Monday, October 21, 2024
Homeຂ່າວໜ້າໜຶ່ງຫສປທ ມອບໂມງໃຫ້ ບໍລິສັດທາງລົດໄຟລາວ-ຈີນ

ຫສປທ ມອບໂມງໃຫ້ ບໍລິສັດທາງລົດໄຟລາວ-ຈີນ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ມອບໂມງຈຳ ນວນ 4 ໜ່ວຍ ໃຫ້ແກ່ບໍລິສັດທາງລົດໄຟລາວ-ຈີນ, ໃນນີ້ໂມງຈຳນວນ 2 ໜ່ວຍແມ່ນຢູ່ສະຖານີລົດໄຟນະຄອນຫຼວງວຽງຈັນ,1 ໜ່ວຍຢູ່ສະຖານີລົດໄຟຫຼວງພະບາງ ແລະ 1 ໜ່ວຍ ຢູ່ສະຖານີລົດໄຟອຸດົມໄຊ.

ພິທີມອບ-ຮັບໂມງດັ່ງກ່າວໄດ້ມີຂຶ້ນໃນວັນທີ 13 ຕຸລານີ້ ທີ່ສະຖານນີລົດໄຟລາວ-ຈີນ ນະຄອນຫຼວງວຽງຈັນ ໂດຍແມ່ນ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດເປັນຜູ້ກ່າວມອບ ແລະ ທ່ານ ຫຼິວ ຫົງ ຜູ້ອໍານວຍການໃຫຍ່ ບໍລິສັດທາງລົດໄຟລາວ – ຈີນ ຈໍາກັດເປັນຜູ້ກ່າວຮັບ ຊຶ່ງມີ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ໂມງ 4 ໜ່ວຍ ທີ່ເຄີຍປະດັບຢູ່ຫໍຄໍາ ມາມອບໃຫ້ແກ່ບໍລິສັດທາງລົດໄຟລາວ-ຈີນ ຄັ້ງນີ້ ເພາະສະຖານີລົດໄຟເປັນບ່ອນທີ່ສໍາຄັນມີຜູ້ໂດຍສານຈໍານວນຫຼວງຫຼາຍຜ່ານປະຈໍາວັນ,ຕາມປະເພນີຂອງຫຼາຍປະເທດ ແມ່ນມີໂມງໃຫຍ່ ເພື່ອບອກເວລາໃຫ້ຜູ້ໂດຍສານ ລວມທັງພະນັກງານປະຈໍາສະຖານີ. ຫວັງຢ່າງຍິ່ງວ່າ ໂມງ 4 ໜ່ວຍ ທີ່ ຫສປທ ມອບໃຫ້ນີ້ຈະດັງກ້ອງ ແລະ ນຳໂຊກແກ່ຜູ້ໂດຍສານໃນການເດີນທາງ, ຄຽງຄູ່ກັບການພັດທະນາຂອງທາງລົດໄຟລາວ – ຈີນ ທັງເປັນສັນຍາລັກແຫ່ງມິດຕະພາບລາວ – ຈີນ.

ທ່ານກ່າວຕື່ມວ່າ: ປະຊາຊົນລາວມີຄວາມເອກອ້າງທະນົງໃຈໄດ້ມີທາງລົດໄຟລາວ-ຈີນ ທີ່ປະກອບສ່ວນໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ. ສິ່ງສໍາຄັນແມ່ນ ເປັນໂຄງການ “ໜຶ່ງແລວ ໜຶ່ງເສັ້ນທາງ” ຕາມຂໍ້ລິເລີ່ມຂອງປະທານ ສີຈິ້ນຜິງ ແລະ ໃນການສ້າງຄູ່ຮ່ວມຊາຕາກໍາມວນມະນຸດ ຊຶ່ງຄົບຮອບ 10 ປີ ໃນປີ 2023 ນີ້, ທາງລົດໄຟລາວ-ຈີນ ທີ່ເປີດການນໍາໃຊ້ນັບແຕ່ວັນທີ 3 ທັນວາ 2021 ຜ່ານມາ ເປັນເສັ້ນທາງແຫ່ງມິດຕະພາບ, ເສັ້ນທາງແຫ່ງການພັດທະນາ ແລະ ເສັ້ນທາງແຫ່ງຄວາມຜາສຸກຂອງປະຊາຊົນສອງຊາດລາວ – ຈີນ. ໃນໄລຍະຜ່ານມາບໍລິສັດທາງລົດໄຟລາວ – ຈີນ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເພື່ອຜົນປະໂຫຍດ ແລະ ການພັດທະນາເສດຖະກິດ – ສັງຄົມຂອງລາວ, ສົ່ງເສີມການຜະລິດກະສິກຳ – ອຸດສາຫະກຳ, ຊຸກຍູ້ການຂົນສົ່ງສິນຄ້າລາວ ຂົນສົ່ງຜູ້ໂດຍສານ 20,9 ລ້ານເທື່ອຄົນ ແລະ ສິນຄ້າ 20,56 ລ້ານໂຕນ. ເຫັນໄດ້ວ່າ ບໍລິສັດທາງລົດໄຟລາວ – ຈີນ ໄດ້ເອົາໃຈໃສ່ຜັນຂະຫຍາຍຖະແຫຼງການ ວ່າດ້ວຍການສືບຕໍ່ສ້າງຄູ່ຮ່ວມຊາຕາກຳລາວ – ຈີນ ໃຫ້ເຂົ້າສູ່ລວງເລິກ, ປະຕິບັດໜ້າທີ່ຮັບຜິດຊອບໃນສັງຄົມຢ່າງຕັ້ງໜ້າ, ສະແດງໃຫ້ເຫັນໃນການປະກອບສ່ວນຊ່ວຍເຫຼືອສັງຄົມໃນຫຼາຍໆດ້ານ ເຊັ່ນ: ຊ່ວຍສະໜັບສະໜູນໄວໜຸ່ມທີ່ດ້ອຍໂອກາດ, ມອບອຸປະກອນການຮຽນ, ເຄື່ອງອຸປະໂພກບໍລິໂພກໃຫ້ແກ່ໂຮງຮຽນເດັກພິການຫູໜວກ; ຊ່ວຍສະໜັບສະ ໜູນນ້ອງໆ ໂຮງຮຽນຄົນພິການຫຼວງພະບາງໃນການນັ່ງລົດໄຟ ເພື່ອມາຮ່ວມການແຂ່ງຂັນພາສາມື ທີ່ນະຄອນຫຼວງວຽງຈັນ, ໄດ້ຮ່ວມມືກໍ່ສ້າງ ແລະ ພານັກຮຽນໂຮງຮຽນປະຖົມບ້ານໜອງປິງນັ່ງລົດໄຟເພື່ອສົ່ງເສີມໃຫ້ເຂົາເຈົ້າຕັ້ງໃຈສຶກສາຮໍ່າຮຽນເພື່ຶອໃນອານາຄົດສາມາດຮ່ວມເຮັດວຽກງານຢູ່ທາງລົດໄຟລາວ – ຈີນໄດ້; ກໍ່ສ້າງບຸກຄະລາກອນທາງລົດໄຟທີ່ມີຄຸນນະພາບສ້າງວຽກເຮັດງານທໍາໃຫ້ໄວໜຸ່ມລາວບັນດາເຜົ່າ ເພື່ອປະກອບສ່ວນເຂົ້າໃນການພັດທະນາສ້າງສາປະເທດຊາດ.

(ຂ່າວ-ພາບ:ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments