Wednesday, October 23, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ພົບປະກັບ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະມົນຕີ ຣາຊະອານາຈັກອາຣັບບີ ຊາອຸດິດ

ນາຍົກລັດຖະມົນຕີ ພົບປະກັບ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະມົນຕີ ຣາຊະອານາຈັກອາຣັບບີ ຊາອຸດິດ

ໃນໂອກາດນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາ ການຮ່ວມມືເຂດອ່າວ (ອາຊຽນ-ຈີຊີຊີ) ທີ່ນະຄອນຫລວງ ຣີຢາດ, ຣາຊະອານາຈັກ ອາຣັບບີ ຊາອຸດິດ ໃນວັນທີ 20 ຕຸລາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ໂມຮາເມັດ ບິນ ຊາລມານ ອາລ ຊາອຸດ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ອາຣັບບີ ຊາອຸດິດ ເພື່ອປຶກສາຫາລືໃນການຊຸກຍູ້ສົ່ງເສີມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ໄດ້ຮັບການການພັດທະນາຍິ່່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ ສົມເດັດ ອົງມົງກຸດ ຣາຊະກຸມມານ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ອາຣັບບີ ຊາອຸດິດ ໃນການຈັດກອງປະຊຸມສຸດຍອດ ອາຊຽນ-ຈີຊີຊີ ດ້ວຍຜົນສໍາເລັດອັນຈົບງາມ, ທັງໄດ້ສະແດງຄວາມຂອບໃຈໃນການໃຫ້ການຕ້ອນຮັບອັນອົບອຸ່ນ ແກ່ ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ແລະ ຍັງໄດ້ສະແດງຄວາມຂອບໃຈ ລັດຖະບານ ອາຣັບບີ ຊາອຸດິດ ກໍຄື ສະຫະພັນບານເຕະ ແຫ່ງ ອາຣັບບີ ຊາອຸດິດ ທີ່ໄດ້ເຊື້ອເຊີນ ແລະ ສະໜັບສະໜູນ ໃຫ້ແກ່ ທີມບານເຕະຍິງແຫ່ງ ຊາດລາວ ເຂົ້າຮ່ວມການແຂ່ງຂັນມິດຕະພາບບານເຕະຍິງສາກົນ ທີ່ ອາຣັບບີ ຊາອຸດິດ ໃນເດືອນກັນຍາ 2023 ຜ່ານມາ. ໃນຂະນະດຽວກັນ, ສົມເດັດ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ອາຣັບບີ ຊາອຸດິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະຜູ້ແທນ ສປປ ລາວ ຢ່າງອົບອຸ່ນ.

ພ້ອມກັນນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງ ປະເທດ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 29 ພຶດສະພາ 1990, ຊຶ່ງປີນີ້ແມ່ນຄົບຮອບ 33 ປີ. ພ້ອມນີ້, ສອງຝ່າຍ ກໍໄດ້ປຶກສາຫາລືກ່ຽວກັບ ການພົວພັນຮ່ວມມືໃນໄລຍະຜ່ານມາ, ລວມທັງການພົວພັນຮ່ວມ ມືໃນຂອບພາກພື້ນ ແລະ ສາກົນ, ເພື່ອເພີ່ມທະວີການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະການແລກປ່ຽນການ ຢ້ຽມຢາມຂອງການນໍາຂັ້ນສູງ, ລວມເຖິງການຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ການຮ່ວມມື ດ້ານການລົງທຶນ, ກະສິກໍາ ແລະ ດ້ານອື່ນໆທີ່ສອງຝ່າຍມີທ່າແຮງ.

ຝ່າຍລາວ ໄດ້ແຈ້ງໃຫ້ຝ່າຍ ອາຣັບບີ ຊາອຸດິດ ຊາບກ່ຽວກັບສະພາບການພາຍໃນໂດຍຫຍໍ້ຂອງ ສປປ ລາວ, ການກະກຽມເປັນປະທານອາຊຽນ ແລະ ແຜນການເປີດປີທ່ອງທ່ຽວລາວ ໃນປີ 2024 ເພື່ອຕ້ອນຮັບນັກທ່ອງທ່ຽວ ຈາກທົ່ວທຸກມຸມໂລກ ມາຢ້ຽມຢາມ ສປປ ລາວ ລວມເຖິງປະຊາຊົນ ອາຣັບບີ ຊາອຸດິດ, ພ້ອມດຽວກັນນີ້, ກໍໄດ້ເຊື້ອເຊີນນັກລົງທຶນຈາກ ອາຣັບບີ ຊາອຸດິດ ເຂົ້າມາລົງທຶນໃນຂະແໜງການທີ່ເຫັນວ່າ ສປປ ລາວ ມີທ່າແຮງ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານຕ່າງໆ ຢູ່ ສປປ ລາວ ເພື່ອກະຕຸກຊຸກຍູ້ການພັດທະນາເສດຖະກິດ ຂອງຊາດ ໂດຍສະເພາະທາງດ້ານການສົ່ງເສີມການຄ້າ, ການລົງທຶນ, ການສຶກສາ, ຄົມມະນາຄົມ, ອຸດສາຫະກໍາ ການຜະລິດ, ບໍ່ແຮ່, ອຸດສາຫະກໍານໍ້າມັນ, ໄຟຟ້າ, ພະລັງງານສະອາດ, ການທ່ອງທ່ຽວ ແລະ ອື່ນໆ. ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຊື້ອເຊີນ ສົມເດັດ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ອາຣັບບີ ຊາອຸດິດ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນອະນາຄົດອັນໃກ້ນີ້ ໃນເວລາທີ່ມີຄວາມສະດວກ, ຊຶ່ງ ສົມເດັດ ອົງມົງກຸດຣາຊະກຸມມານ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ອາຣັບບີ ຊາອຸດິດ ກໍສະແດງຄວາມຍິນດີຕອບຮັບ ແລະ ຈະຈັດສັນຫາເວລາອັນເໝາະສົມ ເພື່ອເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຕາມການເຊື້ອເຊີນ.

ຂ່າວ-ພາບ: ກຕທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments