Tuesday, October 22, 2024
Homeຂ່າວໜ້າໜຶ່ງປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານາທິບໍດີ ແຫ່ງ ສ. ຣັດເຊຍ

ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານາທິບໍດີ ແຫ່ງ ສ. ຣັດເຊຍ

ໃນໂອກາດການເຂົ້າຮ່ວມກອງປະຊຸມເວທີສົນທະນາລະດັບສູງ “ ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ ນະຄອນຫຼວງປັກກິງ, ສປ ຈີນ, ໃນວັນທີ 17 ຕຸລາ 2023 ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ. ໃນ​ໂອ​ກາດນີ້, ຜູ້ນໍາທັງສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສອງປະເທດ ທີ່ສືບຕໍ່ມີບາດກ້າວຂະຫຍາຍຕົວຢ່າງໜັກແໜ້ນ ໂດຍສະເພາະໃນດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທໍາ ແລະ ທ່ອງທ່ຽວ.

ພ້ອມດຽວກັນນັ້ນ, ສອງຝ່າຍ​ ຍັງໄດ້ປຶກສາຫາລືລົງເລິກ ກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ, ການເງິນ, ພະລັງງານ, ການສຶກສາ ແລະ ວຽກງານຄວາມໝັ້ນຄົງ ຮ່ວມກັນ ແລະ ຢືນຢັນສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ ແລະ ຊຸກ​ຍູ້​ໃຫ້ມີການສົ່ງ​ເສີມການຮ່ວມມືໃນ​ຂົງ​ເຂດ​​ທີ່​ສອງ​ຝ່າຍ​​ມີ​ທ່າ​ແຮງ ໃຫ້​ກວ້າງ​ຂວາງ ແລະ ເຂົ້າ​ສູ່​ລວງ​ເລິກ​ຍິ່ງໆ​ຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຣັດເຊຍ.

ໃນ​ໂອ​ກາດ​​ນີ້, ທ່ານ ປະທານປະເທດ ຍັງໄດ້ ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ທີ່ ຈັດຂຶ້ນ ຢູ່ ສ.ຣັດເຊຍ ໃນເດືອນກັນຍາ ທີ່ຜ່ານມາ ແລະ ສະແດງຄວາມຂອບໃຈ ມາຍັງລັດຖະບານ ກໍ່ຄືປະຊາຊົນ ຣັດເຊຍ ທີ່ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງຖືໂອກາດນີ້, ແຈ້ງ ປະທານາທິບໍ ສ.ຣັດເຊຍ ກ່ຽວກັບ ສປປ ລາວ ຈະໄດ້ຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2024 ແລະ ເຊື້ອເຊີນ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ສະດວກ.

ທີ່ມາ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments