Tuesday, October 22, 2024
Homeຂ່າວພາຍໃນສ້າງຂະບວນການ ຕ້ອນຮັບວັນສ້າງຕັ້ງໂຮງໝໍມິດຕະພາບ ຄົບຮອບ 35 ປີ

ສ້າງຂະບວນການ ຕ້ອນຮັບວັນສ້າງຕັ້ງໂຮງໝໍມິດຕະພາບ ຄົບຮອບ 35 ປີ

3 ອົງການຈັດຕັ້ງມະຫາຊົນໂຮງໝໍມິດຕະພາບ ໄດ້ຈັດກິດຈະກໍາສ້າງຂະບວນການແຂ່ງຂັນກິລາເປຕັງ ຊີງຂັນຜູ້ອຳນວຍການໂຮງໝໍມິດຕະພາບ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍມິດຕະພາບ ຄົບຮອບ 35 ປີ (11 ຕຸລາ 1988-11 ຕຸລາ 2023) ຂຶ້ນໃນວັນທີ 20 ຕຸລາ ນີ້ ທີ່ໂຮງໝໍດັ່ງກ່າວ ຊຶ່ງມີ ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີຄະນະຮັບຜິດຊອບ, ນັກກິລາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.

ທ່ານ ສອນໄຊ ລາດຊະວົງ ກ່າວວ່າ: ການຈັດກິດຈະກຳຄັ້ງນີ້, ເພື່ອສ້າງຂະບວນການສະເຫຼີມສະ ຫຼອງຕ້ອນຮັບວັນສ້າງຕັ້ງໂຮງໝໍມິດຕະພາບ ຄົບຮອບ 35 ປີທີ່ໃກ້ຈະມາເຖິງນີ້. ທັງເປັນການພົບປະຮັດແໜ້ນຄວາມສາມັກຄີ ຮັກແພງລະຫວ່າງພະນັກງານແພດໝໍ ເພື່ອໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ມີຄວາມໝາຍອັນເລິກເຊິ່ງກວ້າງຂວາງ. ພ້ອມນັ້ນ, ຍັງເປັນການອອກກຳລັງກາຍເພື່ອສຸຂະພາບ, ໃຫ້ມີການຜ່ອນຄາຍ ແລະ ອື່ນໆ. ການແຂ່ງຂັນຄັ້ງນີ້ມີນັກກິລາເຂົ້າຮ່ວມທັງໝົດ 50 ທີມ.

(ຂ່າວ-ພາບ: ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments