Wednesday, October 23, 2024
Homeຂ່າວໜ້າໜຶ່ງຮອງປະທານປະເທດ ລົງຊຸກຍູ້ພື້ນຖານການຜະລິດເປັນສິນຄ້າ ຢູ່ເມືອງທ່າແຕງ

ຮອງປະທານປະເທດ ລົງຊຸກຍູ້ພື້ນຖານການຜະລິດເປັນສິນຄ້າ ຢູ່ເມືອງທ່າແຕງ

ເມື່ອບໍ່ດົນມານີ້, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະຕິດຕາມລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ພື້ນຖານການຜະລິດກະສິກຳເປັນສິນຄ້າ ໂດຍສະເພາະ ການປູກຖົ່ວລຽນ ຂອງບໍລິສັດ ຂັນຟອງ-ລາວ ຢູ່ບ້ານໜອງນົກ ເມືອງທ່າແຕງ ແຂວງເຊກອງ ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ສົມເພັດ ເອິດລັດດາ ເຈົ້າເມືອງ ທ່າແຕງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.

ທ່ານ ຫງຽນ ກວກລວດ ປະທານບໍ ລິສັດ ຂັນຟອງ-ລາວ ໄດ້ໃຫ້ຮູ້ວ່າ: ຍ້ອນໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫລືອ ແລະ ສະໜັບສະໜູນຈາກອໍານາດການປົກຄອງເມືອງທ່າແຕງ ກໍຄື ອຳນາດການປົກຄອງແຂວງ, ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການລົງທຶນ ມີຄວາມສະດວກສະບາຍຂຶ້ນ, ບໍລິສັດ ຂັນຟອງ-ລາວ ຕັ້ງຢູ່ບ້ານໜອງນົກ ເມືອງທ່າແຕງ, ມູນຄ່າການລົງທຶນ 2,3 ລ້ານກວ່າໂດລາສະຫະລັດ,ມີເນື້ອທີ່ປູກ 50 ເຮັກຕາ, ໄດ້ເລີ່ມປູກຖົ່ວລຽນສາຍພັນໂດນາ ແຕ່ປີ 2019, ແຕ່ຍ້ອນຂາດວິທີການບົວລະບັດທີ່ເໝາະສົມກັບດິນຟ້າອາກາດ ເຮັດໃຫ້ສູນເສຍແນວພັນ. ມາຮອດປັດຈຸບັນ ມີຕົ້ນຖົ່ວລຽນຫລາຍກວ່າ 10.000 ເບ້ຍ ແລະ ໄດ້ປັບປຸງວິທີການບົວລະບັດຮັກສາ ທີ່ເໝາະສົມກັບດິນຟ້າອາກາດ ແລະ ສະພາບຂອງດິນ ໂດຍໄດ້ປູກສໍາເລັດແລ້ວ 50 ເຮັກຕາ ໃນປີ 2023 ມີຈໍານວນ 12.000 ຕົ້ນ,ພ້ອມນີ້ ກໍໄດ້ຄົ້ນຄວ້າວິທີການປູກ, ການຮັກສາຕົ້ນຖົ່ວລຽນແບບສະອາດ, ຍືນຍົງຢ່າງຕໍ່ເນື່ອງ ເພື່ອຫລຸດຜ່ອນຝຸ່ນ ແລະ ສານເຄມີ ໃຫ້ຫັນມານໍາໃຊ້ປຸ໋ຍອິນຊີ, ຢາຊີວະພາບ ເພື່ອປົກປັກຮັກສາສິ່ງແວດ ລ້ອມ, ຄາດຄະເນຈະໄດ້ເກັບກູ້ໝາກຖົ່ວລຽນໃນປີ 2026 ໃຫ້ໄດ້ 100 ໂຕນ. ສ່ວນທິດທາງຕໍ່ໜ້າ ຈະສືບຕໍ່ຄົ້ນຄວ້າ ແລະ ຂະຫຍາຍເນື້ອທີ່ປູກຕົ້ນຖົ່ວລຽນທີ່ເໝາະສົມ, ສືບຕໍ່ຈົດທະບຽນສາຍພັນຖົ່ວລຽນ, ລົງທຶນສ້າງສາງປຸງແຕ່ງເບື້ອງຕົ້ນ ແລະ ຫຸ້ມຫໍ່ ເພື່ອສົ່ງສິນຄ້າອອກ, ພ້ອມຂະຫຍາຍສວນກ້າເບ້ຍຖົ່ວລຽນ ຮັບໃຊ້ການຂະຫຍາຍການລົງທຶນໃຫ້ຫລາຍຂຶ້ນ.

ໂອກາດນີ້, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໃຫ້ຜູ້ປະກອບການ ຈົ່ງສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນ ເພື່ອຕອບສະໜອງການຊົມໃຊ້ຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະ ດ້ານສະບຽງອາຫານ ກໍຄື ການຮັບໃຊ້ການທ່ອງທ່ຽວໃນເງື່ອນໄຂເປີດປີທ່ອງທ່ຽວ, ຊ່ວຍສົ່ງເສີມດ້ານເຕັກນິກ, ການນໍາໃຊ້ຝຸ່ນ, ການບົວລະບັດຮັກສາ, ການສະໜອງແນວພັນຖົ່ວລຽນໃຫ້ແກ້ປະຊາຊົນນໍາໄປປູກຕາມທ່າແຮງທີ່ມີ, ປະກອບສ່ວນສໍາຄັນເຂົ້າການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນໃນປັດຈຸບັນ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດແຫ່ງຊາດໃນຕໍ່ໜ້າ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ທ່ານເຈົ້າແຂວງເຊກອງ ແລະ ເຈົ້າເມືອງທ່າແຕງ ພ້ອມພາກສ່ວນກ່ຽວຂ້ອງ ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ທີ່ມີທ່າແຮງຂອງເມືອງ ກໍຄື ແຂວງ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ,ເກັບກໍາຂໍ້ມູນບ້ານ, ຄອບຄົວ ທີ່ຈະເປັນຕົວແບບໃນການປູກຖົ່ວລຽນ ເພື່ອໃຫ້ບໍລິສັດສະໜອງແນວພັນ, ກະສິກໍາ ແລະ ຕ້ອງສ້າງບຸກຄະລາກອນຮັບຜິດຊອບ ລົງຕິດຕາມກວດກາຢ່າງໃກ້ຊິດ, ເຮັດໃຫ້ປະ ຊາຊົນມີວິຊາຊີບທີ່ດີ, ໝັ້ນຄົງໄປຕາມຍຸດທະສາດ. ນອກນີ້, ຕ້ອງສ້າງເງື່ອນໄຂ, ອຳນວຍຄວາມສະ ດວກໃນການຜະລິດ, ການສະໜອງເຕັກນິກ, ທຶນຮອນ ແລະ ຕະຫລາດ ທີ່ໝັ້ນຄົງ ເພື່ອຍົກລະດັບລາຍໄດ້ ແລະ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນເມືອງ ທ່າແຕງໃຫ້ສູງຂຶ້ນ,ເອົາໃຈໃສ່ໃຫ້ຜູ້ປະ ກອບການ ແລະ ປະຊາຊົນ ໄດ້ຮ່ວມສໍາພັນກັນເປັນຕ່ອງໂສ້ເຂົ້າໃນຂະບວນການປູກຖົ່ວລຽນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ: ພອນ ບຸນອຸທິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments