Sunday, September 8, 2024
Homeຂ່າວໜ້າໜຶ່ງແຈ້ງການ ຂອງກະຊວງການຕ່າງປະເທດ

ແຈ້ງການ ຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ຕຸລາ 2023, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍ່ຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ.

ຊີວະປະຫວັດ

ຊື່ ແລະ ນາມສະກຸນ ທ່ານ ເສດຖາ ທະວີສິນ, (SRETTHA THAVISIN).

ວັນເດືອນປີເກີດ: 15 ກຸມພາ 1962.

ສະຖານທີ່ເກີດ: ບາງກອກ

ສະຖານະພາບຄອບຄົວ: ແຕ່ງງານກັບ ທ່ານ ນາງ (ແພດຍິງ) ພັກພິໄລ ທະວີສິນ, ມີລູກ 3 ຄົນ, ຊາຍ 2 ຄົນ.

ສາສະໜາ: ພຸດ

ລະດັບການສຶກສາ

: ປະລິນຍາໂທ: ສາຂາບໍລິຫານທຸລະກິດດ້ານການເງິນ ຈາກສະຖາບັນ ບັນດິດວິທະຍາໄລ ຄຣາມອນ, ປະເທດ ສະຫະລັດ ອາເມລິກາ.

: ປະລິນຍາຕີ: ສາຂາເສດຖະສາດ, ມະຫາວິທະຍາໄລ ມາສສາຊູເຊັດ, ສະຫະລັດ ອາເມລິກາ.

ພາສາຕ່າງປະເທດ: ໄທ, ອັງກິດ

ປະສົບການດ້ານການເຮັດວຽກ:

22/8/2023: ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນທີ 30.

2023: ເປັນປະທານທີ່ປືກສາຫົວໜ້າຄອບຄົວເພື່ອໄທ, ທີ່ປືກສາທີມງານເສດຖະກິດພັກເພື່ອໄທ, ໜຶ່ງໃນຜູ້ສະໝັກເລືອກຕັ້ງນາຍົກລັດຖະມົນຕີຂອງພັກເພື່ອໄທ.

2023: ລາອອກຈາກການເປັນ ອໍານວຍການ ແລະ ກໍາມະການຕ່າງໆຂອງ ບໍລິສັດແສນສິຣິ ຈໍາກັດມະຫາ ຊົນ ໃນວັນທີ 3 ເມສາ 2023.

1996: ໄດ້ຈັດຕັ້ງບໍລິສັດ ພຣັສ ພຣອບເພີຕີ

1990 ເຂົ້າເຮັດວຽກເປັນພະນັກງານ ບໍລິສັດ ແສນສໍາຣານ ຈໍາກັດ

ຜົນງານທີ່ພົ້ນເດັ່ນ:

2022: ນໍາພາທຸລະກິດ ປະກາດຈຸດຢືນ ດ້ານສິ່ງແວດລ້ອມ ແລະ ກໍານົດເປົ້າໝາຍ ການປ່ອຍອາຍກາກໂບ ນິກເປັນສູນ ເປັນອົງກອນແລກຂອງທຸລະກິດອະສັງຫາລິມະຊັບ.

2021: ໄດ້ຮັບລາງວັນ ທຸລະກິດຕົ້ນແບບດ້ານສິດທິມະນຸດ, ກະຊວງຍຸຕິທໍາ ແຫ່ງ ຣາຊະອານາຈັກໄທ

2020: ນໍາພາບໍລິສັດ ເຊັນສັນຍາມາດຕະຖານສາກົນດ້ານທຸລະກິດຂອງອົງການສະຫະປະຊາຊາດ ກັບ ອົງ ການສະຫະປະຊາຊາດເພື່ອການພັດທະນາ ເພື່ອສະໜັບສະໜູນ ແລະ ຫຼຸດຜ່ອນການຈໍາແນກກຸ່ມຜູ້ມີຄວາມຫຼາກຫຼາຍທາງເພດ.

2019: ນໍາພາທຸລະກິດ ຮັບລາງວັນຊະນະເລີດ ດ້ານອົງກອນນະວັດຕະກໍາດີເດັ່ນປະເພດທຸລະກິດຂະໜາດໃຫຍ່ ຈາກ ສໍານັກງານນະວັດຕະກໍາແຫ່ງຊາດໄທ.

2017: ຂະຫຍາຍຖານທຸລະກິດດ້ວຍການຮ່ວມລົງທຶນ ຮ່ວມກັບ 6 ບໍລິສັດ ທີ່ໄດ້ມາດຕະຖານສາກົນ.

2016: ໄດ້ດໍາເນີນໂຄງການກໍ່ສ້າງທີ່ພັກອາໄສ ຄອນໂດມີນຽມຂະໜາດໃຫຍ່, ຖະໜົນວິທະຍຸ, ມູນຄ່າການລົງທຶນ 8.500 ລ້ານບາດ ແລະ ໄດ້ຮັບລາງວັນ ອາຊີ-ປາຊີຟິກ ອະສັງຫາລິມະຊັບ ປີ 2018.

2014: ເປັນຕົວແທນພາກເອກະຊົນໄທ ເຂົ້າຮ່ວມເວທີສົນທະນາ ຫົວຂໍ້ ນະວັດຕະກໍາ ແລະ ແຜນປະຕິ ບັດງານຂອງ ອົງການຢູນິເຊັບ, ທີ່ ນະຄອນນິວຢອກ, ປະເທດສະຫະລັດອາເມລິກາ.

2013: ໄດ້ຮັບລາງວັນຊະນະເລີດດ້ານອະສັງຫາລິມະຊັບແຫ່ງປະເທດໄທ ສາຂາການພັດທະນາ ທີ່ພັກອາ ໄສທີ່ດີທີ່ສຸດ.

2012: ນໍາພາຫົວໜ່ວຍທຸລະກິດທີ່ຢູ່ຕາມຈັງຫວັດສໍາຄັນຕ່າງໆຂອງໄທຂະຫຍາຍຕົວຢ່າງຕໍ່ເນື່ອງ (ພູເກັດ, ຊຽງໃໝ່, ຫົວຫິນ, ຂອນແກ່ນ, ພັດທະຍາ ແລະ ເຂົາໃຫຍ່).

2010: ໄດ້ຮ່ວມມືກັບອົງການ ຢູນິເຊັບ ເພື່ອສະໜັບສະໜູນ ສົ່ງເສີມເຍົາວະຊົນ ເຊິ່ງຖືເປັນອົງກອນທຸລະ ກິດລາຍທໍາອິດຂອງໄທ ທີ່ສະໜັບສະໜູນດ້ານທືນຮອນ ແລະ ສິ້ນສຸດໃນປີ 2020.

2007: ໄດ້ເລີ່ມຕົ້ນດໍາເນີນໂຄງການ ແສນສິຣິ ອາຄາເດມີ ຄລິນິກ ເພື່ອສອນການເຕະບານໃຫ້ແກ່ເດັກ ນ້ອຍເຍົາວະຊົນທົ່ວໄປໂດຍບໍ່ໄດ້ເສຍຄ່າ ໂດຍມີເດັກນ້ອຍ 8 ພັນຄົນໄດ້ຜ່ານການຝຶກອົບຮົມໃນໂຄງການດັ່ງກ່າວ ແລະ ດໍາເນີນໂຄງການ ບ້ານແສນສິຣິ ສຸຂຸມວິດ, ເປັນໂຄງການທີ່ຢູ່ອາໄສ ບ້ານຫຼັງດຽວ.

ກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments