Tuesday, October 22, 2024
Homeຂ່າວໜ້າໜຶ່ງຂະແໜງສື່ມວນຊົນ ແຂວງອັດຕະປືປະກອບສ່ວນອັນສຳຄັນໃຫ້ແກ່ວຽກງານໂພຊະນາການ ແລະ ການປຸກລະດົມ-ສົ່ງເສີມການລ້ຽງລູກດ້ວຍນົມແມ່

ຂະແໜງສື່ມວນຊົນ ແຂວງອັດຕະປືປະກອບສ່ວນອັນສຳຄັນໃຫ້ແກ່ວຽກງານໂພຊະນາການ ແລະ ການປຸກລະດົມ-ສົ່ງເສີມການລ້ຽງລູກດ້ວຍນົມແມ່


ການລ້ຽງລູກດ້ວຍນໍ້ານົມແມ່ ແມ່ນມີຄວາມສໍາຄັນທີ່ສຸດ ເພາະນ້ຳນົມແມ່ເປັນອາຫານທີ່ດີສໍາລັບລູກ ແຕ່ມື້ເກີດຮອດອາຍຸ ໄດ້ 6 ເດືອນ, ນ້ຳນົມແມ່ພຽງຢ່າງດຽວ ກໍພຽງພໍສຳລັບລູກ ເພື່ອການຈະເລີນເຕີບໂຕແຂງແຮງຂອງເດັກ, ການລ້ຽງລູກດ້ວຍນົມແມ່ແມ່ນສະອາດ ສະດວກ ປະຫຍັດຄ່າໃຊ້ຈ່າຍ ປະຫຍັດເວລາ. ນອກນີ້, ນໍ້ານົມແມ່ ຍັງເປັນວັກຊີນທີ່ດີຂອງການສ້າງພູມຄຸ້ມກັນໃຫ້ແກ່ເດັກ, ເດັກນ້ອຍທີ່ກິນນໍ້ານົມແມ່ແຕ່ມື້ເກີດ ຫຼື ນ້ຳນົມຢອດທຳອິດຈະຊ່ວຍສ້ງພູມຄຸ້ມກັນ ແລະ ຫຼຸດຜ່ອນການຕິດເຊື້ອພະຍາດຕ່າງໆ ໃຫ້ແກ່ເດັກນ້ອຍໄດ້ຢ່າງມີປະສິດທິຜົນ.

ທ່ານ ອ໋ອງຄໍາ ຄູນສະໄໝ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໃຫ້ສໍາພາດຕໍ່ຄະນະສື່ມວນຊົນ ໃນວັນທີ 17 ຕຸລາ 2023 ວ່າ: ຕະຫຼອດໄລຍະຜ່ານມາ, ຂະແໜງສື່ມວນຊົນຂອງແຂວງອັດຕະປື ໄດ້ປະກອບສ່ວນອັນສຳຄັນໃນການປຸກລະດົມຊຸກຍູ້, ສົ່ງເສີມ ໃຫ້ແມ່ຍິງບັນດາເຜົ່າພາຍໃນແຂວງຫັນມາລ້ຽງລູກດ້ວຍນໍ້ານົມແມ່ພຽງຢ່າງດຽວຈົນຮອດອາຍຸ ໄດ້ 6 ເດືອນ ດ້ວຍການເຮັດໜ້າທີ່ໂຄສະນາປະຊາສຳພັນຜ່ານພາຫະນະສື່ມວນຊົນຂອງແຂວງ ເປັນຕົ້ນ: ສື່ວິທະຍຸ-ໂທລະພາບ, ໂທລະໂຄ່ງບັນດາເມືອງ ແລະ ບ້ານ ລວມທັງໂຄສະນາຜ່ານສື່ແບບໃໝ່ ຄື: ເຟັດບຸກ (ຂ່າວສານອອນລາຍຂອງແຂວງ) ເພື່ອໃຫ້ຂໍ້ມູນຂ່າວສານ ຂອງການລ້ຽງລູກດ້ວຍນໍ້ານົມແມ່ ໄປຮອດໄປເຖິງພໍ່ແມ່ປະຊາຊົນ ທັງໃນຕົວເມືອງ ແລະ ຢູ່ເຂດຊົນນະບົດ ຫ່າງໄກສອກລີກ ໄດ້ມີຄວາມຮັບຮູ້ເຂົ້າໃຈ, ເຊິ່ງການຈັດຕັ້ງປະຕິບັດຕົວຈິງຜ່ານມາທາງຂະແໜງການສື່ມວນຊົນແຂວງ ໄດ້ເຮັດວຽກງານໂຄສະນາຜ່ານສື່ວິທະຍຸ-ໂທລະພາບ, ສື່ອອນລາຍ, ໂດຍການອອກສະປອດໂຄສະນາ, ການໂຄສະນາແຊກຊ້ອນຜ່ານທາງລາຍການວິທະຍຸ ແລະ ອອກພາກຂ່າວຂອງສະຖານີ. ສຳລັບທິດທາງແຜນການໃນຕໍ່ໜ້າ, ທາງຂະແໜງການສື່ມວນຊົນແຂວງອັດຕະປື ຈະສືບຕໍ່ເຮັດໜ້າທີ່ ຢ່າງແຂງແຮງ ໃນການສຸມໃສ່ການໂຄສະນາຊຸກຍູ້ ແລະ ສົ່ງເສີມ ທົ່ວສັງຄົມ ພາຍໃນແຂວງ ໄດ້ມີຄວາມຮັບຮູ້, ເຂົ້າໃຈ ຕໍ່ວຽກງານໂພສະນາການທີ່ດີກ່ຽວກັບການລ້ຽງລູກດ້ວຍນ້ຳນົມແມ່, ໂດຍການໂຄສະນາປະຊາສຳພັນຜ່ານບັນດາພາຫະນະສື່ມວນຊົນທີ່ມີຂອງແຂວງ, ສືບຕໍ່ສະໜອງຂໍ້ມູນ ຂ່າວສານ, ຄວາມຮູ້, ເນື້ອຫາສາລະ ກ່ຽວກັບການສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ ໃຫ້ກວ້າງຂວາງ, ເຂົ້າເຖິງກຸ່ມເປົ້າໝາຍ ໂດຍໄດ້ຮັບການສະໜັບສະໜູນຈາກອົງການຢູນີເຊັບ ແລະ ສະຫະພາບເອີຣົບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments