Sunday, September 8, 2024
Homeຂ່າວຕ່າງປະເທດຫລາຍປະເທດ ຮຽກຮ້ອງໃຫ້ເຮືອບິນໂດຍສານໂບອິງ 737 MAX 9 ຢຸດການບິນຊົ່ວຄາວ

ຫລາຍປະເທດ ຮຽກຮ້ອງໃຫ້ເຮືອບິນໂດຍສານໂບອິງ 737 MAX 9 ຢຸດການບິນຊົ່ວຄາວ

ວິທະຍຸສາກົນ ແຫ່ງ ສປ ຈີນ ຫລັງຈາກອົງການຄຸ້ມຄອງການບິນສະຫະລັດອາເມລິກາ ໄດ້ອອກຄຳສັ່ງໃຫ້ເຮືອບິນໂດຍສານ ໂບອິງ 737 MAX 9 ຢຸດການບິນຊົ່ວຄາວ ເພື່ອຮັບການກວດກາດ້ານເຕັກນິກຕ່າງໆ, ອົງການຮັກສາຄວາມປອດໄພດ້ານ ການບິນເອີຣົບ ໄດ້ຕົກລົງນຳໃຊ້ມາດຕະການນີ້ເຊັ່ນດຽວກັນ. ວັນທີ 7 ມັງກອນນີ້ ອົງການຄຸ້ມຄອງການບິນພົນລະເຮືອນ ມາເລເຊຍ ໄດ້ປະກາດແຈ້ງການວ່າ: ທຸກໆ ບໍລິສັດການບິນ ທີ່ມີການບໍລິການຂອງເຮືອບິນໂດຍສານລະບົບໂບອີ້ງ 737 MAX ຢູ່ມາເລເຊຍ ຕ້ອງກວດກາຄວາມປອດໄພ ກ່ອນວັນທີ 10 ມັງກອນນີ້. ນອກນີ້ອົງການຕິດຕາມຄຸ້ມຄອງຄວາມປອດໄພ ດ້ານການບິນຂອງອັງກິດ ກໍໄດ້ຮຽກຮ້ອງໃຫ້ບໍລິສັດນຳໃຊ້ເຮືອບິນໂດຍສານໂບອິງ 737 MAX 9 ຈົ່ງເຄົາລົບຄຳສັ່ງຢຸດນຳໃຊ້ ເຮືອບິນຊະນິດນີ້ ແລະ ຮັບການກວດກາ ຂອງອົງການຄຸ້ມຄອງການບິນສະຫະລັດອາເມລິກາ ກ່ອນຈະເຂົ້າສູ່ນ່ານຟ້າອັງກິດ. ກ່ອນໜ້ານີ້ເຮືອບິນໂດຍສານໂບອິງ 737 MAX 9 ລຳໜຶ່ງ ຂອງບໍລິສັດການບິນອາລາສກາອາເມລິກາ ໄດ້ເກີດອຸບັດຕິເຫດ ຢູ່ເທິງອາກາດ ຫລັງຈາກບິນຂຶ້ນຈາກນະຄອນປອດແລນອາເມຣິກາ ບໍ່ດົນແລ້ວກໍໄດ້ລົງຈອດແບບສຸກເສີນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments