Saturday, October 19, 2024
Homeຂ່າວໜ້າໜຶ່ງປະກາດແຕ່ງຕັ້ງ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ເປັນຮອງປະທານ ສນຊ ຜູ້ໃໝ່

ປະກາດແຕ່ງຕັ້ງ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ເປັນຮອງປະທານ ສນຊ ຜູ້ໃໝ່

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີປະກາດແຕ່ງຕັ້ງ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ, ທັງເປັນຮອງປະທານສູນກາງແນວລາວສ້າງຊາດ ໃນວັນທີ 11 ຕຸລາ ຜ່ານມາ ທີ່ ສນຊ ໂດຍມີ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານ ສນຊ, ມີຮອງປະທານ ສນຊ ພ້ອມດ້ວຍພະນັກງານຫລັກແຫລ່ງກ່ຽວຂ້ອງ ເຂົ້າຮ່ວມ. ໂດຍປະຕິບັດຕາມມະຕິຕົກລົງຂອງເລຂາທິການສູນກາງພັກ ສະບັບ ເລກທີ 437/ຄລສພ, ລົງວັນທີ 27 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງ ຄະນະບໍລິຫານງານພັກ, ຄະນະປະຈໍາພັກສູນກາງແນວລາວສ້າງຊາດ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 21/ກມສພ, ລົງວັນທີ 27 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ.

ໂອກາດນີ້, ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ມີຄຳເຫັນໂອ້ລົມວ່າ: ການຍົກຍ້າຍໜ້າທີ່ໃນຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ໃນການສັບປ່ຽນພະນັກງານຍຸດທະສາດ, ພະນັກງານຂັ້ນສູງຂອງພັກເຂົ້າຄຸ້ມຄອງ, ບັນຊາໃນແຕ່ລະວຽກງານ ໂດຍອີງຕາມຫລັກການຄຸ້ມຄອງ, ສັບຊ້ອນພະນັກງານຂັ້ນສູງຂອງພັກ, ອີງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ລວມທັງມາດຕະຖານເງື່ອນໄຂຂອງພະນັກງານນຳພາຂັ້ນສູງຂອງພັກ-ລັດ ຊຶ່ງໄລຍະຜ່ານມາ ພັກເຮົາໄດ້ດຳເນີນການສັບຊ້ອນພະນັກງານນຳພາຫລັກແຫລ່ງຢ່າງເປັນປົກກະຕິ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ທັງເປັນຫລັກການອັນໜຶ່ງຂອງພັກ ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງ ໃນການປະຕິບັດໜ້າທີ່ການເມືອງໃນແຕ່ລະຂົງເຂດ ກໍຄື ການປັບປຸງວຽກງານໃນແຕ່ລະໄລຍະ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments