Sunday, September 8, 2024
Homeຂ່າວພາຍໃນຂ່າວດີສົ່ງທ້າຍປີ!! KBank ເປີດຕົວໂຄງການ "ຫົວໜ້າໃຈດີ ພະນັກງານດີໃຈ" ຊ່ວຍເພີ່ມເງິນເດືອນໃຫ້ກັບພະນັກງານຄົນລະ 740.000 ກີບ ລວມ 500 ບໍລິສັດ ຜ່ານບໍລິການຈ່າຍບັນຊີເງິນເດືອນກະສິກອນໄທ...

ຂ່າວດີສົ່ງທ້າຍປີ!! KBank ເປີດຕົວໂຄງການ “ຫົວໜ້າໃຈດີ ພະນັກງານດີໃຈ” ຊ່ວຍເພີ່ມເງິນເດືອນໃຫ້ກັບພະນັກງານຄົນລະ 740.000 ກີບ ລວມ 500 ບໍລິສັດ ຜ່ານບໍລິການຈ່າຍບັນຊີເງິນເດືອນກະສິກອນໄທ (K Payroll Service)

ທະນາຄານກະສິກອນໄທ ພ້ອມຈັບມືກັບບໍລິສັດ, ຮ້ານຄ້າ ໃນນະຄອນຫຼວງວຽງຈັນ ມອບຂອງຂວັນໃຫ້ກັບພະນັກງານ ແລະ ລູກຈ້າງ ໃນຊ່ວງທ້າຍປີ 2023 ໂດຍການເປີດຕົວໂຄງການ “ຫົວໜ້າໃຈດີ ພະນັກງານດີໃຈ”

ທ່ານນາງ ສຸດາມາດ ສຸຕັງຄານຸ ຜູ້ອຳນວຍການໃຫຍ່ ທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ ກ່າວວ່າ “ໂຄງການນີ້ມີວັດຖຸປະສົງຈະເພີ່ມລາຍໄດ້ພິເສດໃຫ້ກັບພະນັກງານ ແລະ ລູກຈ້າງຂອງບໍລິສັດ ຫຼື ຮ້ານຄ້າ ເປັນຈຳນວນເງິນ 370.000 ກີບຕໍ່ເດືອນ ໄລຍະເວລາ 2 ເດືອນ ເຊິ່ງທະນາຄານເປີດໂອກາດໃຫ້ບໍລິສັດ ແລະ ຮ້ານຄ້າຕ່າງໆໃນນະຄອນຫຼວງວຽງຈັນ ສາມາດສະໝັກຜ່ານໂຄງການດັ່ງກ່າວ ໂດຍຈຳກັດຈຳນວນ 500 ຫົວໜ່ວຍທຸລະກິດ ແລະ ຈຳນວນພະນັກງານລວມ 10,000 ສິດ ພາຍໃນ 31 ທັນວາ 2023”

ສົນໃຈສາມາດເຂົ້າມາສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ ສຳນັກງານໃຫຍ່ ທະນາຄານ ກະສິກອນໄທ ຖະໜົນລ້ານຊ້າງ ຫຼື ສາຂາໂພນສີນວນ ສາມາດໂທຕິດຕໍ່ສອບຖາມໄດ້ທີ່ເບີ 021 410 910-1 (ສຳນັກງານໃຫຍ່) ແລະ 021 410 888 (ສາຂາໂພນສີນວນ) ຫຼື ຕິດຕໍ່ຜ່ານຊ່ອງທາງອອນລາຍ Facebook : KBankLaos / Line ID: @KBankLaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments