Friday, October 18, 2024
Homeຂ່າວກິລາປັອກບາ ຊໍ້າໜັກ ຖືກຫັກເງິນເດືອນ ຈາກ 833.333 ເຫຼືອ 2.000 ເອີໂຣຕໍ່ເດືອນ

ປັອກບາ ຊໍ້າໜັກ ຖືກຫັກເງິນເດືອນ ຈາກ 833.333 ເຫຼືອ 2.000 ເອີໂຣຕໍ່ເດືອນ

ປອລ ປັອກບາ ກອງກາງຊາວຝຣັ່ງ ໄດ້ຮັບຈົດໝາຍແຈ້ງຈາກ ຢູເວນຕຸສ ຍອດສະໂມສອນຂອງເວທີ ກັນໂຊ່ ເຊເຣຍ ອາ ຂອງອີຕາລີ ວ່າຕອນນີ້ເຂົາຈະໄດ້ຮັບຄ່າຈ້າງເຫຼືອພຽງ 2.000 ເອີໂຣຕໍ່ເດືອນເທົ່ານັ້ນ ຕາມການລາຍງານຂອງ ກັຊເຊັດຕາ ເດລໂລ ສະປອດ ສື່ກິລາຈາກດິນແດນອີຕາລີ.

ເມື່ອໄລຍະເດືອນກັນຍາທີ່ຜ່ານມາ ມີການປະກາດວ່າ ປັອກບາ ບໍ່ຜ່ານການກວດຫາສານກະຕຸ້ນຈາກຕົວຢ່າງ A ແລະ ພໍເຖິງຂັ້ນຕອນທີ່ກວດສອບຕົວຢ່າງ B ເພື່ອກວດເບິ່ງວ່າຜົນໄດ້ຮັບມັນກົງກັນກັບຮອບທໍາອິດຫຼືບໍ່ນັ້ນ ມັນກໍປາກົດວ່າ ຜົນກວດມັນເໝືອນກັນກັບຮອບທຳອິດອີກ.

ທັງນີ້ ປັອກບາ ໄດ້ຖືກຫ້າມຊົ່ວຄາວຕອນທີ່ມີການເປີດເຜີຍຜົນກວດຈາກຕົວຢ່າງ A ແຕ່ດ້ວຍຜົນກວດຮອບຫຼ້າສຸດຈາກ ຕົວຢ່າງ B ມັນເຮັດໃຫ້ ປັອກບາ ຈະຖືກຫ້າມຢ່າງບໍ່ມີກໍານົດຈົນກ່ວາການພິຈາລະນາຄະດີຈະສໍາເລັດ.

ເຊິ່ງຂັ້ນຕອນຫຼັງຈາກນີ້ ຄືເຂົາຕ້ອງປະເຊີນກັບການພິຈາລະນາຄະດີໃນສານດ້ານກິລາ ແລະ ຫາກຖືກຕັດສິນວ່າມີຄວາມຜິດອີຫຼີແລ້ວນັ້ນ ປັອກບາ ກໍຈະຖືກ ຢູເວນຕຸສ ຍົກເລີກສັນຍາໄດ້ເລີຍ..

ສໍາລັບປັດຈຸບັນນັ້ນ ຢູເວນຕຸສ ຍັງບໍ່ເຖິງຂັ້ນຕັດສິນໃຈທີ່ຈະໄລ່ປັອກບາອອກ ແຕ່ພວກເຂົາກໍແຈ້ງໃຫ້ອີກຝ່າຍໜຶ່ງຮູ້ວ່າ ຈະຖືກຫັ່ນເງິນເດືອນເຫຼືອ 2.,000 ເອີໂຣຕໍ່ເດືອນ.

ເຊິ່ງຖືວ່າເປັນຄ່າຈ້າງຂັ້ນຕໍ່າຕາມກົດລະບຽບຂອງສະຫະພາບນັກເຕະ ໂດຍກ່ອນໜ້ານີ້ ປັອກບາ ໄດ້ຮັບຄ່າຈ້າງເຖິງລະດັບ 10 ລ້ານເອີໂຣຕໍ່ປີ ຫຼື ປະມານ 833.333 ເອີໂຣຕໍ່ເດືອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments