Sunday, September 8, 2024
Homeຂ່າວພາຍໃນຮອງລັດຖະມົນຕີ ຊີ້ນຳວຽກງານປ້ອງກັນບຸນນະມັດສະຖານພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ລາວ-ໄອເຕັກ "

ຮອງລັດຖະມົນຕີ ຊີ້ນຳວຽກງານປ້ອງກັນບຸນນະມັດສະຖານພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ລາວ-ໄອເຕັກ “

ໃນວັນທີ 15 ພະຈິກ 2023, ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຊີ້ນໍາວຽກງານວິຊາສະເພາະ ແລະ ບັ້ນປ້ອງກັນງານບຸນນະມັດສະການພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ລາວ-ໄອເຕັກ, ມີ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຄະນະພັກ-ຄະນະນຳຂັ້ນສູງ ອ້ອມຂ້າງ ກະຊວງ ປກສ, ຕາງໜ້າກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ກະຊວງປກຊ, ປກສ ເມືອງ ເຂົ້າຮ່ວມ.

ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ກ່າວເນັ້ນຕໍ່ກອງປະຊຸມ ເຊິ່ງມີເນື້ອໃນສໍາຄັນບາງຕອນວ່າ:

ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ ໃນການນຳພາ-ຊີ້ນຳພະນັກງານ-ນັກຮົບ ໃນຄວາມຮັບຜິດຊອບຂອງຕົນ ໃນການສ້າງບ້ານ, ຄອບຄົວປ້ອງກັນຄວາມສະຫງົບ ໃຫ້ຍົກເອົາບ້ານໃດໜຶ່ງໃນການສະຫຼຸບຖອດຖອນບົດຮຽນ ເພື່ອເປັນແບບຢ່າງໃນການປັບປຸງ, ຜັນຂະຫຍາຍ ແລະ ປັບປຸງ ເພື່ອໃຫ້ໄດ້ຕາມຈຸດປະສົງ ແລະ ຄາດໝາຍຄ່ຽງຄູ່ກັບການແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ຫຼຸດໜ້ອຍຖອຍລົງ.

ໃຫ້ບັນດາ ປກສ ເມືອງ, ຫ້ອງ ຂຽນແຜນການ, ໂຄງການທີ່ຈະລົງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໂດຍສະເພາະແມ່ນກຽມພ້ອມຮັບມືກັບຊາວຕ່າງປະເທດ, ການເຂົ້າ-ອອກເມືອງ ໃນໄລຍະງານບຸນພຣະທາດຫຼວງວຽງຈັນ, ການຄຸ້ມຄອງຄົນເຂົ້າມາພັກເຊົາ, ກຽມພ້ອມອຸປະກອນ, ພາຫະນະຮັບໃຊ້ ແລະ ກໍາລັງໃນການສະກັດກັ້ນ ແລະ ແກ້ໄຂອັກຄີໄພທີ່ອາດຈະເກີດຂຶ້ນ, ແບ່ງຈຸປະຈໍາການຄອບເຫດຢູ່ບັນດາຄ້າຍຄຸມຂັງ-ດັດສ້າງ ຢູ່ບັນດາ ປກສ ເມືອງ ເພື່ອຫຼີກລ່ຽງນັກໂທດໂຕນໜີ, ພ້ອມທັງເອົາໃຈໃສ່ຂຶ້ນແຜນກຽມຄວາມພ້ອມປ້ອງກັນ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງຢ່າງກົມກຽວ, ໃຫ້ກໍາລັງປ້ອງກັນເຄື່ອນທີ່ ອອກກວດກາລາດຕະເວນ ໂດຍສົມທົບກັບ ກຳລັງກອງບັນຊາການປ້ອງພັນເຄື່ອນທີ່ ກະຊວງ ປກສ ກໍານົດຈຸດຫຼໍ່ແຫຼມ, ພື້ນທີ່ສ່ຽງອາດພາໃຫ້ເກີດປະກົດການຫຍໍ້ທໍ້, ສໍາລັບກຳລັງຕໍາຫຼວດຈະລາຈອນ ແມ່ນສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແບ່ງໜ້າທີ່ຄວາມຮັບຜິດຊອບ ແລະ ເຮັດໜ້າທີ່ລະບາຍລົດ ເພື່ອຄວາມສະດວກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ເຮັດໃຫ້ງານບຸນຄັ້ງນີ້ ມີຄວາມສະຫງົບ-ປອດໄພ 100%.

ໂອກາດດັ່ງກ່າວ, ພົຈວ ປອ ບົວພັນຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ ໄດ້ລາຍງານໃຫ້ຮູ້ວ່າ: ບັນດາໜ້າວຽກງານທີ່ພວກເຮົາກຳລັງກະກຽມປ້ອງກັນ ງານບຸນນະມັດສະການພຣະທາດຫຼວງວຽງຈັນ, ສ້າງແຜນຈັດວາງກຳລັງປ້ອງກັນ ງານບຸນນະມັດສະການພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2023 ໃນໄລຍະເວລາ 5 ວັນ, ເຊິ່ງປະກອບມີກຳລັງຈາກ 3 ພາກສ່ວນ ໃສ່ແຜນດັ່ງກ່າວ ເຊັ່ນ: ກຳລັງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ກຳລັງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ກຳລັງຈາກບັນດາກົມອ້ອມຂ້າງ ກະຊວງ ປກສ ແລະ ກຳລັງຈາກບັນດາກົມອ້ອມຂ້າງ ກະຊວງປ້ອງກັນປະເທດ; ອອກແຈ້ງການເພີ່ມທະວີປ້ອງກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານບຸນນະມັດສະການພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2023; ເຂົ້າຮ່ວມປະຊຸມນຳພາກສ່ວນອະນຸກຳມະການຕ່າງໆ ເພື່ອກະກຽມການຈັດງານບຸນນະມັດສະການພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2023.

ນອກນີ້, ຍັງໄດ້ກະກຽມສ້າງແຜນການປ້ອງກັນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສົມເດັດ ມະຫາຣັດສະເພຍທິກາ ຄູນສຸດາຣິ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນຕົ້ນເດືອນທັນວາ 2023 ທີ່ຈະມາເຖິງນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments