Tuesday, September 17, 2024
Homeຂ່າວໜ້າໜຶ່ງລາວ-ມົງໂກລີ ເສີມຂະຫຍາຍການພົວພັນຮ່ວມມືວຽກງານນິຕິບັນຍັດ

ລາວ-ມົງໂກລີ ເສີມຂະຫຍາຍການພົວພັນຮ່ວມມືວຽກງານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງທ່ານ ເມິງຄ໌ບາທາຣ໌ ລັກຄະວາ ຮອງປະທານສະພາຄູຣານໃຫຍ່ມົງໂກລີ ພ້ອມຄະນະ ວັນທີ 14 ພະຈິກ 2023 ທີ່ຫໍປະຊຸມສະພາແຫ່ງຊາດ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 6-14 ພະຈິກ 2023.

ໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ຕາງໜ້າໃຫ້ສະພາແຫ່ງຊາດ ແຫ່ງ ສປປ ລາວ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ເມິງຄ໌ບາທາຣ໌ ລັກຄະວາ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ໄດ້ຮັບການເສີມຂະຫຍາຍແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມນີ້ ທ່ານຍັງໄດ້ຊົມເຊີຍຕໍ່ການພົບປະລະຫວ່າງ ຮອງປະທານສະພາແຫ່ງຊາດລາວ ແລະ ຮອງປະທານສະພາຄູຣານໃຫຍ່ມົງໂກລີ ທີ່ໄດ້ຮັບໝາກຜົນສໍາເລັດຢ່າງຈົບງາມ ໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳເຫັນນຳກັນຫຼາຍບັນຫາ ໂດຍສະເພາະການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືສອງຝ່າຍທີ່ດີຢູ່ແລ້ວນັ້ນ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ ພ້ອມນັ້ນສອງຝ່າຍຍັງໄດ້ສໍາເລັດການ ມອບ-ຮັບ ຜ້າພົມຢ່າງເປັນທາງການ ເພື່ອເປັນຂອງຂວັນທີ່ມີຄວາມໝາຍອັນສຳຄັນ ຂອງສະພາຄຸຣານໃຫຍ່ມົງໂກລີ ໃຫ້ແກ່ສະພາແຫ່ງຊາດລາວ.

ໃນໂອກາດດຽວກັນ ທ່ານ ເມິງຄ໌ບາທາຣ໌ ລັກຄະວາ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານປະທານສະພາແຫ່ງຊາດ ພ້ອມທັງລາຍງານຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ພ້ອມຄະນະໃນຄັ້ງນີ້ ເພື່ອສືບຕໍ່ການພົວພັນຮ່ວມມືສອງຝ່າຍໃນແຕ່ລະຂົງເຂດວຽກງານໃຫ້ກ້າວເຂົ້າສູ່ລວງເລີກ ທ່ານເມິງຄ໌ບາທາຣ໌ ລັກຄະວາ ຍັງໄດ້ສະແດງຄວາມຂອບໃຈ ທີ່ ສປປ ລາວ ໄດ້ມອບໃຫ້ເປັນຂອງຂວັນ ໃຫ້ແກ່ສະພາຄູຣານໃຫຍ່ ມົງໂກລີ ຄື: ໂຕະຕັ່ງ 50 ຊຸດ ແລະ ຈຳນວນໜຶ່ງໄດ້ສົ່ງໄປຮອດມົງໂກລີແລ້ວ ເຊິ່ງໄດ້ເປັນສັນຍາລັກແຫ່ງການສົ່ງເສີມການພົວພັນຮ່ວມມືຂອງສອງຝ່າຍໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments