Sunday, October 20, 2024
Homeຂ່າວໜ້າໜຶ່ງປະທານປະເທດພົບປະນັກວິທະຍາສາດ ໃນ​ໂອກາດວັນວິທະຍາສາດແຫ່ງຊາດ ຄົບຮອບ 36​ ປີ

ປະທານປະເທດພົບປະນັກວິທະຍາສາດ ໃນ​ໂອກາດວັນວິທະຍາສາດແຫ່ງຊາດ ຄົບຮອບ 36​ ປີ

ທ່ານ​ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ​ ​ປະທານປະເທດ​ແຫ່ງ ​ສປປ​ລາວ​ ​ໄດ້ໃຫ້ກຽດພົບປະໂອ້ລົມນັກວິທະຍາສາດ ໃນໂອກາດສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ​ ​36​ ປີ​ (12 ຕຸລາ 1987-12 ຕຸລາ 2023) ພາຍໃຕ້ຫົວຂໍ້: ນຳໃຊ້ວິທະຍາສາດ,​ ເຕັກໂນໂລຊີ​ ​ແລະ​ ນະວັດຕະກຳ ເພື່ອແກ້ໄຂສິ່ງທ້າທາຍ ແລະ ​ການພັດທະນາປະເທດຊາດຂຶ້ນໃນວັນທີ​ 12​ ​ຕຸລາ ​ນີ້​ ທີ່​ມະຫາວິທະຍາໄລແຫ່ງຊາດ (ມຊ)​ ໂດຍມີ​ການນຳພັກ-ລັດ,​ ນັກຄົ້ນຄວ້າ,​ ຄູ-ອາຈານ, ນັກຮຽນ​ຮູ້ປັນຍາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

ພາຍຫຼັງ ທ່ານ ​ພຸດ ສິມມາລາວົງ ລັດຖະມົນຕີ​ກະຊວງສຶກສາທິການ​ ​ແລະ ກິລາ ​ໄດ້ລາຍງານກ່ຽວກັບການສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ປະຈຳປີ 2023. ໂອກາດນີ້,​ ທ່ານ ​ທອງລຸນ ​ສີສຸລິດ ​ໄດ້ມີຄຳເຫັນໂອ້ລົມໂດຍເນັ້ນໜັກໃຫ້ນັກວິທະຍາສາດເອົາໃຈໃສ່ຫຼາຍບັນຫາສຳຄັນດັ່ງນີ້: ໜຶ່ງ: ເອົາໃຈໃສ່ສ້າງເວທີເພື່ອແລກປ່ຽນຄຳຄິດຄຳເຫັນ, ແລກປ່ຽນຜົນງານການຄົ້ນຄວ້າ, ສ້າງເຄືອຂ່າຍນັກຄົ້ນຄວ້າ ແລະ ສ້າງຄວາມສຳພັນກັນລະຫວ່າງພາກອຸດສາຫະກຳ ແລະ ສະຖາບັນການສຶກສາ, ຄົ້ນຄວ້າ, ວິໄຈ ເພື່ອສ້າງໃຫ້ໄດ້ກຳລັງແຮງສັງ ລວມ ແລະ ຕໍ່ຍອດຜົນງານດ້ານວິທະຍາສາດໃຫ້ກາຍເປັນຜະລິດຕະພັນອອກຮັບໃຊ້ສັງຄົມໃຫ້ຫຼາຍຂຶ້ນ.

ພ້ອມນັ້ນ, ພັນທະພົນລະເມືອງລາວ ຕ້ອງມີສ່ວນຮ່ວມໃນການແກ້ໄຂບັນຫາ ແລະ ການພັດທະນາຂອງປະເທດຊາດ;ເປັນການເສີມຂະຫຍາຍປະຊາທິປະໄຕ, ເສີມຂະຫຍາຍວັງສະໝອງ, ສະຕິປັນຍາອັນຫຼາກຫຼາຍຂອງຖັນແຖວນັກຄົ້ນຄວ້າ, ນັກວິທະຍາສາດເຂົ້າສູ່ຂະບວນການຕົວຈິງ; ສອງ: ໃຫ້ນັກຄົ້ນຄວ້າ ແລະ ບຸກຄະລາກອນທາງວິທະ ຍາສາດ ແລະ ເຕັກໂນໂລຊີ ຈົ່ງໄດ້ຍົກສູງສະຕິຊາດ, ເປັນເຈົ້າຕົນເອງ, ມີຄວາມອົດທົນ ແລະ ເສຍສະຫຼະ, ມີຄວາມຮັບຜິດຊອບ ແລະ ຄວາມເປັນແບບຢ່າງໃນໜ້າທີ່ຄວາມຮັບຜິດຊອບຂອງຕົນ; ສາມ: ສືບຕໍ່ພັດທະນາ, ສ້າງເງື່ອນໄຂໃຫ້ຊັບພະຍາກອນມະນຸດໄດ້ຮັບການກໍ່ສ້າງ ແລະ ພັດທະນາ, ຖັນແຖວນັກຄົ້ນຄວ້າວິທະຍາສາດ, ປັນຍາຊົນໄດ້ປະກອບສ່ວນເຂົ້າໃນການຄົ້ນຄວ້າ, ການປະດິດສ້າງໃໝ່ໃຫ້ແກ່ປະເທດຊາດນັບມື້ນັບຫຼາຍຂຶ້ນ ແລະໂດດເດັ່ນ; ສີ່: ຕັ້ງໜ້າຜັນຂະຫຍາຍຜົນສຳເລັດຂອງການປະຕິຮູບການສຶກສາແຫ່ງຊາດສູ່ລວງເລີກ, ຢຶດໝັ້ນຖືເອົາວຽກງານການສຶກສາໄປກ່ອນກ້າວໜຶ່ງ ເປັນບຸລິມະສິດໄປຄຽງຄູ່ກັບການປັບປຸງ ແລະ ຍົກລະດັບວຽກງານກິລາກາຍະກໍາໃຫ້ມີການຫັນປ່ຽນທີ່ແຂງແຮງ; ຫ້າ: ຜູ້ບໍລິຫານການສຶກສາ, ສະຖາບັນຄົ້ນຄວ້າ ແລະ ນັກຄົ້ນຄວ້າຕ້ອງສຶກສາ, ເຊື່ອມຊຶມ ແລະ ກຳແໜ້ນແນວທາງ, ນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ແລະ ຫັນເປັນຍຸດທະສາດ, ເປັນໂຄງການ, ເປັນແຜນດໍາເນີນງານ ແລະ ຫົວຂໍ້ຄົ້ນຄວ້າຂອງຕົນ; ຫົກ: ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີຢູ່ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຕ່າງໆ ດ້ວຍການປະກອບບຸກຄະລາກອນ, ພື້ນຖານໂຄງລ່າງ, ເຄື່ອງມືຮັບໃຊ້ ແລະ ທຶນ ຮອນທີ່ສົມເຫດສົມຜົນ ເພື່ອເຮັດໃຫ້ການຄົ້ນຄວ້າສາມາດດຳເນີນໄດ້ຕາມເງື່ອນໄຂຕົວຈິງ; ເຈັດ: ສືບຕໍ່ດຳເນີນການສ້າງໃໝ່ ແລະ ປັບປຸງນິຕິກຳເພື່ອຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ; ແປດ: ບຳລຸງ ແລະກໍ່ສ້າງນັກວິທະຍາສາດໃນຂົງເຂດ ແລະ ຂະແໜງການຕ່າງໆໃນອັດຕາສ່ວນທີ່ເໝາະສົມ, ສ້າງນັກວິທະຍາສາດ (scientists) ແລະ ບຸກຄະລາກອນທາງວິທະຍາສາດ (scientific and technological workers) ໄປຄຽງຄູ່ກັນ ໃຫ້ເນັ້ນສ້າງບຸກຄະລາກອນທາງວິທະຍາສາດ ໃນຂະແໜງການທີ່ສາມາດນຳໄປສູ່ການຜະລິດໂດຍກົງໄດ້ໃຫ້ຫຼາຍຂຶ້ນ; ເກົ້າ: ຄວາມເຂັ້ມແຂງ ແລະ ຄຸນນະພາບຂອງວຽກງານໂດຍສະເພາະດ້ານບຸກຄະລາກອນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຕິດພັນໂດຍກົງກັບຄຸນນະພາບການສຶກສາ; ສິບ: ໃນການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີນັ້ນຄວນດຳເນີນໃນ 3 ຮູບແບບໄປພ້ອມກັນເຊັ່ນ: ການຄົ້ນຄວ້າວິທະຍາສາດພື້ນຖານ (Basic research); ການຄົ້ນຄວ້າຄວບຄູ່ກັນທັງເປັນວິທະຍາສາດພື້ນຖານ, ນຳໃຊ້ (Applied basic research) ແລະ ການຄົ້ນຄວ້ານຳໃຊ້ (Applied research); ສິບເອັດ: ມີກອງທຶນພັດທະນາວິທະຍາສາດແລະ ເຕັກໂນໂລຊີ ຂໍໃຫ້ມີການຄຸ້ມຄອງ ແລະ ນຳໃຊ້ກອງທຶນດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນໃຫ້ມີຄວາມໂປ່ງໃສ, ນຳໃຊ້ໃຫ້ສອດຄ່ອງກັບໂຄງການຄົ້ນຄວ້າທີ່ເປັນບຸລິມະສິດແທ້ໆ; ສິບສອງ: ໃຫ້ສືບຕໍ່ເພີ່ມທະວີການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ, ມິດປະເທດ, ອົງການຈັດຕັ້ງສາກົນ ແລະ ອື່ນໆ ເພື່ອຍາດແຍ່ງທຶນຮອນມາສະໜອງໃຫ້ແກ່ການຄົ້ນຄວ້າ ແລະ ສ້າງເປັນນະວັດຕະກຳໃໝ່ພາຍໃນປະເທດ. ຫຼັງຈາກນັ້ນ, ທ່ານປະທານປະເທດ, ການນຳພັກ-ລັດ, ຜູ້ເຂົ້າຮ່ວມໄດ້ທ່ຽວຊົມຫ້ອງວາງສະແດງປຶ້ມ, ອຸປະກອນຕ່າງໆ ທີ່ນໍາໃຊ້ເຂົ້າໃນວຽກງານການຄົ້ນຄ້ວາຕ່າງໆ.

(ຂ່າວ-ພາບ: ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments