Thursday, September 19, 2024
Homeຂ່າວພາຍໃນການນໍາແຂວງຫົວພັນລົງຢ້ຽມຢາມ ເຮັດວຽກ ຢູ່ເມືອງຕ່າງໆ

ການນໍາແຂວງຫົວພັນລົງຢ້ຽມຢາມ ເຮັດວຽກ ຢູ່ເມືອງຕ່າງໆ

ລະຫວ່າງວັນທີ 12-15 ພະຈິກ 2023ນີ້.ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ວ່າການເຈົ້າແຂວງໆຫົວພັນ ພ້ອມຄະນະ ,ຫົວໜ້າພະແນກການກົມກອງທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຊີ້ນຳ ແລະ ພົບປະໂອ້ລົມຄະນະພັກເມືອງ ແລະ ພະນັກງານຫຼັກແຫຼ່ງຂອງ ເມືອງສົບເບົາ, ເມືອງຊຽງຄໍ້, ເມືອງແອດ, ເມືອງຊໍາໃຕ້, ເມືອງກວັນ ໂອກາດທີ່ ໄດ້ຮັບໜ້າທີ່ເປັນເລຂາຄະນະບໍລິຫານງານພັກແຂວງ-ວ່າການເຈົ້າແຂວງຫົວພັນ.

ຜ່ານຮັບຟັງການລາຍງານຈາກຄະນະພັກເມືອງ, ກ່ຽວກັບການພັດທະນາພື້ນຖານໂຄງລ່າງ, ການປັບປຸງຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພາຍໃນເມືອງ, ທ່ານ ຄຳແພງ ໄຊສົມແພງ ວ່າການເຈົ້າແຂວງໆຫົວພັນ,ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຝາກຄວາມຢ້ຽມຢາມຖາມຂ່າວ ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງການນຳຂອງເມືອງ, ສະມາຊິກພັກ,ພະນັກງານ-ລັດຖະກອນ, ຄະນະພັກ-ຄະນະບັນຊາ ກຳລັງປະກອບອາວຸດໃນແຕ່ລະຂັ້ນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ເອົາໃຈໃສ່ໃນການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ພາຍໃນເມືອງໃນແຕ່ລະໄລຍະ.

ພ້ອມດຽວກັນນັ້ນ ທ່ານ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງວຽກງານ ທີ່ຍັງຄົງຄ້າງ ແລະ ຄວນປັບປຸງແກ້ໄຂ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ແລະ ສິ່ງທ້າທາຍ ຕໍ່ການປົກປັກຮັກສາ ແລະ ພັດທະນາປະເທດເຮົາ ເວົ້າລວມ; ເວົ້າສະເພາະຢູ່ແຂວງຫົວພັນເປັນຕົ້ນແມ່ນ: ຕ້ອງເອົາ¬ໃຈ¬ໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ກໍ່ຄືພະນັກງານນັກຮົບ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ຢູ່ພາຍໃນເມືອງຂອງພວກເຮົາ ຈົ່ງເຊື່ອມຊືມກຳແໜ້ນຕໍ່ແນວ¬ທາງນະ¬ໂຍ¬ບາຍຂອງພັກ, ລະບຽບ-ກົດ-ໝາຍຂອງລັດ, ກໍາໄດ້ທິດທາງໜ້າທີ່ຂອງ 2 ກຳລັງ, ອົດທົນ ຜ່ານຜ່າຂໍ້ຫຍຸ້ງຍາກ ມີນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ນແຂງດ້ວຍຕົນເອງຢ່າງແຂງແຮງ; ອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ເຕີມໃຫ່ຍເຂັ້ມແຂງໃນທຸກດ້ານ ຕ້ອງຖືເອົາບັນຫາຄຸນນະພາບ ໃຫ້ສູງຂື້ນທຽບທັນກັບສະພາບການໃນໄລຍະໃໝ່,ປັບປຸງກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ, ໃຫ້ເປັນຂະບວນການກ້ວາງຂວາງ ມີຄຸນນະພາບຕ້ອງເປັນແບບຢ່າງນຳໜ້າທຸກຂະບວນການຂອງມະຫາຊົນ, ຕ້ອງເອົາໃຈໃສ່ສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ປະຕິບັດທິດນຳ ”ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ເອົາໃຈໃສ່ນຳໃຊ້ທ່າແຮງບົ່ມຊ້ອນພາຍໃນເມືອງໂດຍສະເພາະການປູກຝັງ, ລ້ຽງສັດ, ຫັດຖະກຳ ແລະ ການບໍລິການ” ແນ່ໃສ່ແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ມີການຫັນປ່ຽນດີຂື້ນເປັນກ້າວໆ,ສືບຕໍ່ເອົາໃຈໃສ່ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ຫຼຸດໜ່ອຍຖອຍລົງ,ເຮັດໃຫ້ກາຍເປັນເມືອງແບບຢ່າງໃນການສ້າງເສດຖະກິດ, ເມືອງສະຫງົບເປັນລະບຽບຮຽບຮ້ອຍ.

ຕອນທ້າຍ ທ່ານ ວ່າການເຈົ້າແຂວງຫົວພັນ ໄດ້ຮຽກຮ້ອງມາຍັງ ການນຳຂອງເມືອງ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ພະນັກງານຫຼັກແຫຼ່ງ, ຕະຫຼອດຮອດນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດທຸກກົມກອງ ຈົ່ງເຊີດຊູຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍ ໃຫ້ມີຜົນສຳເລັດ ແນ່ໃສ່ເຮັດໃຫ້ກົມກອງມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ເຂັ້ມແຂງທາງດ້ານການຈັດຕັ້ງ, ຊີວິດການເປັນຢູ່ຂອງສະມາຊິກພັກ-ພະນັກງານລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ປະຊາຊົນບັນດາເຜົ່າທົ່ວເມືອງ ຈົ່ງໄດ້ຮັບການປັບປຸງດີຂຶ້ນກ່ວາເກົ່າ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ພາຍໃນເມືອງ ກໍ່ຄືແຂວງຫົວພັນ ໃຫ້ມີຄວາມສະຫງົບປອດໄພ ແລະ ມີຄວາມສີວິໄລ ພັດທະນາໃຫ້ຈະເລີນກ້າວໜ້າຂື້ນຢ່າງບໍ່ຢຸດຢັ້ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments