Sunday, October 20, 2024
Homeຂ່າວໜ້າໜຶ່ງກະຊວງ ປກສ ເຜີຍແຜ່ເຊື່ອມຊຶມຜົນສຳເລັດກອງປະຊຸຸມຄົບຄະນະກາງສະໄໝ

ກະຊວງ ປກສ ເຜີຍແຜ່ເຊື່ອມຊຶມຜົນສຳເລັດກອງປະຊຸຸມຄົບຄະນະກາງສະໄໝ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳ ເລັດ ຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ຂຶ້ນໃນວັນທີ 13 ຕຸລາ ນີ້, ໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ, ມີຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະບໍລິຫານງານພັກກົມໃຫຍ່, ຫ້ອງວ່າການ, ກົມ, ກອງກ່ຽວຂ້ອງເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI ລົງວັນທີ 18 ສິງຫາ 2023; ຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໄລຍະຜ່ານມາ; ບົດລາຍງານກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດກາງສະໄໝ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ XI ( 2021-2025 ) ຕິດພັນກັບການ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025; ມະຕິວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023; ແຜນດຳເນີນງານເພື່ອຜັນຂະຫຍາຍມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ ສະບັບເລກທີ 432/ຄລສພ, ລົງວັນທີ 8 ກັນຍາ 2023; ການເຜີຍແຜ່ໃນຄັ້ງນີ້ ໂດຍແມ່ນບັນສະຫາຍໃນຄະນະພັກກະຊວງໄດ້ມີການຜັດປ່ຽນກັນຂຶ້ນເຜີຍແຜ່.

ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອເຮັດໃຫ້ຄະນະພັກ, ຄະນະບັນຊາແຕ່ລະຂັ້ນມີຄວາມຮັບຮູ້-ເຂົ້າໃຈ, ເຊື່ອມຊຶມ, ກຳແໜ້ນ ແລະ ມີຄວາມເປັນເອກະພາບສູງ ເພື່ອນຳເອົາເນື້ອໃນຈິດໃຈດັ່ງກ່າວໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ.

ພາບ-ຂ່າວ: ບຸນເຫຼືອ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments