Monday, October 21, 2024
Homeຂ່າວການເມືອງຄະນະປະຈຳສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມຮ່ວມກັບ ສານປະຊາຊົນສຸງສຸດ, ອົງການໄອຍະການປະຊາຊົນສູງສຸດ ປະຈໍາປີ 2023 ຂື້ນໃນວັນທີ 13 ຕຸລາ 2023 ທີ່ຫໍສະພາແຫ່ງຊາດ

ຄະນະປະຈຳສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມຮ່ວມກັບ ສານປະຊາຊົນສຸງສຸດ, ອົງການໄອຍະການປະຊາຊົນສູງສຸດ ປະຈໍາປີ 2023 ຂື້ນໃນວັນທີ 13 ຕຸລາ 2023 ທີ່ຫໍສະພາແຫ່ງຊາດ

​ເພື່ອປຶກສາຫາລືບັນຫາສໍາຄັນ ແລະ ຮີບດ່ວນຂອງສັງຄົມ ໃຫ້ມີຄວາມເປັນເອກະພາບ ກ່ຽວກັບວິທີການແກ້ໄຂ ໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມຮ່ວມກັບ ສານປະຊາຊົນສຸງສຸດ, ອົງການໄອຍະການປະຊາຊົນສູງສຸດ ປະຈໍາປີ 2023 ຂື້ນໃນວັນທີ 13 ຕຸລາ 2023 ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ທ່ານ ປອ. ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ ແລະ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ເຂົ້າຮ່ວມມີບັນດາທ່ານ ຮອງປະທານຄະນະປະຈຳສະພາແຫ່ງຊາດ, ບັນດາກຳມະການຄະນະປະຈຳສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ໃນກອງປະຊຸມ, ໄດ້ຮັບຟັງການລາຍງານການປະຕິບັດສິດ ແລະ ໜ້າທີ່ ຂອງສານປະຊາຊົນສູງສຸດ ກ່ຽວກັບການແນະນຳ ແລະ ກວດກາຄວາມຖືກຕ້ອງ ແລະ ຄວາມເປັນເອກະພາບ ໃນການດຳເນີນຄະດີຂອງສານປະຊາຊົນທ້ອງຖິ່ນ ແລະ ສານທະຫານ; ຮັບຟັງການລາຍງານ ກ່ຽວກັບການປະຕິບັດສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນສູງສຸດ ໃນການກວດກາຄວາມຖືກຕ້ອງຂອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ.

​ ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ໄດ້ເອົາໃຈໃສ່ຄົ້ນຄວ້າປະກອບຄໍາເຫັນຢ່າງມີຈຸດສຸມ, ກົງໄປກົງມາ ໃສ່ບັນດາບົດລາຍງານ ທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອຮັບປະກັນການຕົກລົງບັນຫາຢ່າງມີຄວາມເປັນເອກະພາບ, ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນໍາຜົນປະໂຫຍດລວມມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ.

ຂ່າວ: ຜູ້ແທນປະຊາຊົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments