Sunday, September 8, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ-ສປ ຈີນ ລົງນາມການຮ່ວມມືເສດຖະກິດ 21 ສະບັບ

ສສ ຫວຽດນາມ-ສປ ຈີນ ລົງນາມການຮ່ວມມືເສດຖະກິດ 21 ສະບັບ

ວິທະຍຸສາກົນຫວຽດນາມ ວັນທີ 30 ພະຈິກ ໃນຂອບເຂດງານຕະຫລາດນັດການຄ້າການທ່ອງທ່ຽວສາກົນຫວຽດນາມ-ຈີນ ຄັ້ງທີ 15 ປີ 2023 (ມ້ອງກາຍ, ກວາງນິງ-ຕຸງຊີງ, ກວາງຊີ) ໄດ້ດຳເນີນເວທີປາໄສເຊື່ອມຕໍ່ການພົວພັນແລກປ່ຽນການຄ້ານຳເຂົ້າສົ່ງອອກຜະລິດຕະພັນກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳຫວຽດນາມ-ຈີນ. ຫລັງຈາກບັນດາວິສາຫະກິດຫວຽດນາມ ແລະ ຈີນ ໄດ້ລົງນາມຂໍ້ຕົກລົງການຮ່ວມມືເສດຖະກິດ 21 ສະບັບ ກ່ຽວກັບການຊຸກຍູ້ການນຳເຂົ້າ-ສົ່ງອອກສິນຄ້າ ເຄື່ອງປ່າຂອງດົງ, ສິນໃນນ້ຳ, ການຄ້າ, ການຂົນສົ່ງ (logistics), ກະສິກຳທີ່ນຳໃຊ້ເຕັກໂນໂລຊີຂັ້ນສູງ. ເວທີປາໄສດັ່ງກ່າວຢັ້ງຢືນຄວາມເປັນເຈົ້າການຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໃນການຫັນບັນດາເນື້ອໃນການນຳຂັ້ນສູງສອງພັກ, ສອງລັດ ເຫັນດີເປັນເອກະພາບທີ່ກ່ຽວຂ້ອງເຖິງຂົງເຂດການຄ້າເວົ້າລວມ ແລະ ການສົ່ງອອກ-ນຳເຂົ້າຜະລິດຕະພັນກະສິກຳ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳເວົ້າສະເພາະໃຫ້ປະກົດຜົນເປັນຈິງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments