Friday, September 20, 2024
Homeຂ່າວການເມືອງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງສະພາແຫ່ງຊາດ

ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງສະພາແຫ່ງຊາດ

ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ່IX . ໃນຕອນເຊົ້າ ວັນທີ 10 ພະຈິກນີ້. ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຟັງ ລາຍງານການຈັດຕັ້ງປະຕິບັດແຜ່ນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ ( 2021-2025 ) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025 , ການຈັດຕັ້ງປະຕິບັດແຜນການປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີື2024 ຂອງສະພາແຫ່ງຊາດ ສະເໜີໂດຍ ທ່ານ ປອ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາບແຫ່ງຊາດ ເຊິ່ງຜົນສຳເລັດການປະຕິບັດພາລະບົດບາດ ດ້ານນິຕິບັນຍັດໄດ້ປະຕິບັດແຜນການສ້າງ ແລະປັບປຸງກົດໝາຍຂອງສະພາແຫ່ງຊາດ ຊຸດທີ IX ໄດ້ທັງໝົດ 52 ສະບັບ ເທົ່າກັບ 54,16% ຂອງແຜນການ 5 ປີ ແລະ ຄົ້ນຄວ້າປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023- 2025 ມີຈໍານວນ 40 ສະບັບ, ດໍາເນີນກອງປະຊຸມສໍາມະນາວິທະຍາສາດ ແນວຄວາມຄິດ ໄກສອນ ພົມວິຫານ ກ່ຽວກັບການ ປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ແລະ ກອງປະຊຸມສຳມະນາວິທະຍາສາດ ຄົ້ນຄວ້າການຍົກເວັ້ນບາງມາດ ຂອງກົດໝາຍ; ຈັດຕັ້ງກອງປະຊຸມປະເມີນການປະຕິບັດກົດໝາຍ ຂົງເຂດເສດຖະກິດ-ການເງິນ, ກົດໝາຍຂົງເຂດ ຍຸຕິທຳ ແລະ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ກົດໝາຍຂົງເຂດສະພາແຫ່ງຊາດ ຈຳນວນ 15 ສະບັບ.

ໄດ້ເອົາໃຈໃສ່ການໂຄສະນາເຜີຍແຜ່ກົດໝາຍ ທີ່ຕິດພັນກັບບັນຫາເຄັ່ງຮ້ອນຂອງສັງຄົມ ແລະ ຄົ້ນຄວ້າປະກອບຄຳເຫັນ ຕໍ່ບົດລາຍງານການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ເພື່ອເຮັດໃຫ້ສັງຄົມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ; ເອົາໃຈໃສ່ຊຸກຍູ້ພາກສ່ວນກ່ຽວຂ້ອງໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ; ຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍກົດໝາຍ;ໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ, ອະນຸສັນຍາຕ່າງໆ , ໄດ້ມີການຈັດຕັ້ງການສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ຢ່າງເປັນຂະບວນພົດຟື້ນ, ການປະຕິບັດພາລະບົດບາດ ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ກະກຽມ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ; ດຳເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ 6 ຄັ້ງ. ສະມາຊິກສະພາແຫ່ງຊາດ ໄດ້ຄົ້ນຄວ້າປະກອບຄຳເຫັນຕໍ່ເນື້ອໃນຕ່າງໆ ມີທັງໝົດ 160 ເນື້ອໃນ, ຊຶ່ງໄດ້ຮັບຮອງເປັນ ມະຕິ ຈໍານວນ 122 ສະບັບ.

ໃນເວລາດໍາເນີນກອງປະຊຸມ ສພຊ ແຕ່ລະຄັ້ງ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ເປັນເຈົ້າການ ຄົ້ນຄວ້າ, ປະກອບຄໍາເຫັນ ຕໍ່ບົດລາຍງານຂອງພາກສ່ວນຕ່າງໆ; ສົ່ງຄຳຊັກຖາມໃຫ້ພາກສ່ວນກ່ຽວຂ້ອງ ຈຳນວນ 22 ພາກສ່ວນ ກວມເອົາ 183 ຄໍາຖາມເອົາໃຈໃສ່ຊີ້ນໍາການຄົ້ນຄ້ວາ, ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ຂອງພົນລະເມືອງ ທີ່ສົ່ງມາຫາສະພາແຫ່ງຊາດ ມີທັງໝົດ 1,429 ເລື່ອງ, ສາມາດພິຈາລະນາ ແລະ ສົ່ງໃຫ້ພາກສ່ວນກ່ຽວຂ້ອງ ໄດ້ 919 ເລື່ອງ ຖ້າທຽບໃສ່ຄໍາຮ້ອງ ເຂົ້າມາຊຸດທີ IX ກວມເອົາ 64,31%, ປັດຈຸບັນຄຳຮ້ອງຄ້າງ 510 ເລື່ອງ; ຮັບຕ້ອນ ແລະ ໃຫ້ຄຳປຶກສາແກ່ປະຊາຊົນ 834 ຄັ້ງ ເກັບກໍາສັງລວມຄໍາສະເໜີຂອງປະຊາຊົນຜ່ານ ໂທລະສັບສາຍດ່ວນ 2.841 ສາຍ, ມີ 1,628 ເນື້ອໃນ, ສົ່ງໃຫ້ 49 ພາກສ່ວນ ເພື່ອຄົ້ນຄວ້າ ພິຈາລະນາແກ້ໄຂ.

ໄດ້ນໍາພາ-ຊີ້ນຳການສ້າງ ແລະ ປັບປຸງບັນດານິຕິກໍາໃຕ້ກົດໝາຍ ໃນຂົງເຂດວຽກງານຂອງສະພາແຫ່ງຊາດ ໄດ້ທັງໝົດ 82 ສະບັບ, ຊີ້ນຳເລຂາທິການສະພາແຫ່ງຊາດ ເພື່ອກະກຽມເຂົ້າຮ່ວມກອງປະຊຸມວຽກງານຫ້ອງວ່າການທົ່ວປະເທດ ຄັ້ງທີ IX ທີ່ຫ້ອງວ່າການສູນກາງພັກ ເປັນເຈົ້າພາບຄົ້ນຄວ້າການແຕ່ງຕັ້ງປະທານ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສັບຊ້ອນສະມາຊິກສະພາແຫ່ງຊາດ ເຂົ້າໃນກຳມາທິການ ແລະ ຄະນະມິດຕະພາບຈຳນວນໜຶ່ງ; ຄົ້ນຄວ້າ, ຍົກຍ້າຍ ແລະ ແຕ່ງຕັ້ງຮອງປະທານກຳມາທິການ ແລະ ສະມາຊິກສະພາແຫ່ງຊາດ ປະຈຳການຈຳນວນຫນຶ່ງ.

ຂ່າວ: ມາລາວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments