນອັນສຳຄັນ ໃນການພັດທະນາ ແຂວງໄຊສົມບູນ ເພື່ອໃຫ້ຄົນຮຸ້ນໜຸ່ມຂອງສອງປະເທດ ກໍຄືສອງແຂວງ ໄດ້ເຂົ້າໃຈຢ່າງເລີກເຊິ່ງ ແລະ ສືບຕໍ່ຖະນຸທະໜອມ ສາຍພົວພັນທີ່ມີລັກ ສະນະພິເສດ ທີ່ມີໜຶ່ງດຽວໃນໂລກ ລະຫວ່າງ ແຂວງໄຊສົມບູນ ສປປ ລາວ ແລະ ແຂວງເຊີນລາ ສສ ຫວຽດນາມ ແລະ ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ເພື່ອໃຫ້ບັນດາແຂກ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ມາທ່ຽວຊົມ ໄດ້ມາກາບໄຫ້ວ, ສັກກະລະບູຊາ, ຂໍພອນຈາກຫໍຫຼັກເມືອງ ຊຶ່ງຫໍຫຼັກເມືອງແຫ່ງນີ້ ຈະກາຍເປັນປູສະນີຍະສະຖານ ເປັນມິ່ງຂວັນຂອງຂອງຊາວ ແຂວງໄຊສົມບູນ ແລະ ເປັນມໍລະດົກສືບຕໍ່ໄປໃນອະນາຄົດ ຢູ່ຄູ່ກັບ ແຂວງໄຊສົມບູນຕະຫຼອດໄປ.

ຫຼັງຈາກນັ້ນ ທ່ານ ຈ່າ ອາ ກົ່ວ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນ ແຂວງເຊິນລາ ສສ ຫວຽດນາມ ໄດ້ມີຄຳເຫັນ ແລະ ກ່າວມອບສ່ວນສາທາລະນະ ມິດຕະພາບໄຊສົມບູນ-ເຊີນລາ ໃຫ້ແກ່ການນຳແຂວງໄຊສົມບູນ ເປັນຜູ້ປົກປັກຮັກສາ ແລະ ນຳໃຊ້ຕໍໄປ. ໃນໂອກາດດຽວກັນ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ໄດ້ມີຄຳເຫັນ ທ່ານໄດ້ຍົກໃຫ້ເຫັນເຖິງການພົວພັນຮ່ວມມື ລະຫວາງ 2 ແຂວງ ຄື ແຂວງໄຊສົມບູນ ແລະ ແຂວງເຊິນລາ ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຕົວຈິງເປັນກ້າວໆມາ ທ່ານໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ພັກ-ລັດຖະບານ ສສ ຫວຽດນາມ ກໍຄືຄະນະພັກ, ອົງການປົກຄອງ ຕະຫຼອດຮອດປະຊາຊົນ ແຂວງເຊິນລາ ທີ່ໄດ້ເປັນຫ່ວງເປັນໄຍ ແລະ ຊ່ວຍເຫຼືອ ມາໂດຍຕະຫຼອດ ພ້ອມທັງກ່າວຮັບສວນສາທາລະນະ ມິດຕະພາບໄຊສົມບູນ-ເຊີນລາ ຢ່າ່ງເປັນທາງການ.

ໃນພິທີ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໄດ້ມອບໃບຍ້ອງຍໍ ໃຫ້ແກ່ການນຳ ແຂວງເຊິນລາ ສສ ຫຽວດນາມຕື່ມອີກ. ພ້ອມນີ້ ການນຳ ແຂວງໄຊສົມບູນ ແລະ ການນຳ ແຂວງເຊິນ ກໍໄດ້ພ້ອມກັນຮ່ວມຕັດແຖບຜ້າ, ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄົນ ຫຼັງຈາກນັ້ນ ທ່ຽວຊົມສວນສາທາລະນະ ມິດຕະພາບໄຊສົມບູນ-ເຊີນລາ, ທ່ຽວຊົມ ແລະ ກາບໄຫ້ວຫໍຫຼັກເມືອງ ແລະ ຍັງໄດ້ໄປທ່ຽວຊົມຈຸດຊົມວິວຢູ່ສະຖານີວິທະຍຸ-ໂທລະພາບ ແຂວງໄຊສົມບູນຕື່ມອີກ.

ພາບ-ຂ່າວ: ພຸດທະສອນ ເວດສະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments