Friday, October 18, 2024
Homeຂ່າວກິລາ" ຊີດານ " ຕັດສິນໃຈອະນາຄົດແລ້ວ ຫຼັງມີຂ່າວໜາຫູກັບ “ ແມນຢູ ” ແລະ ຫຼາຍທີມຊັ້ນແນວໜ້າ

” ຊີດານ ” ຕັດສິນໃຈອະນາຄົດແລ້ວ ຫຼັງມີຂ່າວໜາຫູກັບ “ ແມນຢູ ” ແລະ ຫຼາຍທີມຊັ້ນແນວໜ້າ

ເມື່ອວັນທີ 11 ຕຸລາ 2023 ຫຼັງຈາກທີ່ ຊິເນດິນ ຊີດານ ຄູຝຶກຊາວຝຣັ່ງ ຕົກເປັນຂ່າວໜາຫູຕະຫຼອດ 2 ປີທີ່ຜ່ານມາ ກັບການຄຸມທີມຊາດຝຣັ່ງ, ແມນເຊັສເຕີ ຢູໄນເຕັດ ລວມເຖິງ ໂອລິມປິກ ມາກເຊ ຖ້າກຸ່ມທຶນຈາກ ຊາອຸດິ ອາຣາເບຍ ສາມາດຄອບຄອງທີມໄດ້ ເຮັດໃຫ້ຫຼາຍພາກສ່ວນຢາກຮູ້ກ່ຽວກັບອະນາຄົດຂອງຜູ້ກ່ຽວກັບເສັ້ນທາງຄຸມທີມ.

ເມື່ອບໍ່ດົນມານີ້, ຊີດານ ອາຍຸ 51 ຢືນຢັນອະນາຄົດຂອງຕົນເອງແລ້ວວ່າ “ ມັນບໍ່ມີຫຍັງເລີຍ ເພາະວ່າຕອນນີ້ຂ້ອຍກຳລັງມ່ວນຢູ່ກັບຄອບຄົວ ມີແຕ່ຂ່າວລືເຕັມໄປໝົດ ຖ້າຂ້ອຍໄດ້ເປັນຄູຝຶກທີມໃໝ່ແລ້ວ ຄ່ອຍມາວ່າກັນດີກວ່າ “

ຊີດານ ເຄີຍຄຸມທີມ ຣິວ ມາດຣິດ 2 ຄັ້ງ ຄັ້ງທໍາອິດໃນປີ 2016 ພ້ອມພາທີມຄວ້າແຊັມ ຢູຟ່າ ແຊັມປຽນ ລີກ (UEFA Champions League) 3 ສະໄໝຕິດຕໍ່ກັນ ແລະ ແຊ້ມລາລີກາ 1 ສະໄໝ ກ່ອນຈະລາອອກຈາກຕໍາແໜ່ງໃນປີ 2018.

ຈາກນັ້ນ ໃນເດືອນມີນາ 2019 ລາວໄດ້ກັບມາຄຸມທີມເປັນຄັ້ງທີ 2 ພ້ອມພາ ຣິວ ມາດຣິດ ຄວ້າແຊັມ ລາລີກາ ແອັດສະປາຍ ແລະ ຊຸບເປີ ໂຄປາ ໄດ້ຢ່າງລະ 1 ສະໄໝ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments