Sunday, September 8, 2024
Homeຂ່າວດ່ວນກົມມໍລະດົກ ຢືນຢັນ ເມືອງຫລວງພະບາງ ຍັງຂຶ້ນບັນຊີເປັນມໍລະດົກໂລກ

ກົມມໍລະດົກ ຢືນຢັນ ເມືອງຫລວງພະບາງ ຍັງຂຶ້ນບັນຊີເປັນມໍລະດົກໂລກ

ກົມມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຊີ້ແຈງກໍລະນີ ສື່ສັງຄົມອອນລາຍທີ່ບໍ່ເປັນທາງການ ຂອງປະເທດເພື່ອບ້ານ ເຜີຍແຜ່ຂ່າວທີ່ມີເນື້ອໃນວ່າ: ອົງການອຸຍແນັສໂກ ຈະຖອນເມືອງຫລວງພະບາງ ອອກຈາກບັນຊີມໍລະດົກໂລກນັ້ນ ແມ່ນບໍ່ມີມູນຄວາມຈິງ ເປັນຂ່າວປອມ. ພ້ອມທັງຢືນຢັນວ່າ ປັດຈຸບັນ, ສປປ ລາວ ຍັງໄດ້ຮັບຂໍ້ມູນ ຫລື ເອກະສານທາງການໃດໆ ຈາກອົງການອຸຍແນັສໂກ ວ່າຈະຖອນເມືອງຫລວງພະບາງ ອອກຈາກບັນຊີມໍລະດົກໂລກ. ຂະນະດຽວກັນ ກົມມໍລະດົກໂລກ ກໍໄດ້ກຽມປະສານ ກັບອຳນາດການປົກຄອງທ້ອງຖິ່ນ ເກັບກຳຂໍ້ມູນ ເພື່ອຕອບໂຕກັບແຫລ່ງຂ່າວດັ່ງກ່າວຢ່າງທັນການ.

ການອອກຂ່າວ ທາງສື່ສັງຄົມອອນລາຍທີ່ບໍ່ເປັນທາງການ ຂອງປະເທດເພື່ອນບ້ານ ເພື່ອສ້າງຄວາມວຸ້ນວາຍ ແລະ ສ້າງຄວາມເຂົ້າໃຈຜິດໃຫ້ແກ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ ຕໍ່ເມືອງມໍລະດົກໂລກຫລວງພະບາງ. ເນື່ອງຈາກວ່າໃນໄລຍະນີ້, ສປປ ລາວ ກຳລັງເປີດປີທ່ອງທ່ຽວ ເພື່ອເຊີນຊວນເອົານັກທ່ອງທ່ຽວໃນທົ່ວທຸກມູມໂລກເຂົ້າມາຢ້ຽມຢາມ ສປປ ລາວ ແລະ ກໍເປັນໄລຍະທີ່ນັກທ່ອງທ່ຽວທັງພາຍໃນ ແລະ ນັກທ່ອງທ່ຽວຕ່າງປະເທດ ຈໍານວນຫລວງຫລາຍ ກໍາລັງໃຫ້ຄວາມນິຍົມ ແລະ ໃຫ້ຄວາມສົນໃຈ ທີ່ຈະເດີນທາງໄປທ່ຽວຊົມເມືອງມໍລະດົກໂລກຫລວງພະບາງນັບມື້ນັບຫລາຍຂຶ້ນ.

ທ່ານ ພະຂັນໄຊ ສີຂັນໄຊ ຫົວໜ້າມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 22 ທັນວາ 2023 ວ່າ: ໃນຄວາມເປັນຈິງແລ້ວອົງການອຸຍແນັສໂກ ໄດ້ຍົກຍ້ອງວ່າເມືອງມໍລະດົກໂລກຫລວງພະບາງ ເປັນຕົວແບບທີ່ດີຂອງການປົກປັກຮັກສາແຫລ່ງມໍລະດົກໂລກ ທີ່ມີການປະກອບສ່ວນຂອງຫລາຍພາກສ່ວນ, ມີການກໍານົດຂອບເຂດອະນຸລັກທີ່ລະອຽດ ແລະ ມີນິຕິກໍຮອງຮັບໃຫ້ແກ່ວຽກງານອະນຸລັກ, ປົກປັກຮັກສາເມືອງມໍລະດົກໂລກຫລວງພະບາງທີ່ຮັດກຸມ ໂດຍສະເພາະກົດລະບຽບແຜນຜັງປົກປັກຮັກສາ ແລະ ເຮັດໃຫ້ມີຄຸນຄ່າ (PSMV) ທີ່ເປັນກົດລະບຽບສະເພາະ ເພື່ອຄຸ້ມຄອງມໍລະດົກໂລກຫລວງພະບາງ ໃນການບູລະນະສ້ອມແປງ, ປຸກສ້າງ, ການຄຸ້ມຄອງເຂດທຳມະຊາດ ແລະ ການນໍາໃຊ້ທີ່ດິນ ເຊິ່ງໃນລະບຽບການດັ່ງກ່າວ ຍັງໄດ້ມີການລະບຸເຖິງຂັ້ນຕອນລະອຽດຂອງການຂໍອະນຸມັດ ເພື່ອດຳເນີນກິດຈະກຳຕ່າງໆ ໃນພື້ນທີ່ເມືອງມໍລະດົກໂລກຫລວງພະບາງ ແລະ ຍັງເປັນກົດລະບຽບທີ່ສ້າງຂຶ້ນ ເພື່ອປົກປັກຮັກສາເຂດພູ, ທິວທັດທຳມະຊາດອ້ອມຮອບນະຄອນຫລວງພະບາງ ແລະ ຮັກສາເຂດແຄມນໍ້າຂອງ-ນໍ້າຄານ ເພື່ອບໍ່ໃຫ້ມີການບຸກລຸກ ແລະ ດຳເນີນການປຸກສ້າງ ທີ່ບໍ່ເໝາະສົມ.

ທ່ານ ພະຂັນໄຊ ສີຂັນໄຊ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນມໍລະດົກໂລກ ທີ່ ສປປ ລາວ ໄດ້ຖືກຮັບເປັນ ມໍລະດົກໂລກທາງດ້ານວັດທະນະທຳ ທີ່ເປັນວັດຖຸ 3 ແຫ່ງຄື: ເມືອງມໍລະດົກໂລກຫລວງພະບາງ ຖືກຮັບຮອງໃນວັນທີ 9 ທັນວາ 1995, ວັດພູພ້ອມດ້ວຍພື້ນທີ່ພູມີທັດວັດທະນະທຳຈຳປາສັກ ຖືກຮັບຮອງເປັນມໍລະດົກໂລກໃນວັນທີ 14 ທັນວາ 2011 ນອກນັ້ນ, ຍັງມີມໍລະດົກວັດທະນະທໍາທາງດ້ານນາມມະທຳ ຫລື ວ່າມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ທີ່ຖືກຮັບຮອງຈາກອົງການອຸຍແນັສໂກ ໃຫ້ເປັນມໍລະດົກວັດທະນະທຳ ທີ່ບໍ່ເປັນ

ວັດຖຸທີ່ເປັນຕົວແທນຂອງມວນມະນຸດໂລກ 2 ລາຍການ ຄື: ສຽງແຄນເຊື້ອຊາດລາວ ຖືກຮັບຮອງ ໃນວັນທີ 7 ທັນວາ 2017 ແລະ ຫັດຖະກຳພື້ນເມືອງ ພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ ເຂົ້າເປັນມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດໂລກ ເປັນລາຍການທີ 2 ຂອງ ສປປ ລາວ ໃນວັນທີ 6 ທັນວາ 2023 ທີ່ຜ່ານມາ. ປັດຈຸບັນ ສປປ ລາວ ກຳລັງສຸມໃສ່ການປະກອບເອກະສານ ຄຳຮ້ອງນຳສະເໜີເອົາອຸທິຍານແຫ່ງຊາດຫີນ ໜາມໜໍ່ເພື່ອສະເໜີຕໍ່ອົງການອຸຍແນັສໂກ ຮັບຮອງເປັນມໍລະດົກໂລກທາງດ້ານທຳມະຊາດແຫ່ງທຳອິດຂອງ ສປປ ລາວ ໃຫ້ສຳເລັດ ແລະ ສົ່ງເຖິງສູນມໍລະດົກໂລກ ຂອງອົງການອຸຍແນັສໂກຢ່າງເປັນທາງການກ່ອນວັນທີ 1 ກຸມພາ 2024 ທີ່ຈະມາເຖິງນີ້ ເຊິ່ງການສະເໜີດັ່ງກ່າວ, ແມ່ນຈະໄດ້ສະເໜີເຂົ້າເປັນມໍຣະດົກໂລກຮ່ວມຊາຍແດນແບບເຊື່ອມຕໍ່ ກັບສວນອຸທິຍານແຫ່ງຊາດຟອງຫຍາແກ່ບັງ ຂອງ ສສ ຫວຽດນາມ ທີ່ໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກທາງດ້ານທຳມະຊາດ ໃນປີ 2003. ໄປຄຽງຄູ່ກັບການນຳສະເໜີເອົາອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງດ້ານທຳມະຊາດ. ນອກຈາກນີ້, ຍັງມີແຜນສືບຕໍ່ຈະນຳສະເໜີເອົາແຫລ່ງບູຮານສະຖານເສົາຫີນຕັ້ງ ແຂວງຫົວພັນ ເຂົ້າເປັນມໍລະດົກໂລກທາງດ້ານວັດທະນະທໍາ ແລະ ຈະສະເໜີເອົາສວນອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ເຂົ້າເປັນມໍລະດົກໂລກທາງດ້ານທຳມະຊາດ ຂອງ ສປປ ລາວ ໃນລໍາດັບຕໍ່ໄປ.

ຂ່າວ: ກິດຕາ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments