Home ຂ່າວໜ້າໜຶ່ງ ວາງສະແດງຮູບແຕ້ມສະຫລອງການຮ່ວມມື ລາວ-ຢູນີເຊບ

ວາງສະແດງຮູບແຕ້ມສະຫລອງການຮ່ວມມື ລາວ-ຢູນີເຊບ

0
125

ງານວາງສະແດງຮູບແຕ້ມຂອງນັກຮຽນ ພາຍໃຕ້ຫົວຂໍ້: ບົດເລື່ອງຂອງເດັກທຸກຄົນ ທີ່ສະແດງເຖິງຄວາມຮູ້ບຸນຄຸນຄູ ແລະ ສະແດງເຖິງຄໍາໝາຍໝັ້ນຂອງ ສປປ ລາວ ເພື່ອສະເຫລີມສະຫລອງ 50 ປີ ຂອງການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນີເຊບ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2023 ທີ່ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ກິດຈະກໍາຄັ້ງນີ້, ສະແດງໃຫ້ເຫັນເຖິງການຮັບຮູ້ຜົນງານ ແລະ ຊົມເຊີຍຄູ-ອາຈານທຸກຄົນ ທີ່ໄດ້ປະຕິບັດໜ້າທີ່ ເປັນດັ່ງວິສະວະກອນແຫ່ງດວງວິນຍານ ໃນການຫລໍ່ຫລອມແນວຄິດຈິດໃຈ, ຄວາມຮູ້, ຄວາມສາມາດ ແລະ ການກະທໍາ ຂອງລູກຫລານ ທີ່ເປັນອະນາຄົດຂອງຊາດ. ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ມຸ່ງໝັ້ນຈະສືບຕໍ່ຍົກສູງຄວາມອາດສາມາດ ແລະ ບົດບາດຂອງຄູ-ອາຈານ ເພື່ອຮັບປະກັນການສຶກສາທີ່ມີຄຸນນະພາບສໍາລັບເດັກທຸກຄົນ. ຕະຫລອດຫລາຍທົດສະວັດທີ່ຜ່ານມາ, ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນີເຊບ ພ້ອມຄູ່ຮ່ວມພັດທະນາຕ່າງໆ ໄດ້ເຮັດວຽກຮ່ວມກັນຢ່າງຕັ້ງໜ້າ ເພື່ອສ້າງລະບົບການສຶກສາທີ່ເດັກນ້ອຍທຸກຄົນສາມາດເຂົ້າເຖິງໄດ້, ລວມເຖິງ ການສ້າງອາຄານຮຽນ, ການປັບປຸງຫລັກສູດ ແລະ ການສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງເທົ່າທຽມ.

ໃນໂອກາດດຽວກັນ, ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ການສະເຫລີມສະຫລອງຄົບຮອບ 50 ປີ ຂອງການຮ່ວມມື ທີ່ມີໝາກຜົນຢ່າງຫລວງຫລາຍ ລະຫວ່າງ ອົງການຢູນີເຊບ ແລະ ລັດຖະບານແຫ່ງ ສປປ ລາວ ນັ້ນ, ຄວາມຈໍາເປັນອັນຮີບດ່ວນໃນການລົງທຶນເຂົ້າໃນການສຶກສາທີ່ມີຄຸນນະພາບ ກໍຍິ່ງຊັດເຈນຍິ່ງຂຶ້ນກວ່າເກົ່າ. ການລົງທຶນໃສ່ຄູໃນມື້ນີ້ ກໍຄືການລົງທຶນເພື່ອອະນາຄົດ ຂອງ ສປປ ລາວ, ນອກຈາກການຮ່ວມມືກັບ ອົງການຢູນີເຊບ, ສະຫະພາບເອີຣົບ ກໍພວມດໍາເນີນໂຄງການສະໜັບສະໜູນທາງດ້ານງົບປະມານ ໂດຍໄດ້ເນັ້ນໃສ່ຄວາມສໍາຄັນຂອງການເພີ່ມການຈັດສັນງົບປະມານລັດ ເພື່ອຝຶກອົບຮົມສ້າງຂີດຄວາມສາມາດຂອງຄູ ແລະ ຮັບປະກັນການສຶກສາທີ່ມີຄຸນນະພາບ.

ໃນຕອນທ້າຍ ທ່ານ ພຸດ ສິມມາລາວົງ ໄດ້ໃຫ້ກຽດມອບໃບຍ້ອງຍໍ ຊຶ່ງເປັນຜົນງານຂອງນັກຮຽນຈາກ 5 ໂຮງຮຽນໃນນະຄອນຫລວງວຽງຈັນ ຄື: ມັດທະຍົມສົມບູນຮ່ອງໄກ່ແກ້ວ, ໜອງບົວທອງ, ໂນນຄໍ້, ສີເກີດ ແລະ ມັດທະຍົມສົມບູນສີສັດຕະນາກ ຮັບໂດຍຜູ້ອໍານວຍການແຕ່ລະໂຮງຮຽນ ຊຶ່ງຮູບແຕ້ມຂອງນັກຮຽນທີ່ນໍາມາສະແດງແມ່ນສື່ເຖິງຄວາມຮູ້ສຶກ ແລະ ຄວາມຮູ້ບຸນຄຸນຂອງເຂົາເຈົ້າເຖິງຄູ ແມ່ນໜຶ່ງໃນກິດຈະກໍາ ທີ່ສົ່ງເສີມໃຫ້ສັງຄົມຮູ້ເຖິງບົດບາດອັນສໍາຄັນຂອງຄູ ໃນຊີວິດຂອງນັກຮຽນຫລາຍໆຄົນ, ພ້ອມນີ້ທ່ານລັດຖະມົນຕີກໍໄດ້ທ່ຽວຊົມຜົນງານສິລະປະຮູບແຕ້ມ ຂອງນັກຮຽນທີ່ນໍາມາວາງສະແດງ ແລະ ຮ່ວມກິດຈະກໍາແຕ້ມຮູບໃນຄັ້ງນີ້ອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here