Monday, September 16, 2024
Homeຂ່າວໜ້າໜຶ່ງສໍານັກຂ່າວສານຫວຽດນາມ ວາງສະແດງຮູບພາບມິດຕະພາບພິເສດ ລາວ-ຫວຽດນາມ 2023

ສໍານັກຂ່າວສານຫວຽດນາມ ວາງສະແດງຮູບພາບມິດຕະພາບພິເສດ ລາວ-ຫວຽດນາມ 2023

ສໍານັກຂ່າວສານຫວຽດນາມ ຈັດວາງສະແດງຮູບພາບການຮ່ວມມືມິດຕະພາບລາວ-ຫວຽດນາມ ໃນວັນບຸນໄມຕີຈິດມິດຕະພາບພິເສດ ລາວ-ຫວຽດນາມ ໃນວັນທີ 11 ພະຈິກ 2023 ຢູ່ນະຄອນເຫວ້ ແຂວງເທື່ອທຽນເຫວ້ ເຊິ່ງຮູບພາບທີ່ນໍາມາວາງສະແດງໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ໃນການປະກອບສ່ວນຊຸກຍູ້ການຮ່ວມມືໃນຂົງເຂດຖະແຫລງຂ່າວ ແລະ ສື່ສານ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະການຮ່ວມມື ສອງສໍານັກຂ່າວສານລາວ-ຫວຽດນາມ.

ທ່ານ ຫງວຽນ ຕວັນ ຮຸ່ງ ຮອງຜູ້ອຳນວຍການໃຫຍ່ສໍານັກຂ່າວສານຫວຽດນາມ ໄດ້ໃຫ້ສໍາພາດໃນໂອກາດເຂົ້າຮ່ວມວັນບຸນໄມຕີຈິດມິດຕະພາບພິເສດລາວ-ຫວຽດນາມ 2023 ນີ້ວ່າ: ການມາຮ່ວມງານສະແດງໃນຄັ້ງນີ້, ຢາກໃຫ້ປະຊາຊົນທຸກທົ່ວໜ້າຮັບຮູ້ເຖິງສາຍພົວພັນແບບພິເສດລາວ-ຫວຽດນາມ ຕະຫລອດໄລຍະ 61ປີ ເຊິ່ງບັນດາຜະລິດຕະພັນເອົາມາວາງສະແດງ ລ້ວນແລ້ວແຕ່ໄດ້ສະແດງເຖິງການພົວພັນລາວ-ຫວຽດນາມ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ ໂດຍສະເພາະການຊ່ວຍເຫລືອເຊິ່ງກັນ ແລະ ກັນຂອງສອງສໍານັກຂ່າວສານລາວ-ຫວຽດນາມ. ການຈັດວາງສະແດງຮູບພາບແບບນີ້ ແມ່ນໄດ້ຈັດຫລາຍເທື່ອແລ້ວທັງຢູ່ລາວ ແລະ ຫວຽດນາມ, ສ່ວນຢູ່ນະຄອນເຫວ້ ແມ່ນຈັດເປັນເທື່ອທໍາອິດ.

ທ່ານ ຫງວຽນ ຕວັນ ຮຸ່ງ ຍັງໃຫ້ຮູ້ອີກວ່າ: ສຳນັກຂ່າວສານຫວຽດນາມ ໄດ້ພິມໜັງສືພິມຮູບພາບເປັນພາສາລາວ ສະບັບທໍາອິດ ໃນເດືອນ ກໍລະກົດ 1978 ແລ້ວໄດ້ພິມ ເປັນລາຍເດືອນ ແລະ ມາຮອດວັນທີ 15 ຕຸລາ 2021 ໜັງສືພິມຮູບພາບເປັນພາສາລາວໄດ້ສົ່ງເນື້ອໃນຂຶ້ນໜ້າ ເວບໄຊ hit://Vietnam.v mart.vn/Lao/

ຂ່າວ-ພາບ: ວີລະວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments