Sunday, September 8, 2024
Homeຂ່າວຕ່າງປະເທດວິສາຫະກິດຕ່າງປະເທດມາສ້າງໂຮງງານຢູ່ຈີນນັບມື້ນັບຫລາຍກວ່າເກົ່າແມ່ນຍ້ອນຫຍັງ?

ວິສາຫະກິດຕ່າງປະເທດມາສ້າງໂຮງງານຢູ່ຈີນນັບມື້ນັບຫລາຍກວ່າເກົ່າແມ່ນຍ້ອນຫຍັງ?

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ອີງຕາມຂໍ້ມູນຫລ້າສຸດສະແດງໃຫ້ເຫັນວ່າ: ໃນລະຫວ່າງເດືອນມັງກອນ ຫາເດືອນພະຈິກປີນີ້, ວິສາຫະກິດທີ່ລົງທຶນໂດຍຕ່າງປະເທດທີ່ສ້າງຕັ້ງໃໝ່ຢູ່ຈີນໄດ້ບັນລຸເຖິງ 48.078 ແຫ່ງ, ເພີ່ມຂຶ້ນ 36,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນສາຍຕາຂອງວົງການພາຍນອກ, ຄຽງຄູ່ກັບການເຕີບໂຕຂອງເສດຖະກິດໂລກຊ້າລົງ ແລະ ການແຂ່ງຂັນກັນດ້ານການເມືອງພູມີພາກຮຸນແຮງຂຶ້ນ, ຕະຫລາດຈີນພວມມີກຳລັງດຶງດູດຫລາຍກວ່າເກົ່າ, ການລົງທຶນຢູ່ຈີນເປັນກະແສຫລັກ ແລະ ທ່ວງທ່າການພັດທະນາ.

ບໍ່ພຽງແຕ່ວິສາຫະກິດທີ່ມາຕັ້ງໂຮງງານຢູ່ຈີນຫລາຍຂຶ້ນແລ້ວເທົ່ານັ້ນ, ໂຄງປະກອບຂອງການດຶງດູດທຶນຕ່າງປະເທດຂອງຈີນກໍໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ. ລະຫວ່າງເດືອນມັງກອນ ຫາເດືອນພະຈິກປີນີ້, ອຸດສາຫະກຳເຕັກໂນໂລຊີທັນສະໄໝສາມາດດຶງດູດການລົງທຶນໄດ້ເຖິງ 386 ຕື້ 650 ລ້ານໂດລາ ເຊິ່ງສູງກວ່າລະດັບໃນໄລຍະດຽວກັນຂອງປີຜ່ານມາ. ມີນັກວິເຄາະໄດ້ຊີ້ອອກໃຫ້ເຫັນວ່າ: ວິສາຫະກິດທີ່ລົງທຶນຢູ່ຈີນກຳລັງພັດທະນາໄປທິດທາງທີ່ມີສ່ວນປະກອບດ້ານເຕັກໂນໂລຊີວິທະຍາສາດສູງ, ມີລະດັບເຕັກໂນໂລຊີສູງ ແລະ ຖືການຄົ້ນຄວ້າພັດທະນາເປັນຫລັກ ເຊິ່ງສອດຄ່ອງກັບຄວາມຕ້ອງການດ້ານການພັດທະນາດ້ວຍຄຸນນະພາບສູງຂອງເສດຖະກິດຈີນ.

ນອກນີ້, ເມື່ອເບິ່ງຈາກແຫລ່ງທີ່ມາຂອງທຶນຕ່າງປະເທດ, ການລົງທຶນຢູ່ຈີນຂອງປະເທດທີ່ພັດທະນາແລ້ວໄດ້ເພີ່ມຂຶ້ນຂ້ອນຂ້າງໄວ. ໃນນັ້ນ, ການລົງທຶນຢູ່ຈີນຂອງອັງກິດ ເພີ່ມຂຶ້ນ 93,9%, ຝຣັ່ງ ເພີ່ມຂຶ້ນ 93,2%, ໂຮນລັງ ເພີ່ມຂຶ້ນ 34,1%, ສະວິສ ເພີ່ມຂຶ້ນ 23,3%, ອົດສະຕຣາລີ ເພີ່ມຂຶ້ນ 14,3%. ພວກເຮົາສາມາດສັງເກດເຫັນວ່າ: ຖ້ອຍຄຳທີ່ເອີ້ນວ່າ “ທຶນຕ່າງປະເທດຖອນຕົວອອກຈາກຈີນ” ທີ່ເສກສັນປັ້ນແຕ່ງໂດຍສື່ມວນຊົນປະເທດຕາເວັນຕົກນັ້ນໄດ້ຖືກປະເທດຕາເວັນຕົກເອງຢືນຢັນວ່າເປັນຂ່າວປອມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments