Sunday, September 8, 2024
Homeຂ່າວການເມືອງອາຊີ-ໂປຕາສສາກົນ ໄດ້ຮັບລາງວັນ “ASEAN Mineral Awards” 2 ລາງວັນ

ອາຊີ-ໂປຕາສສາກົນ ໄດ້ຮັບລາງວັນ “ASEAN Mineral Awards” 2 ລາງວັນ

ອາຊີ-ໂປຕາສສາກົນ ວິສາຫະກິດບໍ່ແຮ່ຈີນລົງທຶນທີ່ມີຊື່ສຽງໃນລາວ ໄດ້ຮັບລາງວັນ “ASEAN Mineral Awards”ເຖິງ 2 ລາງວັນ ຄື: ຫລຽນເງິນ ໃນສາຂາ ແນວທາງປະຕິບັດທີ່ດີທີ່ສຸດໃນການປຸງແຕ່ງແຮ່ທາດ ແລະ ສາຂາ ແນວທາງປະຕິບັດທີ່ດີທີ່ສຸດໃນການຈໍາໜ່າຍແຮ່ທາດ ປະເພດອະໂລຫະ.

ໃນວັນທີ 23 ພະຈິກ 2023 ຜ່ານມາ, ໄດ້ມີການປະກາດລາງວັນ“ASEAN Mineral Awards ຄັ້ງທີ 3”(AMA) ຢ່າງຍິ່ງໃຫຍ່ ໃນກອງປະຊຸມສຸດຍອດລັດຖະ ມົນຕີບໍ່ແຮ່ອາຊຽນ ຄັ້ງທີ 9. ຈາການປະເມີນທັງ 3 ດ້ານຄື: ການຂຸດຄົ້ນບໍ່ແຮ່, ການກັ່ນແຍກແຮ່ທາດ ແລະ ການຈໍາໜ່າຍ, ອາຊີ-ໂປຕາສສາກົນ ໄດ້ຮັບລາງວັນ ຫລຽນເງິນ 2 ລາງວັນ ໃນສາຂາ “ແນວທາງປະຕິບັດທີ່ດີທີ່ສຸດໃນການປຸງແຕ່ງແຮ່ທາດ” ແລະ ສາຂາ“ແນວທາງປະຕິບັດທີ່ດີທີ່ສຸດໃນການຈໍາໜ່າຍແຮ່ທາດ”ປະເພດອະໂລຫະ, ຈາກການຄັດເລືອກຄັ້ງນີ້, ບໍລິສັດດຽວທີ່ໄດ້ຮັບ 2 ລາງວັນໃນເວລາດຽວກັນ ຂົງເຂດອະໂລຫະ.

“ASEAN Mineral Awards” ເປັນລາງວັນສູງສຸດໃນຂົງເຂດບໍ່ແຮ່ຂອງອາຊຽນ, ໂດຍມີຈຸດປະສົງເພື່ອຊົມເຊີຍແນວທາງປະຕິບັດທີ່ໂດດເດັ່ນ ຂອງປະເທດສະມາຊິກອາ ຊຽນ ໃນດ້ານການຂຸດຄົ້ນບໍ່ແຮ່ ແລະ ປຸງແຕ່ງແຮ່ທາດ. ບໍລິສັດ ທີ່ໄດ້ເຂົ້າຮອບສຸດທ້າຍສໍາລັບລາງວັນຄັ້ງນີ້ ໄດ້ກໍານົດເກນມາດຕະຖານສູງ ສໍາລັບຄວາມສາມາດໃນການປຸງແຕ່ງ, ລະ ດັບເຕັກໂນໂລຊີ ແລະ ຄວາມສາມາດໃນການຈໍາໜ່າຍແບບສາກົນ, ເຊິ່ງຮຽກຮ້ອງໃຫ້ບໍລິ ສັດ ຕ້ອງຕອບສະໜອງໄດ້ຕາມມາດຕະຖານ ແນວທາງປະຕິບັດດ້ານອຸດສາຫະກໍາທີ່ດີທີ່ສຸດ.

ຄະນະກໍາມະການຕັດສິນໃນງານຄັ້ງນີ້ ລ້ວນແຕ່ແມ່ນຜູ້ຊ່ຽວຊານວິຊາສະເພາະຈາກຂະແໜງພະລັງງານ ແລະ ບໍ່ແຮ່ ຂອງປະເທດໃນອາຊຽນ, ຄະນະກໍາມະການ ໄດ້ຕັດສິນຢ່າງເປັນເອກະສັນວ່າ ອາຊີ-ໂປຕາສສາກົນ ປັບມາດຕະການໃຫ້ເຂົ້າກັບສະພາບທ້ອງຖິ່ນໄດ້ດີ, ເອົາໃຈໃສ່ການປະດິດສ້າງໃໝ່ ແລະ ການຮັກສາລະບົບນິເວດ, ປັບປະສິດທິພາບຂອງຂະບວນກໍາມະວິທີຕົກພຶກ ແລະ ກັ່ນແຍກແບບຟູລອຍ, ປະສົບຄວາມສໍາເລັດດ້ານເຕັກໂນໂລຊີຜະລິດຝຸ່ນໂປຕາສ ໂດຍນໍາໃຊ້ຂະບວນການກັ່ນແຍກແບບຟູລອຍທາງກົງ-ແບບຕົກພຶກເຢັນ ຈາກສິນແຮ່ ຄານາໄລ ເຊິ່ງເປັນວັດຖຸດິບໃນບໍ່ແຮ່ເກືອໂປຕາສ ຊະນິດແຂງຂອງລາວ, ໄດ້ເປັນຜູ້ບຸກເບີກການຜະລິດຝຸ່ນໂປຕາສ ໂດຍຫັນເປັນຂະໜາດໃຫຍ່ໃນລາວ, ໄດ້ສົ່ງເສີມອຸດສາຫະກໍາບໍ່ແຮ່ໃຫ້ພັດທະນາແບບຍືນຍົງ. ໃນຂະບວນການກັ່ນແຍກແຮ່ທາດ ໄດ້ເອົາໃຈໃສ່ການປະດິດສ້າງເຕັກໂນໂລຊີໃໝ່, ຜ່ານການຕິດຕັ້ງເຄື່ອງຈັກການຜະລິດ ແລະ ຂະບວນກໍາມະວິທີຕ່າງໆ ໄດ້ສືບຕໍ່ປັບປຸງປະສິດທິພາບເຕັກໂນໂລຊີຢ່າງຕໍ່ເນື່ອງ, ເຊິ່ງໄດ້ບັນລຸເປົ້າໝາຍການຜະລິດທີ່ມີປະສິດທິພາບສູງ, ຜົນຜະລິດສູງ ແລະ ຕົ້ນທຶນຕໍ່າ. ໃນດ້ານການວິເຄາະແຮ່ທາດ, ການທົດສອບກັ່ນແຍກປຸງແຕ່ງແຮ່ທາດ, ການປັບປະ ສິດທິພາບຂອງຂະບວນການຜະລິດ, ການອອກແບບກໍາມະວິທີ, ການຄົ້ນຄວ້າພັດທະນາເຄື່ອງຈັກ ແລະ ດ້ານອື່ນໆ ກໍມີປະສົບການທີ່ອຸດົມສົມບູນ ແລະ ໝາກຜົນທີ່ກ້າວໜ້າ, ບັນລຸຕາມມາດຕະຖານທີ່ກ້າວໜ້າຂອງສາກົນ, ເຊິ່ງໄດ້ບັນລຸຜົນເປັນຈິງໃນການພັດທະນານໍາໃຊ້ຊັບ ພະຍາກອນໃຫ້ເປັນເສດຖະກິດ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.

ໃນດ້ານການຈໍາໜ່າຍ ເພື່ອສະໜອງໃຫ້ແກ່ຕະຫລາດຝຸ່ນໂປຕາສ, ຄະນະກໍາມະການຕັດສິນ ໄດ້ຍອມຮັບວ່າບໍລິສັດ ໄດ້ສ້າງຮູບແບບໃໝ່ຂອງການຈໍາໜ່າຍ ດ້ວຍໂຄງສ້າງສາມມິຕິຄື ແບບອັອບລາຍ, ແບບອອນລາຍ ແລະ ການບໍລິການດ້ານການຕະຫລາດ ເຫັນວ່າ ອາຊີ-ໂປຕາສສາກົນ ເປັນວິສາຫະກິດໜຶ່ງທີ່ມີການເຕີບໃຫຍ່ດ້ານກໍາລັງການຜະລິດ ແລະ ຂະໜາດ ທີ່ເພີ່ມຂຶ້ນໄວທີ່ສຸດໃນໂລກ. ໂດຍອີງໃສ່ຄວາມສາມາດຕອບໜອງຜະລິດຕະພັນທີ່ໝັ້ນຄົງ, ຄຸນນະພາບຂອງຜະລິດຕະພັນທີ່ດີເລີດ, ຂໍ້ເດັ່ນດ້ານທີ່ຕັ້ງສະເພາະ, ລະບົບເຄືອຂ່າຍຈໍາໜ່າຍທີ່ຄົບຖ້ວນ ແລະ ຄວາມສາມາດໃນການຂະຫຍາຍຕະຫລາດທີ່ເຂັ້ມແຂງ, ໄດ້ສະໜອງການບໍລິການຝຸ່ນໂປຕາສ ທີ່ມີປະສິດທິພາບສູງ, ສະດວກ ແລະ ໄຫວພິບ, ເປັນການສະໜອງແບບແຜນແກ້ໄຂດ້ານກະສິກໍາທີ່ຍືນຍົງ ໃຫ້ແກ່ລູກຄ້າບັນດາປະເທດອາຊີຕາ ເວັນອອກສ່ຽງໃຕ້ ແລະ ອາຊີຕາເວັນອອກ ເຊິ່ງເຮັດໃຫ້ຕະຫລາດຜະລິດຕະພັນຝຸ່ນໂປຕາສ ຂອງລາວ ກວມເອົາອັດຕາສ່ວນ ແລະ ອິດທິພົນຊື່ສຽງຍີ່ຫໍ້ ທີ່ເພີ່ມຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ, ເປັັນການອຸ້ມຊູທີ່ແຂງແຮງ ສໍາລັບການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາ ຫານ ແລະ ສົ່ງເສີມການພັັດທະນາກະສິກໍາໃນອາຊີ.

ອາຊີ-ໂປຕາສສາກົນ ເປັນວິສາຫະກິດບໍ່ແຮ່ ທີ່ມີຊື່ສຽງລະດັບສາກົນ ເຊິ່ງໄດ້ຕັ້ງຫລັກປັກຖານໃນກິດຈະການບໍ່ແຮ່ເກືອໂປຕາສ ຢູ່ລາວມາເປັນເວລາ 10 ກວ່າປີ ໂດຍຢຶດໝັ້ນເສັ້ນທາງຍຸດທະສາດ “ຊັບພະຍາກອນ, ຂະໜາດ, ນະວັດຕະກໍາໃໝ່”ເຊິ່ງບໍ່ພຽງແຕ່ໄດ້ສໍາເລັດການກໍ່ສ້າງໂຄງການຝຸ່ນໂປຕາສ ຂະໜາດ 2 ລ້ານໂຕນຕໍ່ປີ ແລະ ກາຍເປັນວິສາຫະກິດຜະລິດຝຸ່ນໂປຕາສ ທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ດ້ວຍ“ຄວາມໄວແບບອາຊີ-ໂປຕາສ”ທີ່ນໍາໜ້າໃນຂະແໜງການໄດ້ສ້າງຍີ່ຫໍ້ຝຸ່ນໂປຕາສລາວ ເຖິງລະດັບນາມບັດໂລກ ແລະ ໄດ້ຊຸກຍູ້ຂະບວນການຫັນອຸດສາຫະກໍາທັນສະໄໝຂອງລາວ. ພາຍໃຕ້ທິດຊີ້ນໍາຂອງແນວຄວາມຄິດແຫ່ງການພັດທະນາ“ການເຄົາລົບ, ການເຊື່ອມໂຍງ, ການປະຕິບັດ ແລະ ການຊະນະຮ່ວມກັນ”, ອາຊີ-ໂປຕາສສາກົນ ໄດ້ປະຕິບັດຄວາມຮັບຜິດ ຊອບຕໍ່ສັງຄົມຢ່າງຕັ້ງໜ້າມາໂດຍຕະຫລອດ, ສ້າງຮູບແບບການແກ້ໄຂຄວາມທຸກຍາກໂດຍຜ່ານການຜະລິດ, ພັດທະນາແຮງງານສ່ວນທີ່ເຫລືອ ໃນບ້ານທີ່ທຸກຍາກ ໃຫ້ກາຍເປັນແຮງງານອຸດສາຫະກໍາ; ໄດ້ຊ່ວຍບ້ານທຸກຍາກສ້າງໂຮງເຮືອນປູກຜັກ, ປັບປຸງທົ່ງນາທີ່ແຫ້ງແລ້ງ, ປ່ຽນລະດູການປູກເຂົ້າລະດູດຽວແບບດັ້ງເດີມ ໃຫ້ສາມາດປູກກະສິກໍາໄດ້ 3 ລະດູ ເຊິ່ງເປັນການເພີ່ມລາຍຮັບຢ່າງຫລວງຫລາຍ ໃຫ້ແກ່ຄອບຄົວກະສິກອນໃນບ້ານທຸກຍາກ, ເປັນການເປີດໂຄງການສາທິດດ້ານການຫັນກະສິກໍາທັນສະໄໝຂອງລາວ, ເຊິ່ງກິດຈະກໍາດັ່ງກ່າວ ໄດ້ຮັບການສັນລະເສີນ ແລະ ຍອມຮັບຢ່າງກວ້າງຂວາງຈາກລັດຖະບານ ແລະ ວົງຄະນະຍາດສັງຄົມ ຂອງ ສປປ ລາວ.

ການໄດ້ຮັບລາງວັນຄັ້ງນີ້, ແມ່ນເປັນການຍອມຮັບຄັ້ງໃຫຍ່ຂອງຂະແໜງອຸດສາຫະກໍາບໍ່ແຮ່ອາຊຽນ ຕໍ່ ອາຊີ-ໂປຕາສ ສາກົນ ທີ່ໄດ້ປະຕິບັດຕາມມາດຕະຖານສາກົນ, ຊຸກຍູ້ອຸດສາຫະກໍາບໍ່ແຮ່ໃຫ້ພັດທະນາແບບຍືນຍົງ ແລະ ວຽກງານອື່ນໆ ເຊິ່ງໄດ້ຍົກສູງລະດັບຊື່ສຽງ ແລະ ອິດທິພົນຂອງຍີ່ຫໍ້ຝຸ່ນໂປຕາສລາວ ໃນຕະຫລາດສາກົນ. ການພັດທະນາອຸດສາຫະກໍາບໍ່ແຮ່ ໃນນາມເປັນອຸດສາຫະກໍາຄໍ້າຊູເສດຖະກິດຂອງລາວ ກໍາລັງກາຍເປັນອຸດສາ ຫະກໍາທີ່ສໍາຄັນ ສໍາລັບດຶງດູດການລົງທຶນຕ່າງປະເທດ ແລະ ສົ່ງອອກເພື່ອສ້າງເງິນຕາ ໂດຍພາຍໃຕ້ສະພາບສືບຕໍ່ຍົກລະດັບ ເປີດປະຕູຂົງເຂດອຸດສາຫະກໍາບໍ່ແຮ່ ໃຫ້ກວ້າງຂວາງຕື່ມ ແລະ ການຄຸ້ມຄອງທີ່ເຂັ້ມງວດ ໃນການສົ່ງເສີມນໍາໃຊ້ຊັບພະຍາກອນຢ່າງມີປະສິດທິພາບ, ການພັດທະນາ ແລະ ກໍ່ສ້າງການຜະລິດ ສໍາລັບຊັບພະຍາກອນບໍ່ແຮ່ ຍັງສືບຕໍ່ກ້າວເດີນຕາມແນວທາງຍົກສູງຄຸນນະພາບ ເພື່ອເປັນແຮງກະຕຸ້ນໃໝ່ເລັ່ງການພັດທະນາເສດຖະກິດແຫ່ງຊາດຂອງ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments