Sunday, September 8, 2024
Homeຂ່າວໜ້າໜຶ່ງປະທານສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງຮອງປະທານສະພາທີ່ປືກສາການເມືອງທົ່ວປະເທດຈີນ

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງຮອງປະທານສະພາທີ່ປືກສາການເມືອງທົ່ວປະເທດຈີນ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້້າພົບປະຢ້ຽມຢາມ ຂອງທ່ານ ນາງ ເສີນ ໂຢໂຢ ຮອງປະທານສະພາທີ່ປືກສາການເມືອງທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນວັນທີ 27 ພະຈິກ 2023 ທີ່ສູນກາງແນວລາວສ້າງຊາດ ເນື່ອງໃນໂອກາດທີ່ຄະນະຜູ້ແທນຂັ້ນສູງດັ່ງກ່າວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 25-29 ພະຈິກ 2023.

ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາ ຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ເວົ້າລວມ ເວົ້າສະເພາະແມ່ນອົງການແນວລາວສ້າງຊາດ ກັບສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໃຫ້ເຂົ້າສູ່ລວງເລີກ ພ້ອມກັນນີ້ ທ່ານ ປະທານສູນກາງແນວລາວສ້າງຊາດ ຍັງໄດ້ລາຍງານສະພາບລວມໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮອງປະທານສະພາທີ່ປືກສາການເມືອງທົ່ວປະເທດຈີນ ຮັບຊາບ ໂດຍຫຍໍ້ ແລະ ທ່ານໄດ້ໃຫ້ຮູ້ຕື່ມວ່າ ໃນປີ 2024 ລາວໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ພ້ອມທັງເປີດປີທ່ອງທ່ຽວລາວ 2024.

ທ່ານ ນາງ ເສີນ ໂຢໂຢ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ທ່ານ ສິນລະວົງ ຄຸດໄພທູນ ທີ່ໄດ້ໃຫ້ກຽດຕ້ອນຮັບຄະນະໃນຄັ້ງນີ້ ພ້ອມທັງໄດ້ລາຍງານຈຸດປະສົງການມາຢ້ຽມຢາມ ລາຍງານກ່ຽວກັບສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ຂອງສາທາລະນະລັດ ປະຊາຊົນຈີນ ບົດບາດຂອງສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໃຫ້ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບ ພ້ອມກັນນີ້ທ່ານ ນາງ ເສິນ ໂຢໂຢ ຍັງໄດ້ສະແດງຄວາມຮູ້ສຶກຕໍ່ການຜັນຂະຫຍາຍສາຍພົວພັນມິດຕະພາບໃນໄລຍະມໍ່ໆມານີ້ ໂດຍສະເພາະເສັ້ນທາງລົດໄຟ ລາວ-ຈີນ ເສັ້ນ ທາງດ່ວນນະຄອນຫຼວງວຽງຈັນຫາວັງວຽງ ແຂວງວຽງຈັນ ແລະ ອື່ນໆ ເຊິ່ງເປັນໝາກຜົນອັນໃຫຍ່ຫຼວງ ແລະ ສໍາຄັນຂອງການຮ່ວມມືສອງປະເທດ.

ຂ່າວ-ຮູບ: ເຢ້+ສຸວັນລີ

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments